ການລົງນາມໃນສັນຍາໂຄງ ການກໍ່ສ້າງຕະຫລາດເມືອງຊະ
ນະຄາມ ແຂວງວຽງຈັນ ລະຫວ່າງເຈົ້າຂອງໂຄງການກັບ ບໍລິສັດຜູ້ຮັບເໝົາສຳປະທານ ໄດ້ມີຂຶ້ນໃນວັນທີ
17 ກໍລະກົດນີ້ ໂດຍ ແມ່ນທ່ານ ບຸນທັນ ປັນຍາທິລາດປະທານບໍລິສັດ ປັນຍາທິລາດກໍ່ສ້າງຂົວທາງ
ແລະ ຊົນລະປະທານຈຳກັດຜູ້ ດຽວ ແລະ ທ່ານ ອຸດົງ ພົງໄພປະດິດ ຫົວໜ້າພະແນກແຜນ ການ ແລະ ການລົງທຶນແຂວງໄດ້ຮ່ວມລົງນາມໃນສັນຍາ,
ຊ້ອງໜ້າພະນັກງານພາກສ່ວນ ຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ.
ປະທານບໍລິສັດດັ່ງກ່າວໄດ້ ກ່າວວ່າ: ພາຍຫລັງທີ່ເຊັນສັນຍາລົງມືກໍ່ສ້າງນີ້ແລ້ວ,
ບໍລິສັດຕົນ ຈະເລີ່ມລົງມືກໍ່ສ້າງໃນທ້າຍເດືອນກໍລະກົດນີ້ເປັນ ຕົ້ນໄປ ໂດຍ ຕາມແຜນການແລ້ວຈະໃຊ້ເວລາ
3 ປີ, ແຕ່ທາງບໍລິສັດຈະເລັ່ງໃຫ້ສຳເລັດພາຍ ໃນ 2 ປີ ເພື່ອໃຫ້ປະຊາຊົນຊາວຄ້າຂາຍພາຍໃນ ເມືອງໄດ້ຊົມໃຊ້ໂດຍໄວ.
ທ່ານ ກ່າວຕື່ມອີກວ່າ: ຕະຫລາດດັ່ງກ່າວນີ້ ໃຊ້ທຶນໃນການກໍ່ສ້າງເຖິງ 8 ຕື້ກວ່າກີບ ໂດຍແມ່ນທຶນຂອງບໍລິສັດເອງ
ໃນຮູບແບບສຳປະທານ 35 ປີ, ມີເນື້ອທີ່ເຖິງ 16.500 ກວ່າແມັດມົນທົນ, ປະກອບມີ 10 ອາຄານ, ມີ
10 ກວ່າຫ້ອງຂາຍ, ມີເດີ່ນ, ຮ່ອງລະບາຍນ້ຳ ອ້ອມ ຮອບ, ກໍ່ກຳແພງອ້ອມ, ປະກອບມີຫ້ອງນ້ຳ ທັງໃນບໍລິເວນຕະຫລາດ
ແລະ ນອກຕະຫລາດຈຳນວນໜຶ່ງ.
ສ່ວນການອຳນວຍຄວາມສະດວກໃນການສຳປະທານແມ່ນ ຮູບແບບເຊົ່າຫ້ອງຂາຍເປັນລາຍເດືອນໃນລາຄາທີ່
ເໝາະສົມ, ພາຍຫລັງຕະຫລາດ ແຫ່ງນີ້ສ້າງສຳເລັດຊາວຄ້າຂາຍພາຍໃນເມືອງຊະນະຄາມຈະມີຄວາມສະດວກໃນການ
ແລກປ່ຽນສິນຄ້າເຊິ່ງກັນ ແລະ ກັນສາມາດແກ້ໄຂບັນຫາການ ດຳເນີນທຸລະກິດຄ້າຂາຍໃຫ້ແກ່ຊາວເມືອງດັ່ງກ່າວໄດ້
ໂດຍພື້ນຖານ.
No comments:
Post a Comment