Ad

Ad

25 July 2013

ການພັດທະນາຄອບຄົວ ( ຄໍລຳ ແລກປ່ຽນຄຳເຫັນ )



     ຄອບຄົວຈະຈະເລີນກ້າວໜ້າ ມີຄວາມສຸກຄວາມສຳເລັດໄດ້ນັ້ນ ຈະຕ້ອງເປັນຄອບຄົວທີ່ໄດ້ຮັບການ ພັດທະນາຕາມຫລັກ ການ ແລະ ຮູບແບບຕ່າງໆທີ່ຂາດບໍ່ໄດ້ ຄື 1. ມີສັດທາສະເໝີກັນ, ມີຄວາມເຊື່ອໝັ້ນ ເຊິ່ງກັນ ແລະ ກັນ ແລະ ມີເປົ້າໝາຍຂອງ ຊີວິດເປັນ ໄປໃນແນວທາງດຽວກັນ. 2. ມີ ຄວາມປະພຶດ, ມີລະ ບຽບວິໄນ, ມີຄວາມຊື່ສັດສຸດຈະລິດ ແລະ ມີ ຈັນຍາມາລະ ຍາດ. 3. ມີຄວາມເສຍສະລະ ຮູ້ຈັກເອື້ອເຟື້ອ ເພື່ອແຜ່ຊ່ວຍເຫລືອບໍ່ເຫັນແກ່ຕົວມີໃຈບຸນໃຈກຸສົນກວ້າງຂວາງ. 4. ມີປັນຍາ ວຸດທິການສຶກສາບໍ່ແຕກ ຕ່າງກັນ, ມີວິຊາຄວາມຮູ້ສະຫລາດສະຫລຽວ ແລະ ມີຄວາມຄິດສ້າງສັນນຳກັນ.
    ນອກຈາກຫລັກ 4 ປະການທີ່ໄດ້ກ່າວມາແລ້ວນັ້ນ ເຊິ່ງເປັນແຕ່ ພຽງຫລັກການເບື້ອງຕົ້ນ, ແຕ່ສຳລັບຄູ່ ສົມຣົດ ຫລື ຄູ່ຜົວ ເມຍຈະຕ້ອງໄດ້ສຶກສາ ແລະ ປະຕິບັດຕື່ມນັ້ນ ຄືຫລັກຂອງການປະຕິບັດຕໍ່ ກັນມີ 4 ປະການຄື 1. ຈິງໃຈ ຄືຊື່ສັດຕໍ່ກັນ ແລະ ກັນ. 2. ເຝິກຕົນ ຄື ຮູ້ຈັກຂົ່ມຈິດໃຈຕົນເອງຄວບຄຸມໃຈຕົນ ເອງ, ຮູ້ແກ້ໄຂຂໍ້ບົກຜ່ອງຂໍ້ຂັດແຍ່ງຕ່າງໆເຂົ້າຫາກັນ. 3. ອົດທົນ ຄືມີນ້ຳໃຈເຂັ້ມແຂງໜັກແໜ້ນ ແລະ ຄວາມ ອົດທົນພະຍາຍາມໃນທຸກວຽກງານ, ຮູ້ຜ່ານຜ່າອຸປະສັກເພື່ອສ້າງຄວາມເປັນປຶກ ແຜ່ນປອງດອງໃຫ້ແກ່ ຄອບຄົວດ້ວຍກັນ. 4. ເສຍສະລະຄືມີນ້ຳໃຈເສຍສະລະຄວາມສຸກສຳລານຄວາມພໍໃຈສ່ວນຕົວເພື່ອຄູ່ ຄອງ, ມີຈິດໃຈເອື້ອເຟື້ອໂອບອ້ອມ ແລະ ມີຈິດໃຈກວ້າງຂວາງ.

     ນອກຈາກຫລັກການລະ ຫວ່າງຜົວເມຍແລ້ວ ເພື່ອເຮັດໃຫ້ ຄອບຄົວມີຄວາມຈະເລີນກ້າວໜ້າມີຊີ ວິດທີ່ໝັ້ນຄົງກໍຈະຕ້ອງ ໄດ້ປະຕິບັດຕື່ມອີກກ່ຽວກັບຫລັກຄວາມໝັ້ນຄົງ ແລະ ຄວາມອຸດົມສົມບູນຂອງຄອບຄົວເຊິ່ງເປັນຫລັກການທີ່ຈະສົ່ງເສີມ ຄວາມຢູ່ດີກິນດີດ້ານເສດຖະກິດຄືຮູ້ຈັກສະແຫວງຫາເຂົ້າຂອງ ເຄື່ອງໃຊ້ທີ່ເສຍໄປມາໄວ້ຄືນຄືເມື່ອຂອງສິ່ງໃດເຄື່ອງໃຊ້ສິ່ງ ໃດໃນເຮືອນ,ໃນຄອບຄົວເສຍໄປທີ່ຢູ່ໃນຄວາມສາມາດພໍທີ່ຈະຫາຄືນມາໄດ້ກໍຄວນຫາມາໃຫ້ໄດ້ບໍ່ຄວນປ່ອຍໃຫ້ມັນເສຍຫາຍ ໄປໂດຍບໍ່ຫ່ວງຫາ ແລະ ເສຍດາຍ; ຮູ້ຈັກບູລະນະປົວແປງວັດຖຸສິ່ງຂອງ ແລະ ຮູ້ປະຢັດມັດທະຍັດ. ພ້ອມນັ້ນ ກໍຕ້ອງຮູ້ຈັກ ປະມານໃນການກິນການໃຊ້ຄືຮູ້ຈັກປະຢັດກິນປະຢັດໃຊ້ບໍ່ຟຸມເຟືອຍ ແລະ ຈະຕ້ອງເປັນຜູ້ມີສິນທຳມີສິນ 5 ແລະ ຄວນຫລີກ ເວັ້ນອະບາຍຍະມຸກຕ່າງໆ. ນີ້ກໍເປັນພຽງແຕ່ການສະເໜີແບບຢ່າງອັນໜຶ່ງໃຫ້ແຕ່ລະ ຄົນ, ແຕ່ລະຄອບຄົວໄດ້ເປັນ ແວ່ນແຍງຕໍ່ການປະພຶດຂອງຕົນ.

No comments:

Post a Comment