Ad

Ad

18 July 2013

ພະແນກສາທາລະນະສຸກນະຄອນຫຼວງລົງແນະນຳການທຳລາຍແຫ່ຼງຂະຫຍາຍພັນຍຸງໃຫ້ແກ່ຜູ້ປະກອບການຊື້-ຂາຍ ຢ່າງຕີນລົດເກົ່າ



       ວັນທີ 17 ກໍລະກົດນີ້, ພະແນກສາທາລະນະສຸກນະຄອນຫຼວງ ໄດ້ລົງແນະນຳການທຳລາຍ ແຫຼ່ງຂະຫຍາຍພັນຍຸງລາຍ ແລະ ວິທີເກັບມ້ຽນວັດສະດຸໃຫ້ແກ່ຜູ້ປະກອບການຊື້-ຂາຍຢາງຕີນລົດ ເກົ່າ ຢູ່ບ້ານໄຜ່ລ້ອມເມືອງໄຊທາ ນີ ນະຄອນຫຼວງວຽງ ຈັນໂດຍ ທ່ານ ດຣ ຈັນທະໄລ ໄຊຍະວົງ ຫົວໜ້າຂະແໜງລະບາດວິທະຍາພະແນກສາທາລະນະສຸກນະຄອນຫຼວງເປັນຜູ້ແນະ ນຳການກຳຈັດ ແຫຼ່ງຂະຫຍາຍພັນຍຸງລາຍຢູ່ຈຸດດັ່ງກ່າວກໍດັ່ງພວກເຮົາຮູ້ນຳກັນແລ້ວວ່າ: ຢູ່ໃນນະຄອນຫຼວງວຽງ ຈັນກໍຄື ແຂວງ ອື່ນໆໃນທົ່ວປະເທດພວມມີການລະບາດຂອງພະຍາດໄຂ້ເລືອດ ອອກຢ່າງໜັກ ແລະ ໜ້າເປັນຫ່ວງ. ຕໍ່ສະພາບການດັ່ງກ່າວ, ພັກ-ລັດຖະບານກໍຄືອຳນາດການປົກຄອງທຸກຂັ້ນໄດ້ເອົາໃ ຈໃສ່ເປັນພິເສດຕໍ່ການຄວມຄຸມ ແລະ ຫາວິທີໃນການກຳຈັດພະຍາດດັ່ງກ່າວໂດຍສະເພາະແມ່ນ ການທຳລາຍແຫຼ່ງຂະຫຍາຍພັນຍຸງລາຍທີ່ເປັນສາເຫດຂອງພະຍາດ ໄຂ້ເລືອດອອກຢ່າງຕໍ່ເນື່ອງ ເຊັ່ນດຽວກັນກັບຢູ່ນະຄອນຫຼວງວຽງຈັນ ແລະ ບ່ອນອື່ນໄດ້ຈັດຕັ້ງຂະບວນການເປີດບັ້ນຕ້ານ ພະຍາດດັ່ງກ່າວໃນຫຼາຍຮູບແບບ, ສະເພາະຢ່າງຍິງແມ່ນການສຶກສາອົບຮົມໃຫ້ຄວາມຮູ້ຕໍ່ພະນັກງານ, ລັດຖະກອນ ແລະ ປະຊາຊົນຢູ່ຕາມຄຸ້ມບ້ານຕ່າງໆ ໃຫ້ພາກັນຮີບຮ້ອນທຳລາຍພາຊະນະສິ່ງທີ່ມີນ້ຳຊຶ່ງເປັນແຫຼ່ງຂະຫຍາຍພັນຂອງຍຸງລາຍ ເປັນຊ່ອງທາງໜຶ່ງປະກອບສ່ວນຄວບ ຄຸມ ແລະ ສະກັດກັ້ນພະຍາດໄຂ້ເລືອດອອກຢູ່ນະຄອນຫຼວງວຽງຈັນໃຫ້ຫຼຸດລົງໂດຍໄວ.
           ໜ່ວຍເຝົ້າລະວັງກະຊວງສາທາລະນະສຸກຍັງໃຫ້ຮູ້ອີກວ່າປັດຈຸບັນນະຄອນຫຼວງວຽງຈັນມີຜູ້ເປັນພະຍາດໄຂ້ເລືອດ ອອກ ແລ້ວ 3300 ກວ່າຄົນ,ເສຍຊີວິດ ແລ້ວ 17 ຄົນ ແລະ ທົ່ວປະເທດມີ ຜູ້ເປັນພະຍາດໄຂ້ເລືອດອອກ ແລ້ວ 23 ພັນກວ່າ ຄົນ, ເສຍຊີວິດ ແລ້ວ 72 ຄົນ.

No comments:

Post a Comment