Ad

Ad

18 July 2013

ລັດຖະມົນຕີຍຸຕິທຳຢືນຢັນພ້ອມໃສ່ວິໄນ ພະນັກງານຫາກພົບກລະນີບໍ່ເປັນກາງໃນການແກ້ໄຂຄະດີ



        ທ່ານ ສາ​ສະ​ດາ​ຈານ ດຣ. ຈະ​ເລີ​ນ ​ເຢຍປາວ​ເຮີ ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ ​ໄດ້​ຢືນຢັນ​ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 5 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ​ໃນ​ວັນ​ທີ 17 ກໍລະກົດ​ນີ້ວ່າ: ກະ ຊວງ​ຍຸຕິ​ທຳ​ພ້ອມ​ໃສ່​ວິ​ໄນ​ກັບ​ພະນັກງານ​ໃນ​ຂະ​ແໜງ​ການ​ຕົນ​ທຸກຂັ້ນ ຫາກ​ພົບ​ກໍລະ ນີ​ບໍ່​ເປັນກາງ​ໃນ​ການ​ແກ້​ໄຂ​ຄະດີ ​ເຊິ່ງ ການອອກ​ມາ​ຢືນຢັນ​ຄື​ດັ່ງກ່າວ​ມີ​ຂຶ້ນພາຍ ຫລັງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຫລາຍ​ທ່ານ​ຕີ​ລາຄາ​ວ່າ: ການ​ປະຕິບັດ​ໜ້າ​ທີ່​ຂອງ​ພະນັກງານ​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ​ໃນ​ໄລຍະ​ຜ່ານ​ມາ​ມີ​ຄວາມ​ຊັກ​ຊ້າ, ບໍ່​ມີ​ຄວາມ​ເປັນ​ທຳ, ຮັບ​ສິນ​ບົນ, ປະຕິບັດ​ບໍ່​ຖືກ​ຕາມ​ຄຳ​ຕັດສິນ​ຂອງ​ສານ, ​ເລືອກ​ປະຕິ ບັດ, ປະຕິບັດ​ເກີນ​ຂອບ​ເຂດ ​ແລະ ອື່ນໆ ​ເຊິ່ງ​ເຮັດ​ໃຫ້​ສັງຄົມບໍ່ມີຄວາມເຂົ້າໃຈແລະ ​ບໍ່​ເຊື່ອ​ໝັ້ນຕໍ່​ລະບົບ​​ຍຸຕິ​ທຳ.
         ​ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ ກ່າວ​ວ່າ: ຈຳນວນ​ຄຳ​ຕັດສິນ​ຂອງ​ສານ​ຄ້າງ​ມາ​ຮອດ​ທ້າຍ​ເດືອນ​ມິຖຸນາ 2012 ມີ​ທັງ​ໝົດ 9.957 ​ເລື່ອງ, ​ໃນ​ນັ້ນ ຄະ ດີ​ແພ່ງ 4.189 ​ເລື່ອງ ​ແລະ ຄະດີ​ອາຍາ 5.760 ​ເລື່ອງ ລວມທັງ​ໝົດຄະດີ​ທີ່​ຄ້າງ​ມາ ​ແລະ ​ເຂົ້າ​ໃໝ່ 12.684 ​ເລື່ອງ, ຄະດີ​ແພ່ງ 5.508 ​ເລື່ອງ ​ແລະ ອະດີອາຍາ 7.626 ​ເລື່ອງ ​ໃນ​ນີ້ປະຕິບັດ​ສຳ​ເລັດ 1.510 ​ເລື່ອງ ​ເທົ່າ​ກັບ 55,37% ຂອງ​ຈຳນວນ​ຄຳ​ຕັດສິນ​ທີ່​ເຂົ້າ​ໃໝ່ ​ແລະ 11,93% ຂອງ​ຈຳນວນ​ຄຳ​ຕັດສິນ​ທີ່​ມີ​ທັງ​ໝົດ​ ທຽບ​ໃສ່​ປີຜ່ານມາ ຫລຸດ​ລົງ 228 ​ເລື່ອງ ​ເທົ່າ​ກັບ 13,12%. ປັດ​ຈຸ​ບັນ ຈຳນວນ​ຄຳ​ຕັດສິນ​ຂອງ​ສານ​ທີ່​ໃຊ້​ໄດ້​ເດັດ ຂາດ​ທີ່​ພວມ​ຈັດຕັ້ງປະຕິບັດ ​ແລະ ບໍ່​ສາມາດ​ປະຕິບັດ​ມີ​ທັງ​ໝົດ 11.174 ​ເລື່ອງ, ຄະດີ​ແພ່ງ​ມີ 4.226 ​ເລື່ອງ ​ແລະ ຄະດີ​ອາຍາ​ມີ 6.948 ​
ເລື່ອງ ​ໃນ​ນີ້ພວມ​ຈັດຕັ້ງປະຕິບັດ 8.228 ​ເລື່ອງ ​ເທົ່າ​ກັບ 73,63% ຂອງ​ຈຳນວນ​ຄຳ​ຕັດສິນ​ຂອງ​ສານ​ທີ່​ໃຊ້​ໄດ້​ຢ່າງ​ເດັດຂາດ​ທັງ​ໝົດ, ສ່ວນ​ຄະ ດີ​ທີ່​ບໍ່​ສາມາດ​ຈັດຕັ້ງປະຕິບັດ​ໄດ້ມີ 2.940 ​ເລື່ອງ ​ເທົ່າ​ກັບ 26,30% ຂອງ​ຈຳນວນ​ຄຳ​ຕັດສິນ​ທີ່​ໃຊ້​ໄດ້​ຢ່າງ​ເດັດຂາດ​ທັງ​ໝົດໃນ​ນີ້ຄະດີ​ແພ່ງ 629ເລື່ອງ ​ແລະ ຄະດີ​ອາຍາ 2.317 ​ເລື່ອງ, ອົງການ​ໄອ​ຍະ​ການ​ປະຊາຊົນ​ທວງ​ສຳນວນ​ຄະດີ​ໄປ​ຄົ້ນຄວ້າ​ຈຳນວນ 54 ​ເລື່ອງ, ​ແຕ່​ຍັງ​ບໍ່​ທັນ​ໄດ້​ອອກ​ຄຳ​ສັ່ງ​ໂຈະ​ການ​ປະຕິບັດ​
ຊົ່ວຄາວ ​ແລະ ນັບ​ແຕ່​ປີ 2012 ​ເປັນຕົ້ນມາ ກະຊວງ​ຍຸຕິ​ທຳ​ໄດ້​ຮັບ​ຄຳ​ຮ້ອງ​ຂອງ​ຄູ່​ຄວາມ​ທີ່​ບໍ່ພໍ​ໃຈ​ຕໍ່​ການ​ປະຕິບັດ​ຄຳ​ຕັດສິນ​ຈຳນວນ 56 ​ເລື່ອງ, ຮັບ​ຄຳ​ສະ​ເໜີ​ຂອງ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ທີ່​ເຫັນ​ວ່າການ​ປະຕິບັດ​ບໍ່​ຖືກຕ້ອງ​ຕາມ​ຂັ້ນຕອນ ຫລື ຄຳ​ຕັດສິນ​ຂອງ​ສານ 8 ​ເລື່ອງ.
          ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ ກ່າວ​ວ່າ: ​ເຖິງ​ວ່າ​ຂະ​ແໜງ​ການ​ພວກ​ເຮົາ​ໄດ້​ເອົາ​ໃຈ​ໃສ່​ເຮັດ​ວຽກ​ງານ​ສຶກສາ​ອົບ ຮົມ​ການ​ເມືອງ​ໃຫ້​ພະນັກງານ​ໃນ​ຂົງ​ເຂດ​ດັ່ງກ່າວ​ຢ່າງ​ເປັນ​ປົກກະຕິ, ​ແຕ່​ເຫັນ​ວ່າ​ຍັງ​ບໍ່​ທັນ​ເລິກ​ເຊິ່ງ​ເທົ່າ​ທີ່​ຄວນ ​ເຮັດ​ໃຫ້​ຄວາມ​ໜັກ​ແໜ້ນ​ທາງ​ດ້ານ​ການ​ເມືອງ, ທັດສະນະ, ທ່າ​ທີ, ຈັນ​ຍາ​ບັນ​ຂອງ​ພະນັກງານ​ຈັດຕັ້ງປະຕິບັດ​ຄຳ​ຕັດສິນ​ຂອງ​ສານ​ຈຳນວນ​ໜຶ່ງ​ບໍ່​ທັນ​ໜັກ​ແໜ້ນ, ຖືກຕ້ອງ, ​ໂປ່​ງ​ໃສ ​ແລະ ນ້ຳ​ໃຈ​ຮັບ​ໃຊ້​ປະຊາຊົນ​ດ້ວຍ​ຄວາມ​ບໍລິ ສຸດຍັງ​ບໍ່​ທັນ​ສູງ ຈຶ່ງ​ເກີດ​ມີ​ຫາງ​ສຽງ​ຈົ່ມ​ວ່າ​ຈາກ​ສັງຄົມ​ໃນ ຫລາຍ​ຢ່າງ​ເຊັ່ນ: ຮັບ​ສິນ​ບົນ, ປະ ຕິບັດ​ບໍ່​ຖືກ​ຕາມ​ຄຳ​ຕັດສິນ​ຂອງ​ສານ, ​ເລືອກ​ປະຕິບັດ, ປະຕິບັດ​ເກີນ​ຂອບ​ເຂດ ​ແລະ ອື່ນໆ. ສະ ນັ້ນ ​ໃນຕໍ່ໜ້າ​ນີ້ ຫາກ​ພົບ​ກໍລະນີ​ປະຕິບັດ​ຊັກ​ຊ້າ​ໂດຍ​ບໍ່​ມີ​ເຫດຜົນ: ຖ້າ​ເປັນ​ເທື່ອ​ທຳ​ອິດ​ກໍ​ຈະ​ຖືກ​ກ່າວ​ເຕືອນ​ຈາກ​ການຈັດຕັ້ງຂັ້ນຂອງ​ຕົນແລ້ວ​ເຮັດ​ບົດ​ບັນທຶກ​ເປັນ​ລາຍ ​ລັກ​ອັກສອນ​ໄວ້, ຖ້າ​ຍັງ​ປະຕິບັດ​ຊັກ​ຊ້າ​ເປັນ​ເທື່ອ​ທີ​ສອງ ຈະ​ຖືກ​ຂຽນ​ໃບສຳ​ຫລວດ​ຕົນ​ເອງ​ຜ່ານ​ການຈັດຕັ້ງຂັ້ນຂອງ​ຕົນ, ຖ້າ​ເປັນ​ເທື່ອ​ທີ​ສາມ ຈະ​ຖືກ​ລາຍ​ງານ​ຕໍ່​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ ​ເປັນ​ຜູ້​ພິຈາລະນາ​ການ​ປະ ຕິບັດ​ວິ​ໄນ​ຕາມ​ຄວາມ​ເໝາະ​ສົມ. ກໍລະນີ​ລະ​ເມີດ​ຄຳ​ສັ່ງ​ຈາກ​ຂັ້ນ​ເທິງ (ທາງ​ລາຍ​ລັກ​ອັກສອນ ຫລື ທາງ​ປາກ​ເປົ່າ): ຖ້າວ່າ​ເປັນ​ເທື່ອ​ທຳ​ອິດ ຜູ້​ລະ​ເມີດ​ຈະ​ຖືກ​ຂຽນ​ໃບ ສຳ​ຫລວດ​ຕົນ​ເອງ​ຕໍ່​ການຈັດຕັ້ງ ຂັ້ນຂອງ​ຕົນ ພ້ອມ​ທັງ​ໃຫ້​ພະນັກ ງານ​ທີ່​ສັງກັດ​ໃນ​ອົງການ​ນັ້ນ ປະ ກອບ​ຄວາມ​ເຫັນ​ໃສ່ ​ແລ້ວ​ມອບ​ໃຫ້​ຜູ້​ຖືກ​ຂຽນ​ໃບສຳ​ຫລວດ ກ່າວ​ຄຳ​ປະຕິຍານ​ຕໍ່​ການຈັດຕັ້ງຂັ້ນ ນັ້ນ, ຖ້າ​ລະ​ເມີດ​ເປັນ​ເທື່ອ​ທີ​ສອງ ຕ້ອງ​ລາຍ​ງານ​ໃຫ້​ຂັ້ນ​ເທິງ​ເປັນ​ຜູ້​ພິຈາລະນາ​ການ​ປະຕິບັດ​ວິ​ໄນ. ກໍ ລະນີ​ສວຍ​ໃຊ້​ອຳນາດ, ໜ້າ​ທີ່, ຕຳ​​​ແໜ່ງ​ເພື່ອຜົນ​ປະ​ໂຫຍ​ດສ່ວນ​ຕົວ: ຖ້າ​ຫາກ​ການ​ກະທຳ​ດັ່ງກ່າວ​ບໍ່​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ທາງ​ດ້ານ​ວັດຖຸ​ແກ່​ບຸກຄົນ​ອື່ນ ຫລື ການຈັດ ຕັ້ງ ​ແລະ ​ເປັນ​ເທື່ອ​ທຳ​ອິດ ຈະ​ຖືກ​ຂຽນ​ໃບສຳ​ຫລວດ, ​ໂຈະ​ການ​ຍ້ອງຍໍ ​ແລະ ​ໂຈະ​ການ​ເລື່ອນ​ຊັ້ນ, ຂັ້ນ​ເງິນ​ເດືອນ, ຖ້າ​ມີ​ການ​ກະທຳ​ຜິດ​ເປັນ​ເທື່ອ​ທີ​ສອງ ຈະ​ຖືກ​ໂຍກ​ຍ້າຍ​ໜ້າ​ທີ່​ວຽກ​ງານ​ໄປ​ຮັບຜິດ ຊອບ​ໜ້າ​ທີ່​ອື່ນ​ທີ່​ບໍ່​ພົວພັນ​ກັບ​ການ​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ, ​ແຕ່​ຍັງ​ໃຫ້​ຮັກສາ​ມີ​ຕຳ​ແໜ່​ງ​ເທົ່າ​ເກົ່າ. ​ໃນ​ກໍລະນີ​ທີ່​ການ​ກະທຳ​ດັ່ງກ່າວ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ທາງ​ດ້ານ​ວັດຖຸ​ແກ່​ບຸກຄົນ​ອື່ນ ຫລື ການຈັດຕັ້ງ ຕ້ອງ​ໄດ້​ທົດ​ແທນ​ຄວາມ​ເສຍ​ຫາຍ​ທີ່​ຕົນ​ກໍ່​ຂຶ້ນນັ້ນ ​ແລະ ອົງການ​ຄຸ້ມ​ຄອງ​ການ​ປະ ຕິບັດ​ຄຳ​ຕັດສິນ​ຂອງ​ສານ ຈະ​ສະ​ເໜີ​ຕໍ່​ສານ​ເພື່ອ​ດຳ​ເນີນ​ຄະດີ​ຕໍ່​ຜູ້ ກ່ຽວ​ຕາມ​ມາດຕາ 153 ຂອງ​ກົດ ໝາຍ​ອາຍາ ພ້ອມ​ທັງ​ຖືກ​ປົດ​ຕຳ​ແໜ່​ງ. ກໍລະນີ​ໃຊ້​ອຳນາດ​​ເກີນ​ຂອບ​ເຂດ: ພະນັກງານ​ປະຕິບັດ​ຄຳ​ຕັດສິນ​ຜູ້​ໃດ ຫາກ​ໄດ້​ປະ ຕິບັດ​ໜ້າ​ທີ່​ຂອງ​ຕົນ​ເກີນ​ຂອບ​ເຂດ​ທີ່​ກົດໝາຍ ຫລື ນິຕິ​ກຳ​ອື່ນ​ກຳນົດ ​ເຊິ່ງ​ໄດ້​ກໍ່​ຄວາມ​ເສຍ​ຫາຍ​ແກ່​ຜົນ​ປະ​ໂຫຍ​ດຂອງ​ລັດ, ສັງຄົມ ຫລື ສິດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ບຸກ ຄົນ ຈະ​ຕ້ອງ​ໄດ້​ທົດ​ແທນ​ຄວາມ​ເສຍ​ຫາຍ​ທີ່​ເກີດ​ຂຶ້ນນັ້ນທັງ​ໝົດ, ຈະ​ຖືກ​ປົດ​ອອກ​ຈາກ​ການ​ເປັນ​ລັດ ຖະກອນ​ໂດຍ​ບໍ່​ໄດ້​ຮັບ​ນະ​ໂຍບາຍ​ໃດໆ ​ແລະ ອົງການ​ຄຸ້ມ​ຄອງ​ການ​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ ຈະ​ສະ​ເໜີ​ຕໍ່​ສານ​ດຳ​ເນີນ​ຄະດີ​ຕາມ​ມາດຕາ 154 ຂອງ​ກົດໝາຍ​ອາ ຍາ. ກໍລະນີ​ປະລະ​ໜ້າ​ທີ່: ພະນັກ ງານ​ຜູ້​ໃດ ຫາກ​ປະລະ​ໜ້າ​ທີ່​​ໂດຍ​ຮູບ​ການ​ຕ່າງໆ​ເຊັ່ນ:​ເຮັດ​ສຳນວນ ​ຄະດີ ຫລື ​ເອກະສານ​ສຳຄັນ​ຢູ່​ໃນ​ສຳນວນ​ເສຍ, ​ໄດ້​ຮັບ​ສຳນວນ​ຄະດີ​ແລ້ວ ​ແຕ່​ບໍ່​ຮຽກ​ຄູ່​ຄວາມ​ມາ​ປະຕິບັດ, ລໍຖ້າ​ແຕ່​ຄູ່​ຄວາມ​ເຂົ້າ ມາ​ຫາ ​ແລ້ວ​ຈຶ່ງ​ປະຕິບັດ ຫລື ມີ​ຄວາມ​ເລີ່ນ​​ເລີ​ຕໍ່​ການ​ປະຕິບັດ​ໜ້າ​ທີ່ ຈະ​ຖືກ​ຂຽນ​ໃບສຳ​ຫລວດ​ຕໍ່​ການຈັດຕັ້ງຂັ້ນຂອງ​ຕົນ. ຖ້າ​ພຶດຕິ​ກຳ​ດັ່ງກ່າວ​ໄດ້​ກໍ່​ຄວາມ​ເສຍ​ຫາຍ​ແກ່​ບຸກຄົນ ຫລື ການຈັດຕັ້ງ ອົງ ການ​ຄຸ້ມ​ຄອງ​ການ​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ​ຈະ​ສະ​ເໜີ​ຕໍ່​ສານ​ດຳ​ເນີນ​ຄະດີ​ຕາມ​ມາດຕາ 155 ​ແລະ 156 ຂອງ​ກົດໝາຍ​ອາຍາ​ຕາມ​ແຕ່​ລະ​ກໍລະນີ. ກໍລະນີ​ຮັບ​ສິນ​ບົນ: ຖ້າ​ຫາກ​ກວດ​ເຫັນ​ວ່າພະນັກ ງານ​ຜູ້​ໃດ​ໄດ້​ທວງ​ເອົາ, ຂໍ​ເອົາ, ຮັບ​ເອົາ ຫລື ຕົກລົງ​ຮັບ​ສິນ​ບົນ​ໂດຍ​ການ​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ ຈະ​ຖືກ​ປົດ​ປ່ອຍ​ອອກ​ຈາກ​ການ​ເປັນ​ລັດຖະກອນ​ໃນ​ທັນ​ໃດ ​ໂດຍ​ບໍ່​ໄດ້​ຮັບ​ນະ​ໂຍບາຍ​ໃດໆ ພ້ອມ​ທັງ​ສະ​ເໜີ​ຕໍ່​ສານ ​ເພື່ອ​ສານ​ດຳ​ເນີນ​ຄະດີ​ຕາມ​ມາດຕາ 157 ຂອງ​ກົດ ໝາຍ​ອາຍາ. ກໍລະນີ​ເລືອກ​ປະຕິ ບັດ: ພະນັກງານ​ປະຕິບັດ​ຄຳ​ຕັດ ສິນ​ຂອງ​ສານ​ຜູ້​ໃດ ຫາກ​ໄດ້​ຈັດ ຕັ້ງປະຕິບັດ​ຄຳ​ຕັດສິນ​ຂອງ​ສານ ​ໂດຍ​ເຫັນ​ແກ່​ໝູ​່ຄູ່, ພັກ​ພວກ, ຜົນ​ປະ​ໂຫຍ​ດຂອງ​ຄູ່​ຄວາມ​ຝ່າຍ​ໃດ​ໜຶ່ງ ຫລື ດ້ວຍ​ຮູບ​ການ​ອື່ນໆ​ໂດຍ​ບໍ່​ສົມ​ເຫດ​ສົມ​ຜົນ ຈ​ະຖືກ​ຂຽນ​ໃບ ສຳ​ຫລວດ​ຕໍ່​ການ ຈັດຕັ້ງຂັ້ນຂອງ​ຕົນ, ຖ້າ​ຫາກ​ການ​ເລືອກ​ປະຕິບັດ​ນັ້ນ​ແມ່ນ​ເພື່ອ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ ຈະ​ຖືກ​ໂຍກ​ຍ້າຍ​ໄປ​ຮັບ​ໜ້າ​ທີ່​ໃໝ່​ທີ່​ບໍ່​ຕິດ​ພັນ​ກັບ​ການ​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ ​ແລະ ກໍລະນີ​ປະຕິບັດ​ບໍ່​ຖືກ​ຕາມ​ຄຳ​ຕັດສິນ ຂອງ​ສານ ຫລື ຂັ້ນຕອນ​ທີ່​ກົດໝາຍ ກຳນົດ: ພະນັກງານ​ທີ່​ໄດ້​ປະ ຕິບັດ​ບໍ່​ຖືກ​ຕາມ​ຄຳ​ຕັດສິນ​ຂອງ​ສານ ຫລື ຂັ້ນຕອນ​ທີ່​ກົດໝາຍ​ກຳ ນົດ​ໄວ້ ຫລື ດຳລັດ​ວ່າ​ດ້ວຍ​ການ​ຕີ​ລາຄາ​ປະມູນ​ຂ່າວ ​ແລະ ມອບ​ຊັບ ​ເຊິ່ງ​ໄດ້​ສ້າງ​ຄວາມ​ ເສຍ​ຫາຍ​ແກ່​ບຸກຄົນ ຫລື ​ເສື່ອ​ມ​ເສຍ​ບົດບາດ​ການ​ຄຸ້ມ​ຄອງ​ຂອງ​ການຈັດຕັ້ງ ຈະ​ຖືກ​ຂຽນ​ໃບສຳ​ຫລວດ​ຕໍ່​ການ ຈັດຕັ້ງທີ່​ຕົນ​ສັງກັດ. ຖ້າ​ຫາກ​ເປັນ​ການ​ກະທຳ​ຍ້ອນ​ເຈດ​ຕະນາ​ເພື່ອ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ ຈະ​ຖືກ​ຍົກຍ້າຍ​ໄປ​ຮັບ​ໜ້າ​ທີ່​ອື່ນ ຫລື ປົດ​ປ່ອຍ​ອອກ​ຈາກ​ການ​ເປັນ​ລັດຖະ ກອນ ​ໂດຍ​ບໍ່​ໄດ້​ຮັບ​ນະ​ໂຍບາຍ​ໃດ ​ເຊິ່ງ​ໃນ​ປີຜ່ານມາ ກໍ​ໄດ້​ມີ​ການ​ໃສ່​ວິ​ໄນ​ພະນັກງານ​ທີ່​ປະພຶດ​ບໍ່​ດີ​ຄື​ດັ່ງກ່າວ​ມາ​ແລ້ວ 10 ກວ່າ​ຄົນ.

No comments:

Post a Comment