Ad

Ad

19 July 2013

ເປີດນຳໃຊ້ສຳນັກງານສະຖານ ທູດລາວຢູ່ຮ່າໂນ້ຍ



        ພິທີ​ເປີດ​ນຳ​ໃຊ້​ສຳນັກງານ​ໃໝ່​ຂອງ​ສະຖານທູດ​ລາວ​ຢູ່ຮ່າ​ໂນ້ຍ ສສ ຫວຽດນາມ ​ໄດ້​ມີ​ຂຶ້ນ​ໃນ​ເຊົ້າວັນ​ທີ 18 ກໍລະ ກົດ​ນີ້ ຢູ່​ເຮືອນ​ເລກທີ 40 ຖະໜົນ​ກວາງ​ຈຸງ (​ເມືອງ​ກວາງ​ຈຸ​ງ) ນະຄອນ ຫລວງ​ຮ່າ​ໂນ້ຍ ​ໂດຍ​ການ​ໃຫ້​ກຽດ​ເຂົ້າຮ່ວມ​ຂອງ​ທ່ານ ດຣ. ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ, ລັດຖະ ມົນຕີ​ວ່າການ​ກະ ຊວງ​ການ​ຕ່າງປະ​ເທດ ​ແລະ ທ່ານ ຟາ​ມບິງ​ມິ​ງ ລັດຖະມົນຕີ​ວ່າ ການ​ກະຊວງ​ການ​ຕ່າງປະ​ເທດຫວຽດນາມ ພ້ອມ​ດ້ວຍ​ພະນັກ ງານ​ຂັ້ນສູງ​ຂອງ​ສອງ​ປະ​ເທດ.
        ​ໃນ​ພິທີ,​ອຳນວຍ​ການ​ບໍລິສັດ​ຈິດ​ຈະ​ເລີ​ນຈຳກັດ ຜູ້​ຮັບ​ເໝົາ​ກໍ່ ສ້າງ​ໂຄງການ​ດັ່ງກ່າວ​ລາຍ​ງານ​ວ່າ: ສຳນັກງານ​ສະ ຖານທູດ​ລາວ​ໄດ້​ສ້າງ​ຂຶ້ນ​ໃນ​ເນື້ອທີ່​ດິນ​ກວ້າງ​ຫລາຍ​ກວ່າ 1.800 ຕາ​ແມັດ ​ໃນ​ເມືອງ​ກວາງ​ຈຸ​ງ​ເຂດ​ໃຈກາງ​ນະຄອນຫລວງ​ຮ່າ​ໂນ້ຍ ລວມມີ​ອາຄານ​ສຳນັກງານ​ສະຖານທູດ​ສູງ 5 ຊັ້ນ ​ແລະ​ເຮືອນ​ພັກ​ພະນັກ ງານ​ສະຖານທູດ​ສູງ 7 ຊັ້ນ ພ້ອມ​ຊັ້ນ​ໃຕ້​ດິນ ​ໄດ້​ສຳ​ເລັດ​ການ​ກໍ່ສ້າງ​ຮຽບຮ້ອຍ​ແລ້ວ,ສ່ວນ​ເຮືອ​ນພັກ ຂອງ​ທູດ​ເຊິ່ງຈະ​ສ້າງ​ຢູ່​ເຮືອນ​ເລກ ທີ 22 ຖະໜົນ​ເຈິ​ນບິງ​ຈ໋ອງ ເມືອງ​ເຈິ​ນ​ບິງ​ຈ໋ອງ ນະຄອນຫລວງ​ຮ່າ​ໂນ້ຍ ນັ້ນພວມ​ຢູ່​ໃນ​ໄລຍະ​ຂັ້ນ ຕອນ​ກະກຽມ.
     ທ່ານ ສົມ​ພອນ ສີ​ຈະ​ເລີ​ນ ​ເອກ​ອັກຄະ​ລັດຖະທູດ​ລາວ​ປະຈຳ ສສ ຫວຽດນາມ ​ໄດ້​ມີ​ຄຳ​ເຫັນ​ໃນ​ພິທີ ​ເພື່ອ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ​ແລະ ຮູ້​ບຸນຄຸນ​ຢ່າງ​ລົ້ນ​ເຫລືອ​ຕໍ່​ພັກ,ລັດຖະບານ ກໍ​ຄື​ກະຊວງ​ການ​ຕ່າງປະ​ເທດ ສປປ ລາວ ​ເຊິ່ງຍາມ​ໃດ​ກໍ​ໃຫ້​ຄວາມ​ເອົາ​ໃຈ​ໃສ່​ຊີ້ນຳ​ການຈັດຕັ້ງປະຕິບັດ​ໂຄງ ການ​ສຳຄັນ​ດັ່ງກ່າວ​ຢ່າງ​ໃກ້ຊິດ ຕິດ​ແທດ ​ເຊິ່ງ​ມັນ​ເປັນ​ອີກ​ໂຄງ ການ​ໜຶ່ງ​ທີ່​ຊໍ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝາຍ ​ແລະ ຄວາມ​ສຳຄັນ​ຂອງ​ສາຍ​ພົວພັນ​
ມິດຕະພາບ​ອັນ​ຍິ່ງ​ໃຫຍ່​, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະ ຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ ລາວ- ຫວຽດນາມ​ເຊິ່ງປະທານ ​ໂຮ່ຈີ ມິງ,ປະທານ ​ໄກສອນ ພົມວິຫານ ​ແລະ ປະທານ ສຸພາ​ນຸວົງ ທີ່​ແສນ​ເຄົາລົບ​ຮັກ​ເປັນ​ຜູ້​ກໍ່ຕັ້ງ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງກໍ​ຄື​ອະດີດ​ການ​ນຳ​ຜູ້​ອື່ນໆ ​ແລະ ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມ ​ໄດ້​ຖະນຸຖະ ໜອມ​ປົກ​ປັກ​ຮັກສາ​ໃຫ້​ນັບ​ມື້​ເຕີບ​ໃຫຍ່​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ພ້ອມ​ນັ້ນ,ທູດ​ລາວ ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ມາ​ຍັງ​ພັກ-ລັດຖະບານ​ຫວຽດນາມ​ທີ່​ໄດ້​ສ້າງ​ເງື່ອນ​ໄຂ ​ແລະ ອຳນວຍ​ຄວາມ​ສະດວກ​ທຸກ​ປະການ ​ເຮັດ​ໃຫ້ການ​ກໍ່ສ້າງ​ໂຄງການ​ສຳຄັນ​ນີ້ປະສົບ​ຜົນສຳ​ເລັດ ​ແລະ ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​ຕໍ່​ບໍລິ ສັດ​ຜູ້​ຮັບ​ເໝົາ​ໄດ້​ເຮັດ​ສຳ​ເລັດ​ໜ້າ​ທີ່​ຂອງ​ຕົນ​ທ່ວງທັນຕາ​ມກຳນົດ​ເວລາ ​ແລະ ຈະ​ນຳ​ໃຊ້​ສຳນັກງານ​ໃໝ່​ດັ່ງກ່າວ​ໃຫ້​ມີ​ປະ​ໂຫຍ​ດສູງ​ສຸດ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ເສີມ​ຂະຫຍາຍ​ສາຍ​ພົວ ພັນ​ຮ່ວມ​ມື​ສອງ​ປະ​ເທດ​ທີ່​ມີ​ມູນ​ເຊື້ອອັນ​ດີງາມ​ມາ​ແຕ່​ດົນ​ນານ​ແລ້ວນັ້ນ​ໃຫ້​ນັບ​ມື້​​ແຕກ​ດອກ​ອອກ​ຜົນ​ງອກ​ງາມຍິ່ງໆ​ຂຶ້ນ.

No comments:

Post a Comment