Ad

Ad

18 July 2013

ຮອງປະທານປະເທດລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍລິຄຳໄຊ



        ໃນລະຫວ່າງວັນທີ 16-17 ກໍລະກົດ 2013 ນີ້,  ທ່ານ ບຸນຍັງ ວໍລະຈິດ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ລົງ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງບໍລິຄຳໄຊ ໂດຍການຕ້ອນ ຮັບຢ່າງສົມກຽດຈາກທ່ານ ປ້ານນ້ອຍມະນີ ເຈົ້າ ແຂວງໆບໍລິຄຳໄຊ ພ້ອມຄະນະນຳຂັ້ນແຂວງ ແລະ ເມືອງເຂົ້າຮ່ວມ.
             ໃນໂອກາດການຢ້ຽມຢາມຄັ້ງນີ້, ເຈົ້າແຂວງໆບໍລິຄຳໄຊ ໄດ້ລາຍງານສະ ພາບການພັດທະ ນາເສດຖະກິດ-ສັງຄົມ ແລະ ວຽກງານ 3 ສ້າງ ໃຫ້ຮອງປະທານ ປະເທດໄດ້ຮັບຊາບ.ຈາກນັ້ນ, ຮອງປະ ທານປະເທດ ກໍໄດ້ມີຄຳເຫັນ ແລະ ໂອ້ລົມ ຕໍ່ການນຳພັກ-ລັດຂັ້ນແຂວງ  ໂດຍທ່ານໄດ້ ຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະ ທີ່ການນຳພັກ-ລັດ ແຂວງພ້ອມພໍ່ແມ່ ປະຊາຊົນຊາວແຂວງບໍລິຄຳໄຊ ຍາດໄດ້ໃນໄລຍະຜ່ານມາ. ພ້ອມ ທັງຮຽກຮ້ອງໃຫ້ການນຳຂັ້ນແຂວງຈົ່ງສຸມໃສ່ວຽກງານ 3 ສ້າງ ໃຫ້ໜັກແໜ້້ນເປັນຕົ້ນໃຫ້ເອົາໃຈໃສ່ແບບແຜນການນຳພາ, ແບບແຜນການເຮັດວຽກ, ສ້າງໃຫ້ສັງຄົມມີຄວາມສະຫງົບ, ພັດທະ ນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວ ແລະ ເອົາໃຈໃສ່ເຮັດໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ມີວຽກເຮັດ
ງານທຳ, ມີລາຍຮັບຖາ ວອນ, ເອົາໃຈໃສ່ວຽກງານຮາກຖານບ້ານໃຫ້ເຂົ້າເຖິງຄອບຄົວຂອງປະຊາຊົນ, ພ້ອມທັງມີແຜນສູ້ຊົນການຜະລິດເປັນສິນຄ້າ ເພື່ອສ້າງລາຍຮັບໃຫ້ແກ່ບ້ານ ແລະ ຄອບຄົວ ເພື່ອສູ້ຊົນໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ. ພ້ອມນີ້ ທ່ານຍັງໄດ້ເນັ້ນໃຫ້ ແຂວງເອົາໃຈໃສ່ປັບປຸງ ຍົກສູງຄວາມສາມາດການນຳພາຂອງຄະນະພັກເມືອງເປັນສຳຄັນ, ຍົກສູງການຄຸ້ມຄອງບໍລິຫານລັດໃຫ້ ໜັກ ແໜ້ນ,ສ້າງບຸກຄະລະກອນການນຳຂັ້ນ ຮາກຖານ ແລະ ການນຳບ້ານໃຫ້ໄດ້ບຸກ ຄົນດີເດັ່ນປະຕິບັດວຽກງານຂອງຕົນ, ມີ ຫົວຄິດປະດິດສ້າງເພື່ອນຳພາປະຊາຊົນສ້າງລາຍໄດ້ ແລະ ມີບ່ອນຊື້-ຂາຍ ຖາວອນເຮັດໃຫ້ຄອບຄົວມີຊີວິດການເປັນຢູ່ດີທີ່ ຂຶ້ນ.
          ໃນໂອກາດດຽວກັນ, ຮອງປະທານປະເທດພ້ອມຄະນະຍັງໄດ້ລົງຊີ້ນຳວຽກງານ 3 ສ້າງ ຢູ່ກຸ່ມບ້ານພັດທະນາຜາເມືອງ ເມືອງບໍລິຄັນ, ບ້ານສີວິໄລ ເມືອງປາກຊັນຕື່ມອີກ.

No comments:

Post a Comment