Ad

Ad

18 July 2013

ມາດ​ຕະການ​ແກ້​ໄຂ​ໜີ້ສິນ​ຂອງ​ລັດຖະບານ



       ກະຊວງ​ການ​ເງິນ ໃຫ້​ຮູ້​ກ່ຽວ​ກັບ​ມາດ​ຕະການ​ແກ້​ໄຂ​ໜີ້ສິນ​ຂອງ​ລັດຖະບານ (ໜີ້ສາທາລະນະ) ​ເມື່ອ​ບໍ່​ດົນ​ມານີ້ວ່າ: ການ​ມີ ໜີ້ສາທາລະນະ​​ແມ່ນ​ຄວາມ​ຈຳ​ເປັນ​ຂອງ​ທຸກໆ​ປະ​ເທດ ​ໂດຍ​ສະ​ເພາະ​ປະ​ເທດ​ພວມ​ພັດທະນາ, ຄວາມ​ສາມາດ​ເກັບ​ລາຍ​ຮັບ​ຍັງ​ຕ່ຳ​ຕ້ອງ​ໄດ້​ກູ້​ຢືມ ​ເພື່ອ​ແກ້​ໄຂ​ການ​ຂາດ​ດຸນ ​ແລະ ນຳ​ໃຊ້​ເຂົ້າ​ໃນ​ການ​ລົງທຶນ​ເພື່ອ​ພັດທະນາ​ທີ່​ມີ​ຄວາມ​ຈຳ​ເປັນ, ສິ່ງ​ສຳຄັນ​ແມ່ນ​ຕ້ອງ​ຮັບປະກັນ​ໃຫ້​ໜີ້ສິນ​ຢູ່​ໃນ​ຖານະ​ຍືນ​ຍົງ ​ແລະ ສາມາດ​ຄວບ​ຄຸມ​ບໍລິຫານ​ໄດ້ ​ແລະ ຈົ່ງ​ຊ່ອງ​ຫວ່າງ​ສາມາດ​ກູ້​ຢືມ​ໄດ້​ຕື່ມ​ໃນ​ກໍລະນີ​ມີ​ຄວາມ​ຈຳ​ເປັນ ​ເຊິ່ງການ​ແກ້​ໄຂ​ໜີ້ສິນ​ດັ່ງກ່າວ​ໃນ​ສະ​ເພາະ​ໜ້າ ​ແລະ ຍາວ​ນານ ​ແມ່ນ​ມີ​ຫລາຍ​ກົນ​ໄກ ​ແລະ ວິທີ​ການ ຄື​ໜີ້ສິນ​ຕ່າງ ປະເທດ: ​ໃນ​ສະ​ເພາະ​ໜ້າ ຕ້ອງ​ຈັດ​ສັນ​ເຂົ້າ​ແຜນ​ງົບປະມານ​ແຕ່​ລະ​ສົກ​ປີ​ຢ່າງ​ຄົບ​ຖ້ວນ ທັງ​ແຜນ​ກູ້​ຢືມ ​ແລະ ການ​ຊຳລະ​ໜີ້ ທັງ​ຕົ້ນ ທຶນ ​ແລະດອກ​ເບັ້ຍ ​ແລະ ປະຕິບັດ​ ການ​ຊຳລະ​ໃຫ້​ຖືກ​ກຳນົດ​ເວລາ, ສ້າງ​ຄວາມ​ເຊື່ອ​ໝັ້ນຂອງ​ຜູ້​ໃຫ້​ທຶນ​ຕໍ່​ຖານະ​ການ​ເງິນ​ຂອງ ສປປ ລາວ (ຜ່ານ​ມາ​ພວກ​ເຮົາ​ເຮັດ​ດີ​ແລ້ວ). ​ໄລຍະ​ຍາວການ​ກູ້​ຢືມ​ໃໝ່​ຕ້ອງ​ມີ​ການ​ໄລ່​ລຽງ​ຢ່າງ​ຖີ່​ຖ້ວນ, ຈຳກັດ​ການ​ກູ້​ຢືມ​ເພື່ອ​ລົງທຶນ​ໃນ​ໂຄງ​ລ່າງ​ພື້ນຖານ ​ໂດຍ​ເງື່ອນ​ໄຂ​ເງິນ​ກູ້​ທຸລະ​ກິດ,ຄວນ​ຄວບ​ຄຸມ​ການ​ກູ້ ​ແລະ ຖານະ​ໜີ້ສິນ​​ໃຫ້​ຢູ່​ໃນ​​ເກນ​ທີ່​ສາກົນ​ກຳນົດ​ໄວ້​ເຊັ່ນ: ໜີ້ ສິນ​ຕໍ່ GDP ບໍ່​ເກີນ 40% ​ແລະ ມູນ​ຄ່າ​ຊຳລະ​ໜີ້ບໍ່​ເກີນ 20% ຂອງ​ມູນ​ຄ່າ​ສົ່ງ​ອອກ ​ແລະ ລາຍ​ຮັບ​ພາຍ​ໃນ  ໜີ້ພາຍ​ໃນ​ມີ 2 ພາກ ສ່ວນ ຄື​ໜີ້​ເກີດ​ຂຶ້ນ​ໃນ​ຂົງ​ເຂດ​ບໍລິຫານ ​ແລະ ໜີ້​ໃນ​ຂົງ​ເຂດ​ການ​ລົງທຶນ.ໜີ້​ເກີດ​ຂຶ້ນ​ໃນ​ຂົງ​ເຂດ​ບໍລິຫານ ​ໄດ້​ສ້າງ​ບັນຫາ​ໃຫ້​ພາກ​ທຸລະ​ກິດ​ໜັກໜ່ວງ​ສົມຄວນ ​ເປັນ​ການ​ຢືດທຶນ​ໝູນວຽນ​ຂອງ​ພາກ​ທຸລະ​ກິດ, ມີ​ຄວາມ​ຈຳ​ເປັນ​ຕ້ອງ​ດຳ​ເນີນ​ການ​ກວດກາ ​ແລະ ​ແກ້​ໄຂ​ໃຫ້​ໄວ (ຄ່າ​ໄຟຟ້າ, ນ້ຳປະປາ, ​ໂທລະ​ຄົ​ມ) ​ໂດຍ​ຈັດ​ເຂົ້າ​
ແຜນ​ໃຊ້​ຈ່າຍ​ບໍລິຫານ​ຂອງ​ແຕ່​ລະ​ອົງ ການ​ທີ່​ມີໜີ້ສິນ ​ເພື່ອ​ຊຳລະ​ສະ​ສາງ​ໃຫ້​ໝົດ​ໄປ. ພ້ອມ​ນີ້ ຕ້ອງ​ປະຕິບັດ​ມາດ​ຕະການ​ປະຢັດ​ການ​ໃຊ້​ຈ່າຍ, ກຳນົດ​ໝາຍ​ລາຍ​ຈ່າຍ​ບໍລິ ຫານ​ໃຫ້​ແທດ​ເໝາະ ​ແລະ ປະຕິ ບັດ​ໃຫ້​ເຂັ້ມງວດຄາດ​ວ່າ​ຈະ​ປະ ຕິບັດ​ໃນ​ສົກ​ປີ 2013-2014 ​ເປັນຕົ້ນໄປ. ໜີ້​ໂຄງການ​ລົງທຶນ​ຂອງ​ລັດ ​ໃນ​ສົກ​ປີ 2012-2013 ​ໂດຍ​ປະຕິບັດ​ນະ​ໂຍບາຍ​ຊຳລະ​ໜີ້ມີ​ສ່ວນ​ຫລຸດ ​ແລະ ຈາກພັນທະບັດ​ທີ່​ຮັບຜິດຊອບໂດຍ​ກະຊວງ​ການ​ເງິນ. ​ໄດ້​ຢຸດ​ເຊົາ​ການ​ປະຕິບັດ​ສ່ວນ​ແບ່ງ​ຊຳລະ​ໜີ້ 35% ຂອງ​ມູນ​ຄ່າ​ເງິນ​ລົງທຶນ.
           ການ​ແກ້​ໄຂ​ມາ​ຮອດ​ປັດຈຸ ບັນ​ໜີ້ສິນ​ແຕ່​ປີ 2011 ຄືນ​ຫລັງ ຫລຸດ​ລົງ​ໃນ​ລະດັບ 10.000 ກວ່າ​ຕື້ກີບ, ​ແຕ່​ຕ້ອງ​ສືບຕໍ່​ແກ້​ໄຂ​ໜີ້ດັ່ງ ກ່າວ​ໃນ​ບ້ວງ​ສ່ວນ​ຫລຸດ​ທີ່​ຍັງ​ຊຳ ລະ​ບໍ່​ໝົດ ​ແລະ ພັນທະບັດ​ທີ່​ຈະ​ຄົບ​ກຳນົດ​​ໄຖ່​ຖອນ.ປັດຈຸບັນ ​ໂຄງ ການ​ຊຳລະ​ໜີ້ດັ່ງກ່າວ​ໄດ້​ຢຸດ​ເຊົາ​ແລ້ວ, ​ແຕ່​ສ່ວນ​ທີ່ຍັງ​ບໍ່​ທັນ​ພິຈາ ລະນາ​ຊຳລະ​ແມ່ນ​ຍັງ​ສູງ​ປະມານ 1.000 ກວ່າ​ຕື້ກີບ (ໜີ້ 2011 ຄືນ​ຫລັງ) ​ແລະ ໜີ້​ໃໝ່​ແຕ່​ປີ 2012 ມາ ນີ້ ຍັງ​ສືບຕໍ່​ເພີ່ມ​ຂຶ້ນຢ່າງ​ຕໍ່​ເນື່ອງ. ​ເມື່ອ​ຢຸດ​ເຊົາ​ຊຳລະ​ແບບ​ມີ​ສ່ວນ​ຫລຸດ, ພັນທະບັດ​ກໍ​ຕ້ອງ​ກັບ​ຄືນ​ໄປ​ໃຊ້​ກົນ​ໄກ​ເກົ່າ ຄື​ແບ່ງ​ເອົາ 35% ຂອງ​ມູນ​ຄ່າ​ເງິນ​ລົງທຶນ​ແຕ່ ລະ​ປີ​ໄປ​ຊຳລະ​ໜີ້ ​​ໂດຍ​ມອບ​ໃຫ້​ກະຊວງ​ແຜນ ການ ​ແລະ ການ​ລົງທຶນ​ຮັບຜິດຊອບ ຫລື ຈະ​ມອບ​ໃຫ້​ກະຊວງ​ການ​ເງິນ​ຮັບຜິດຊອບ​ກໍ​ໄດ້, ​ແຕ່​ຕ້ອງ​ຫັກ​ເອົາ 35% ຂອງ​ວົງ​ເງິນ​ລົງທຶນ​ໄວ້​ຢູ່​ກະຊວງ​ກາ​ນ​ເງິນ. ພ້ອມ​ນີ້ ສືບຕໍ່​ປະຕິບັດ​ນະ​ໂຍບາຍ​ຕໍ່​ທ້ອງ​ຖິ່ນ​ມີ​ລາຍ​ຮັບ​ໄດ້​ເກີນ​ແຜນ ​ສາມາດ​ນຳ​ໃຊ້​ເງິນ​ເກີນ​ແຜນ​ຊຳລະ​ໜີ້ສິນ​ຂອງ​ຕົນ​ເອງ​ໄດ້, ​ແຕ່​ຕ້ອງ​ຈັດ​ສັນ​ເຂົ້າງົບ ປະມານ ​ເພື່ອ​ເພີ່ມ​ຄວາມ​ຮັບຜິດ ຊອບ​ເກັບ​ລາຍ​ຮັບ ​ແລະ ສິ່ງ​ສຳ ຄັນ​ແມ່ນ​ເຮັດ​ແນວ​ໃດ​ຈະ​ບໍ່​ໃຫ້​ເກີດ​ມີ​ໜີ້ສິນ​ໃໝ່​ເກີນ​ຂອບ​ເຂດ, ​ໃນ​ສະ​ເພາະ​ໜ້າ ​ແລະ ຍາວ​ນານ​ຄວນ​ລົງທຶນ​ຢ່າງ​ມີ​ຈຸດ​ສຸມ​ມີ​ປະ ສິດທິ​ຜົນ​ເຊັ່ນ: ຄວນ​ມີ​ການ​ແຕ່ງ ຕັ້ງຄະນະ​ວິຊາ​ການຄົ້ນຄວ້າ​ໂຄງ ການ​ຈຸດ​ສຸມ​ບູລິ​ມະ​ສິດ​ ຫລີກ​ເວັ້ນ ການ​ລົງທຶນ​ຊະຊາຍ​ເກີນ​ໄປ,ແຜນ​ ງານ-​ແຜນ​ເງິນ-​ແຜນ​ຄົນ​ຕ້ອງ​ສອດ​ຄ່ອງ​ກັນ, ຫ້າມ​ຈັດຕັ້ງປະຕິ ບັດ​ໂຄງການ​ທີ່​ບໍ່​ມີ​ແຫ​ລ່ງທຶນ​ຮອງ​ຮັບ​ຢ່າງ​ຈະ​ແຈ້ງ, ຄວບ​ຄຸມ​ມູນ​ຄ່າ​ໂຄງການ​ໃຫ້​ຢູ່​ໃນ​ລະດັບ​ສົມ​ເຫດ​ສົມ​ຜົນ ຈຳກັດ​ການ​ຟຸມ​ເຟືອຍ​ຫົ່ວ​ໄຫລ​ງົບປະມານ​ຂອງ​ລັດ​ໃນ​ຂົງ​ເຂດ​ການ​ລົງທຶນ.
        ສັງ​ລວມ​ແລ້ວ ​ເພື່ອ​ຄຸ້ມ​ຄອງ​ ບໍລິຫານ​ໜີ້ສິນ​ໃຫ້​ມີ​ຄວາມ​ຍືນ​ຍົງ ບໍລິຫານ​ໜີ້ສິນ​ໄດ້​ຢ່າງ​ຄ່ອງໂ​ຕ ຮັບປະກັນ​ສະຖຽນ​ລະ​ພາບ​ດ້ານ​ເສດຖະກິດ-ການ​ເງິນ​ແຫ່ງ​ລັດ ຕ້ອງ​ເພີ່ມ​ທະວີ​ການ​ຂຸດ​ຄົ້ນ​ເກັບ​ລາຍ​ຮັບ​ງົບປະມານ​ແຫ່ງ​ລັດ​ໃຫ້​ສູງ​ຂຶ້ນ, ຫລຸດຜ່ອນ​ການ​ກູ້​ເງິນ​ມາ​ຈ່າຍ,ວາງ​ແຜນການ​ໃຊ້​ຈ່າຍ​ຢ່າງ​ລະມັດລະວັງປະຢັດ​ມັດທະຍັດ ທັງ​ໃນ​ຂົງ​ເຂດ​ບໍລິຫານ ​ແລະ ຂົງ​ເຂດ​ການ​ລົງ ທຶນ,ຈຳກັດ​ການ​ຂາດດູນ​ງົບປະມານ​ບໍ່​ໃຫ້​ເກີນ 5% ຂອງ GDP ​ໂດຍ​ການ​ເພີ່ມ​ລາຍ​ຮັບ ​ເປັນຕົ້ນລາຍ​ຮັບ​ພາຍ​ໃນ (ພາສີ-ອາກອນ, ຄ່າ​ທຳນຽມ, ຊັບ​ສິນ​ຂອງ​ລັດ), ປະຢັດ​ລາຍ​ຈ່າຍ​ບໍລິ ຫານ ​ໂດຍ​ການ​ອອກ​ຂໍ້​ກຳນົດ​ໃຊ້​ຈ່າຍ​ບໍລິຫານ, ຈຳກັດ​ໃຊ້​ນ້ຳ, ​ໃຊ້​ໄຟ, ​ໄປ​ຕ່າງປະ​ເທດ,ຮັບ​ແຂກ, ປະຢັດ​ໃນ​ການ​ລົງທຶນ.ອັນ​ສຳຄັນ​ແມ່ນ​ຫລຸດຜ່ອນ​ການ​ໃຊ້​ຈ່າຍ​ໃນ​ໂຄງການ​ພິ​ເສດ​ທີ່​ໃຊ້​ງົບປະມານ​ສູງ​ເກີນ​ຄວາມ​ຈຳ​ເປັນ​ເຊັ່ນ: ມູນ​ຄ່າ​ໂຄງການ​ເໝາະ​ສົມ,ວິ​ໄນ​ການ ຈັດ​ຊື້-ຈັດ​ຈ້າງ (ຜູ້​ອອກ​ແບບ​ໂຄງ ການ, ບໍ່​ໃຫ້​ດຳ​ເນີນ​ໂຄງການ, ຕ້ອງ​ຈັດຕັ້ງປະມູນ​ໃຫ້​ຖືກຕ້ອງ​ຕາມ​ລະບຽບ​ກົດໝາຍ), ​ເພີ່ມ​ການ​ລົງທຶນ​ໃນ​ຂົງ​ເຂດ​ຊອບ​ແວ (ພັດທະນາ​ຄົນ), ​ເພີ່ມ​ລົງທຶນ​ໃນ​ຂົງ​ເຂດ​ການ​ຜະລິດ, ສ້າງ​ສູນ​ຄົ້ນຄວ້າ​ແນວ​ພັນ, ການ​ຜະລິດ​ເປັນ​ສິນຄ້າ, ສ້າງ​ຖານ​ລາຍ​ຮັບ​ເພີ່ມ​ຂຶ້ນ ​ເພື່ອ​ແນ​ໃສ່​ຮັບປະກັນ​ຊຳ ລະ​ໜີ້​ໄດ້​ຕາມ​ກຳນົດ​ເວລາ ທັງ​ໜີ້ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເພື່ອ​ສ້າງ​ຄວາມ​ເຊື່ອ​ຖື​ຕໍ່​ລັດຖະບານ, ຮັກສາ​ຂອບ​ເຂດ​ໜີ້ສິນ​ໃນ​ລະດັບ​ເໝາະ​ສົມ ​ແລະ ​ໃຫ້​ສາມາດ​ກູ້​ໄດ້​ເພີ່ມ​ໃນ​ກໍລະນີ​ທີ່​ມີ​ຄວາມ​ຈຳ​ເປັນ.

No comments:

Post a Comment