ເມື່ອບໍ່ດົນມານີ້, ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ
(PBM) ໄດ້ສະຫລອງວັນອະນຸລັກສັດ ນ້ຳ- ສັດ ປ່າແຫ່ງຊາດ ໂດຍການປ່ອຍປາ ລົງສູ່ແຫລ່ງນ້ຳທຳມະຊາດໃນ
ທົ່ວສາມແຂວງ ໂດຍການຮ່ວມ ມື ແລະ ປະສານສົມທົບກັບບັນດາ ຊຸມຊົນທ້ອງຖິ່ນ ແລະ ອຳນາດການປົກຄອງ,
ບໍລິສັດ ພູເບ້ຍ ມາຍນິງ ໄດ້ປະກອບສ່ວນປ່ອຍ ລູກປາທັງໝົດ 75.000 ໂຕ ເຊິ່ງ ໄດ້ຖືກຄັດເລືອກຈາກປາທຳມະ
ຊາດຊະນິດຕ່າງໆ ປະກອບມີປາ ແຝກ, ປາແກງ, ປາເຄັງ ແລະ ປາ ປາກ ໃນນີ້ ລູກປາຈຳນວນ 19.000 ໂຕ
ໄດ້ປ່ອຍລົງສູ່ເຂດອະນຸລັກນ້ຳຊອງ ເມືອງວັງວຽງ ແຂວງວຽງຈັນ ໃນວັນທີ 16 ກໍ ລະກົດ. ເຂົ້າຮ່ວມໃນພິທີດັ່ງກ່າວ
ມີເຈົ້າເມືອງວັງວຽງ ທ່ານ ອຸ່ນ ແສງ ແກ້ວດາວັນ, ຫົວໜ້າຫ້ອງ ການກະສິກຳ ແລະ ປ່າໄມ້ ທ່ານ
ຊົງໄຊ ລັດຕະນະຄຳເພັດ ແລະ ສະມາຊິກທີມງານພັດທະນາ ແບບຍືນຍົງໂຮງງານຂຸດຄົ້ນ ບ້ານຫ້ວຍຊາຍຂອງ
ບໍລິສັດພູ ເບ້ຍມາຍນິງ. ນອກຈາກນັ້ນ ບໍລິ ສັດຍັງໄດ້ຈັດພິທີປ່ອຍປາຂຶ້ນຢູ່ ເມືອງໄຊສົມບູນ
ແລະ ເມືອງຮົ່ມ ເຊິ່ງໄດ້ ປ່ອຍລູກປາ 36.000 ໂຕ ລົງສູ່ນ້ຳໂມ້ ແລະ ຮ່ວມກັບຫ້ອງ ການກະສິກຳ
ແລະ ປ່າໄມ້ເມືອງ ແປກປ່ອຍປາ 15.000 ໂຕລົງສູ່ ນ້ຳໂຄ້ ຢູ່ເມືອງແປກ ແຂວງຊຽງຂວາງ. ພ້ອມນັ້ນ
ປາອີກຈຳນວນ 5.000 ໂຕ ກໍໄດ້ຖືກປ່ອຍລົງສູ່ວັງສະ ຫງວນນ້ຳມັງ ຢູ່ບ້ານທ່າບົກເມືອງທ່າພະບາດ.
ທ່ານ ຈັນເພັງ ບຸນນະຜົນ ປະທານບໍລິສັດພູເບ້ຍມາຍນິງ
ໄດ້ກ່າວວ່າ: ພິທີປ່ອຍປາດັ່ງກ່າວແມ່ນແນວທາງທີ່ສຳ ຄັນໃນການຊ່ວຍໃຫ້ປະຊາຊົນ ເອົາໃຈໃສ່ອະນຸລັກສິ່ງແວດລ້ອມຫລາຍຂຶ້ນ.
ບໍລິສັດພູເບ້ຍມາຍນິງມີຄວາມພາກ ພູມໃຈ ເປັນຢ່າງຍິ່ງທີ່ໄດ້ມີສ່ວນຮ່ວມກັບລັດຖະບານ ແລະ ປະຊາ
ຊົນລາວໃນການສະຫລອງວັນ ອະນຸລັກສັດນ້ຳ-ສັດປ່າແຫ່ງ ຊາດ. ຫວັງວ່າຄວາມພະຍາຍາມທັງໝົດນີ້ຈະຊ່ວຍຊຸກຍູ້
ແລະ ສົ່ງ ເສີມໃຫ້ປະຊາຊົນ ຮັບຮູ້ ແລະ ເຂົ້າໃຈເຖິງຄວາມສຳ ຄັນຂອງການອະນຸລັກສັດນ້ຳ ແລະ ສັດປ່າ,
ປົກປັກຮັກສາສັດ ແລະ ພືດພັນນາໆຊະນິດໃຫ້ມີຄວາມອຸດົມສົມບູນ ແລະ ເພີ່ມຈຳນວນຊີ້ນ-ປາອາຫານບໍລິໂພກໃຫ້ນັບມື້ນັບຫລາຍຂຶ້ນ.

No comments:
Post a Comment