Ad

Ad

25 July 2013

ໄຂ້ເລືອດອອກສືບຕໍ່ແຜ່ລະບາດຢູ່ຫລາຍເມືອງເຂດຊົນນະບົດ



       ຫ້ອງການ​ສາທາລະນະ​ສຸກ​ເມືອງ ​ແລະ ​ແຂວງ​ສາລະ​ວັນ ລາຍ​ງານ​ໃຫ້​ຮູ້​ວ່າ: ປັດຈຸບັນ, ສະພາບ​ໄຂ້​ເລືອດ​ອອກ​ໄດ້​ສືບຕໍ່​ແຜ່​ລະບາດ​ອອກ​ສູ່​ຫລາຍ​ບ້ານ​ໃນ​ເມືອງ​ຂອງ​ຕົນ ຄື​ບ້ານ​ບຶງ​ຂາມ, ໜອງ​ໃສ, ກະ​ຊະ ​ແລະ ສອງ​ຄອນ​ຕື່ມ​ອີກ​ແລ້ວ ຈາກ 8 ບ້ານ​ໃນ​ເທສະ​ບານ​ເມືອງ​ທີ່​ມີ​ການລະບາດ​ມາ​ກ່ອນ​ແລ້ວ ຄື​ບ້ານ​ກົກ​ໂພ,ນາ​ຫລັກ, ວັດ​ກາງ, ​ໂພນ​ຈັກ, ​ໂພນ​ແກ້ວ, ນາບ​ອງ ​ແລະ ຫລັກ​ສອງ ​ໄດ້​ເຮັດ​ໃຫ້​ຈຳ ນວນ​ໂຕ​ເລກ​ຜູ້​ຕິດ​ເຊື້ອ​ເພີ່ມ​ຂຶ້ນ​ເປັນ 900 ກວ່າ​ຄົນ​ແລ້ວ, ​ເຖິງ​ວ່າ​​ສາທາລະນະ​ສຸກ​​ເມືອງ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ໄດ້​ສຸມ​ໃສ່​​ປິ່ນປົວ ແລະ ​ໂຄສະນາ​ປຸກລະດົມ​ມວນ​ຊົນ​ເຮັດ​ວຽກ​ງານ​ອະນາ​ໄມ​ສິ່ງ​ແວດ​ລ້ອມ, ບ້ານ​ເຮືອນ, ທຳລາຍ​ແຫ​ລ່ງ​ແຜ່​ພັນ​ຂອງ​ຍຸງ​ລາຍ ​ເຊິ່ງ​ແມ່ນ​​ໂຕນຳ​ເຊື້ອຂອງ​ພະຍາດ​ດັ່ງກ່າວໂດຍ​ການ​ເອົາ​ໃຈ​ໃສ່​ປະ ຕິບັດ​ຄຳ​ຂວັນ 5ປ ​ໃຫ້​ເປັນ​ປົກກະ ຕິຄື​ໜຶ່ງ​ແມ່ນ​ເອົາ​ໃຈ​ໃສ່​ປິດ​ພາ ຊະນະ​ເກັບ​ນ້ຳ​ໃນ​ເຮືອນ ຫລື ນອກ​ເຮືອນ ​ເພື່ອ​ບໍ່​ໃຫ້​ຍຸງ​ລາຍ​ໄຂ່​ໃສ່, ສອງ​ເອົາ​ໃຈ​ໃສ່​ປ່ຽນ​ນ້ຳ​ໃນ​ພາຊະນະ​ເຊັ່ນ: ​ເຕົ້າດອກ​ໄມ້, ນ້ຳ ຮອງ​ຕີນ​ຕູ້, ຖ້ານ​ຮອງ​ຈານ​ນ້ຳ ​ແລະ ອື່ນໆ, ສາມ​ແມ່ນ​ປຸກລະດົມ​ປ່ອຍ​ປາ​ຫາງ​ນົກ​ຍຸງ ​ເພື່ອ​ກິນ​ໜອນ​ນ້ຳ,ສີ່​ແມ່ນ​ປັບປຸງ​ອະນາ​ໄມ​ສິ່ງ​ແວດ​ລ້ອມອ້ອມ​ເຮືອນ​ບໍ່​ໃຫ້​ມີ​ກະ​ໂປະ,ກະປ໋ອງ,ຢາງ​ຕີນລົດ​ເກົ່າ​ທີ່​
ມີນ້ຳອັ່ງ​ ​ແລະ ຫ້າ​ແມ່ນ​ປະຕິ ບັດ​ວຽກ​ເຫລົ່ານັ້ນ​ໃຫ້​ເປັນນິ​ໄສ​ປະຈຳ​ທຸກໆ​ອາທິດ ​ແລະ ຖ້າ​ເປັນ​ໄຂ້​ໃຫ້​ໄປ​ພົບ​ແພດ​ໝໍ​ດ່ວນ.
            ສະ​ເພາະ​ຢູ່​ແຂວງ​ເຊ​ກອງ ​ເຖິງ​ວ່າ​ມີ​ລາຍ​ງານ​ວ່າ:ການລະ​ບາດ​ຂອງ​ໄຂ້​ເລືອດ​ອອກ​ຢູ່​ແຂວງ​ດັ່ງ ກ່າວ​ມີ​ທ່າ​ອ່ຽງຫລຸດ​ລົງ ຄື​ຢູ່​ເມືອງ​ກະລຶມ,​ ແຕ່​ກໍ​ຍັງ​ມີ​ຜູ້​ຕິດ​ເຊື້ອ​ເຖິງ 94 ກໍລະນີ ​ເຊິ່ງ​ຂະ​ແໜງ​ການ​ກ່ຽວ ຂ້ອງຂອງ​ແຂວງ​ກໍ​​ໄດ້​ສຸມໃສ່​ສະກັດ​ກັ້ນ ​ໂດຍ​ມາດ​ຕະ ການ​ຕ່າງໆ ໂດຍ​ສະ​ເພາະ​ການ​ປຸກລະດົມ​ປະຊາຊົນ​ເຮັດ​ວຽກ​ງານ​ອະນາ​ໄມ​ສິ່ງ​ແວດ​ລ້ອມ​ຕາມ 5 ມາດຖານ​ທີ່​ກະຊວງ​ສາທາລະນະ​ສຸກ​ວາງ​ອອກ.
        ສ່ວນ​ຢູ່​ແຂວງ​ຫົວພັນ ທີ່​ເປັນ ​ແຂວງ​ພູດ​ອຍ ​ແລະ ມີ​ອາກາດ​ເຢັນ ​ເຊິ່ງຜ່ານ​ມາ​ກໍ​ບໍ່​ຄ່ອຍ​ຈະ​ມີ​ການ ລະບາດ​ຂອງ​ໄຂ້​ເລືອດ​ອອກ​ແຕ່​ຢ່າງ​ໃດ, ​ແຕ່​ປີນີ້ ສະ​ເພາະ​ຢູ່​ໂຮງໝໍ​ແຂວງ​ກໍ​ສາມາດ​ກວດ​ພົບ​ເຫັນ​ຜູ້​ຕິດ​ເຊື້ອ​ໄຂ້​ເລືອດ​ອອກ​ແລ້ວ 22 ກໍລະນີ​ແລະສ່ວນ​ຫລາຍ ຜູ້​ຕິດ​ເຊື້ອ​ເຫລົ່ານັ້ນ​ແມ່ນ​ມາ​ຈາກ​ການ​ໄປ​ເຮັດ​ວຽກ​ຢູ່​​ແຂວງ​ມີ​ການລະບາດ​ອື່ນໆ.​ ແຕ່​ເຖິງ​ຢ່າງ​ໃດ, ພະ​ແນ​ກສາທາ​ແຂວງ​ກໍ​ໄດ້​ອອກ​ມາ​ເຕືອນ​ໃຫ້​ປະຊາຊົນ​ມີ​ສະ ຕິ​ເຝົ້າລະວັງ ​ແລະ ​ເອົາ​ໃຈ​ໃສ່​ເຮັດ​ວຽກ​ງານ​ອະນາ​ໄມ​ສິ່ງ​ແວດ​ລ້ອມ ​ແລະ ​ເຮືອນ​ຊານ​ໃຫ້​ດີ​ເພື່ອ​ສາມາດ​ກຳຈັດ​ແຫ​ລ່ງ​ແຜ່​ພັນ​ຂອງ​ຍຸງ​ລາຍ​ໂຕ​ນຳ​ເຊື້ອພະຍາດ​ດັ່ງ ກ່າວ​ໃຫ້​ໝົດ​ໄປ.

No comments:

Post a Comment