Ad

Ad

18 July 2013

ຂ່າວສານປະເທດລາວ-ຂ່າວສານຊິນຮວາ ແລກປ່ຽນບົດຮຽນວິ ຊາການຂ່າວ ແລະ ຮູບພາບ



           ການພົບປະລະຫວ່າງສຳ ນັກຂ່າວສານປະເທດລາວ ແລະ ສຳນັກຂ່າວຊິນຮວາ ສປ.ຈີນ ປະຈຳ ລາວ ໄດ້ຈັດຂຶ້ນໃນ ວັນທີ 17 ກໍລະກົດ 2013 ຢູ່ສຳນັກຂ່າວສານປະເທດລາວ ນະຄອນຫລວງວຽງຈັນ ເພື່ອເປັນການແລກປ່ຽນບົດຮຽນວິຊາ ການກ່ຽວກັບການຂຽນຂ່າວ ແລະ ການຖ່າຍ ຮູບລົງຂ່າວໜັງສືພິມ.         
ການພົບປະດັັ່ງກ່າວ ເຕັມໄປດ້ວຍບັນຍາກາດອັນດີ ທັງສອງຝ່າຍໄດ້ພ້ອມກັນ ແລກປ່ຽນບົດຮຽນກ່ຽວກັບການຂຽນຂ່າວ, ປັດໄຈສຳຄັນຂອງ ການຂຽນຂ່າວ, ການຂຶ້ນຫົວຂໍ້ຂ່າວ, ການສັງລວມເນື້ອໃນຕົ້ນຕໍຂອງຂ່າວ, ການຈັດລຽງຄວາມສຳ ຄັນຂອງເນື້ອໃນຂ່າວ, ການຊອກຫາແຫລ່ງຂໍ້ມູນ, ການຊອກຫາເຫດຜົນອ້າງອີງເນື້ອໃນຂອງຂ່າວ.  
        ສ່ວນການຖ່າຍຮູບປະກອບ ຂ່າວກໍມີຄວາມສຳຄັນດັ່ງນັ້ນ ຮູບທີ່ຖ່າຍຕ້ອງສາມາດນຳສະເໜີເຫດການທີ່ເກີດຂຶ້ນໄດ້ ຢ່າງຄົບຖ້ວນ. ສິ່ງສຳຄັນສາມາດບອກໄດ້ວ່າ:ແມ່ນເຫດການຫຍັງ, ເກີດຂຶ້ນຢູ່ໃສ, ເມື່ອໃດ ແລະ ອື່ນໆ ຊຶ່ງທັງໝົດນັ້ນເປັນ ຫລັກການລວມ ແລະ ມີຄວາມຈຳເປັນ ສຳລັບສື່ມວນຊົນ ເພື່ອໃຫ້ຂ່າວທີ່ນຳສະເໜີຕໍ່ສັງຄົມເປັນໜ້າເຊື່ອຖື, ເຮັດໃຫ້ຜູ້ອ່ານ ເຂົ້າໃຈບັນຫາທີ່ຕ້ອງການນຳສະເໜີໄດ້ງ່າຍຂຶ້ນ, ຖືກຕ້ອງຕາມ ຄວາມເປັນຈິງ ແລະ ໜ້າສົນໃຈ.      
       ໃນໄລຍະຜ່ານມາ, ຂ່າວສານປະເທດລາວ ແລະ ຂ່າວສານຊິນ ຮວາ ໄດ້ມີການພົວພັນຮ່ວມມືກັນເປັນຢ່າງດີ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນການແລກປ່ຽນບົດຮຽນວິຊາການຂ່າວ, ການແລກປ່ຽນຂໍ້ມູນຂ່າວສານຮ່ວມກັນຢ່າງ ເປັນປົກກະຕິ ແລະ ອື່ນໆ. ສິ່ງດັ່ງກ່າວແມ່ນຢືນຢັນເຖິງການຮ່ວມມືທີ່ມີໝາກຜົນມາແຕ່ດົນນານລະຫວ່າງສອງສຳນັກໃຫ້ນັບ ມື້ເພີ່ມທະວີຄວາມໃກ້ຊິດກັນຂຶ້ນເລື້ອຍໆ.

No comments:

Post a Comment