ທ້າວ ພານທອງ ອາຍຸ 25 ປີ ແລະ ທ້າວ ຄອນສະໄໝ
ອາຍຸ 18 ປີ ທັງສອງຢູ່ບ້ານຄຳສະຫວາດ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ຖືກສານຕັດສິນຈຳຄຸກຄົນລະ
4 ປີ ແລະ ປັບໃໝຜູ້ລະ 6 ລ້ານກີບ ໃນວັນທີ 16 ກໍລະກົດນີ້ ຫລັງຜູ້ຕ້ອງຫາທັງສອງຮ່ວມກັນກໍ່ເຫດຊີງຊັບພົນລະເມືອງ
ຄືໃນເດືອນຕຸລາ 2012 ໄດ້ຊີງຊັບພົນລະເມືອງລວມທັງໝົດ 7 ເທື່ອ ເຊິ່ງຫລ້າສຸດແມ່ນເຊົ້າວັນທີ
29 ຕຸລາ 2012 ພວກກ່ຽວໄດ້ລົງມືດຶງເອົາສາຍຄໍຄຳຍິງຄົນໜຶ່ງໃນເຂດບ້ານຄຳສະຫວາດ
ແລະ ຖືກເຈົ້າໜ້າທີ່ ປກສ ກຸ່ມບ້ານຈັບຕົວແລ້ວສົ່ງໃຫ້ ປກສ ເມືອງໄຊເສດຖາ ນຳມາດຳເນີນຄະດີ.
ຜ່ານການຄົ້ນຄວ້າຂໍ້ມູນຫລັກຖານ,ເອກະສານຕ່າງໆທີ່ປະກອບໃນສຳນວນຄະດີຢ່າງລະອຽດຖີ່ຖ້ວນ
ພາວະວິໄສ ແລະ ຜົນຂອງການໄຕ່ສວນໃນທີ່ປະຊຸມສານຢ່າງລະອຽດແລ້ວເຫັນວ່າ: ການກະທຳຂອງພວກຈຳເລີຍຜິດໃນມາດຕາ
119 ຂອງກົດ ໝາຍອາຍາ (ສະບັບປັບປຸງ) ເຊິ່ງມັນໄດ້ສ້າງຄວາມບໍ່ເປັນລະບຽບຮຽບຮ້ອຍໃຫ້ແກ່ສັງຄົມ
ແລະ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບສຸກ. ດັ່ງນັ້ນ, ສານຈຶ່ງເຫັນຄວນລົງໂທດຕາມລະບຽບກົດ ໝາຍຄືດັ່ງກ່າວ.
No comments:
Post a Comment