Ad

Ad

18 July 2013

ສະພາແຫ່ງຊາດຮັບຮອງເອົາບົດລາຍງານຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ



         ສະມາຊິກສະພາແຫ່ງຊາດ ທີ່ເຂົ້າຮ່ວມກອງປະຊຸມສະໄໝສາ ມັນເທື່ອທີ 5 ຂອງສະພາ ແຫ່ງ ຊາດຊຸດທີ 7 ໄດ້ເຫັນ ດີຮັບຮອງເອົາບົດລາຍ ງານການເຄື່ອນ ໄຫວວຽກ ງານຂອງສານປະຊາ ຊົນສູງສຸດ ແລະ ອົງການໄອຍະ ການປະຊາຊົນສູງສຸດ ໃນສົກປີ 2012 - 2013 ແລະ ທິດທາງແຜນ ການໃນສົກປີ 2013 - 2014 ຂອງ ສອງອົງການດັ່ງກ່າວ.
         ໃນໄລຍະຜ່ານມາ ສານປະຊາຊົນ ໄດ້ເອົາໃຈໃສ່ສ້າງ ແລະ ພັດທະນາກົງຈັກການຈັດຕັ້ງ ໃນລະບົບ ສານປະຊາຊົນ ໃຫ້ມີຄວາມເຂັ້ມແຂງໄປ ຄຽງຄູ່ກັບການປັບປຸງແບບແຜນວິທີເຮັດວຽກ ແລະ ກົນໄກກາ ນຄົ້ນຄ້ວາ, ແກ້ໄຂຄະ ດີໃຫ້ມີຄວາມວ່ອງ ໄວ, ຄົບຖ້ວນ, ຮອບດ້ານ, ພາວະວິໄສ ແລະ ສອດຄ່ອງກັບ ກົດໝາຍ ເຮັດໃຫ້ການພິຈາລະນາຕັດສິນຄະດີມີຄວາມຖືກຕ້ອງ, ເປັນທໍາ ແລະ ມີຄຸນນະພາບດີຂຶ້ນ ສະແດງອອກໃນໜຶ່ງປີຜ່ານ ມາມີຄະດີເຂົ້າມາສານປະຊາຊົນຈຳນວນ 7.720 ເລື່ອງຖ້າທຽບໃສ່ໄລຍະ ດຽວກັນຂອງປີຜ່ານມາມີ 8.229 ເລື່ອງ ເຊິ່ງເຫັນວ່າມີທ່າອ່ຽງຫຼຸດລົງເຖິງ 509 ເລື່ອງ ຫຼື ເທົ່າກັບ 6,6 %.
         ໃນຂະນະທີ່ອົງການໄອຍະການປະຊາຊົນສູງສຸດກໍໄດ້ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງຂັ້ນຕ່າງໆ ໃຫ້ເປັນລະບົບ ຄົບຊຸດໂດຍຫັນເອົາພະ ນັກງານລົງເຄື່ອນໄຫວວຽກງານຢູ່ຂັ້ນແຂວງ ແລະ ໃນເຂດ 51 ເມືອງ ເພື່ອທົດລອງໃນເຂດຈຸດສຸມ ວຽກງານ 3 ສ້າງ ຕາມ 6 ແຜນງານ ແລະ 25 ໂຄງການຂອງອົງການໄອຍະການປະຊາຊົນສູງສຸດພ້ອມກັນນັ້ນກໍໄດ້ເອົາໃຈໃສ່ ເພີ່ມທະວີຄວາມຮັບຜິດຊອບ ຂອງຕົນ ໃນການຕິດຕາມ, ກວດກາການດຳ ເນີນຄະດີຂອງເຈົ້າໜ້າທີສືບສ່ວນ - ສອບສ່ວນ, ການຕິດຕາມກວດກາຜູ້ຖືກຫາ ແລະ ນັກໂທດໃນຄ້າຍ
ຄຸມຂັງ - ດັດສ້າງ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານ ເຊິ່ງເຫັນວ່າມີ ຄວາມ ຖືກຕ້ອງ, ຄົບຖ້ວນ, ຮອບດ້ານ,ພາວະວິໄສ ແລະ ສອດຄ່ອງກັບກົດໝາຍ ສະແດງອອກໃນ 9 ເດືອນຜ່ານມາ ມີຄະດີອາ ຍາທັງໝົດຈຳນວນ 5.149 ເລື່ອງ, ແກ້ໄຂແລ້ວຈຳນວນ 4.758ເລື່ອງ ເທົ່າກັບ 92,56 % ໃນນັ້ນ ສານໄດ້ຕັດສິນ ຫຼື ພິ ພາກສາເອົາຕາມຄຳ ຖະແຫຼ່ງຂອງໄອຍະການປະຊາ ຊົນເຖິງ 99,32 %.
       ເຖິງແນວໃດກໍຕາມ ກອງປະ ຊຸມຍັງໄດ້ສະເໜີໃຫ້ສານປະຊາ ຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ເພີ່ມທະວີບົດບາດມະ ຫາພາກຂອງສອງອົງການດັ່ງກ່າວ ເປັນຕົ້ນແມ່ນການອອກນິຕິກຳລຸ່ມກົດໝາຍ ຫຼື ອອກ ຄຳແນະນຳ ໃນການຈັດຕັ້ງປະຕິ ບັດໜ້າທີ່ວຽກງານ ໃຫ້ແກ່ອົງການຈັດຕັ້ງຂັ້ນລຸ່ມຂອງຕົນຕາມພາລະບົດບາດ. ເອົາໃຈໃສ່ປັບປຸງກົງຈັກ ການຈັດຕັ້ງຂອງແຕ່ລະອົງກອນ ເພື່ອໃຫ້ສອດຄ່ອງກັບ ໜ້າທີ່ການເມືອງໃນໄລຍະໃໝ່. ເພີ່ມທະວີການຊີ້ນຳ ນຳພາ, ອຳນວຍ ຄວາມສະດວກໃຫ້ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນຫຼາຍ ຂຶ້ນເພື່ອເຮັດໃຫ້ ອົງການດັ່ງ ກ່າວມີຄວາມເຂັ້ມ ແຂງ ແລະ ໜັກແໜ້ນທາງດ້ານການເມືອງຕິດພັນກັບການຍົກສູງວິຊາສະເພາະຂອງພະນັກງານ. ເພີ່ມທະວີການຕິດຕາມ, ກວດກາການປະຕິບັດພາລະບົດບາດຂອງພະນັກງານເພື່ອແກ້ໄຂ ສິ່ງທີ່ເປັນອຸປະສັກ,ອັດຕັນການ ເຄື່ອນໄຫວວຽກງານເປັນ ຕົ້ນ ແມ່ນການປະຕິບັດລະບຽບກົດໝາຍທີ່ບໍ່ເຂັ້ມງວດ, ການສັ່ງຟ້ອງຄະດີຂຶ້ນສານ ແລະ ການພິຈາລະນາຕັດສິນຄະ ດີຍັງບໍ່ ທັນຮັດກຸ່ມ. ພ້ອມສະເໜີໃຫ້ລັດຖະບານ ແລະ ພາກສ່ວນກ່ຽວຂ້ອງເພີ່ມງົບປະມານ ແລະ ໂກຕາພະນັກງານໃຫ້ແກ່ສອງ ອົງການດັ່ງກ່າວເພື່ອຮັບປະກັນ ໃຫ້ອົງການດັ່ງກ່າວສາມາດເຄື່ອນໄຫວປະຕິບັດປະຕິບັດພາລະບົດບາດຂອງຕົນໄດ້ດີກວ່າເກົ່າ.

No comments:

Post a Comment