Ad

Ad

19 July 2013

ຈັບຜູ້ນຳໃຊ້ເງິນກີບປອມຈຳນວນຫລາຍລ້ານ



       ໃນວັນ​ທີ 14 ກໍລະກົດ​ນີ້, ​ເຈົ້າໜ້າ​ທີ່ ປກສ ກຸ່ມ​ກິ່ວກະ​ຈຳ ​ເມືອງ​ຊຽງ​ເງິນ ​ແຂວງ​ຫລວງ​ພະ​ບາງ ​ໄດ້​ກັກ​​ທ້າວ ຄຳ​ສົ່ງ ​ເຢຍ ອາຍຸ 38 ປີ ຢູ່​ບ້ານ​ໂພນ​ສະຫວັນ ​ເມືອງ​ແປກ ​ແຂວງ​ຊຽງ​ຂວາງ ຫລັງ​​ຜູ້ກ່ຽວ​ນຳ​ໃຊ້​ເງິນ​ກີບ​ປອມ​ໃບ 50 ພັນ​ກີບ ​ເລາະ​ຊື້ສິນຄ້າ​ໃນ​ເຂດ​ເມືອງ​ດັ່ງກ່າວ ​ແລະ ຜ່ານ​ການຄົ້ນຖົງພາຍ​ຂອງ​ຜູ້ກ່ຽວ​ຍັງ​ພົບ​ເຫັນ​ເງິນ​ກີບ​ປອມ​ຈຳນວນ 50 ລ້ານ​ກວ່າ​ກີບ.ຜ່ານ​ການ​ສອບ​ສວນ​ຂອງ​ເຈົ້າໜ້າ​ທີ່,​ເງິນ​ປອມ​ດັ່ງກ່າວ​ແມ່ນ​ມີ​ປາຍທາງ​ຈະ​ເອົາ​ໄປ​ໃຊ້​ຈ່າຍ​ຢູ່​ແຂວງ​ຊຽງ​ຂວາງ, ​ແຕ່​ຖືກ​ເຈົ້າໜ້າ​ທີ່​ກັກ​​ໄດ້​ກ່ອນ. ​ແນວ​ໃດ​ກໍ​ຕາມ, ​ເຈົ້າໜ້າ​ທີ່​ຈະ​ໄດ້​ຂະຫຍາຍ​ຜົນ​ຕື່ ​ເພື່ອ​ຊອກ​ຫາ​ທີ່​ມາ​ຂອງ​ເງິນ​ປອມ​ດັ່ງກ່າວ ​ເພື່ອ​ກ້າວ​ສູ່​ການ​ມ້າງ​ຂະ​ບວນການ​ຜະລິດ​ເງິນ​ປອມ​ທີ່​ເປັນ​ການ​ທຳລາຍ​ເສດຖະກິດ​ຂອງ​ຊາດ.

No comments:

Post a Comment