Ad

Ad

25 July 2013

ສ້າງຂະບວນການທຳລາຍແຫລ່ງແຜ່ພັນຍຸງລາຍຢູ່ເມືອງສີສັດຕະນາກ



      ການ​ປຸກລະດົມ​ໃຫ້​ປະຊາຊົນ​ໃນ​ກຸ່ມ​ບ້ານ ​ແລະ ຊຸມ​ຊົນ​ ເຂົ້າຮ່ວມ​ຂະ​ບວນ ການທຳລາຍແຫ​ລ່ງແຜ່​ພັນ​ຂອງ​ຍຸງ​ລາຍຢ່າງ​ເປັນ​ຂະ​ບວນການ​ກວ້າງຂວາງເປັນ​ມາດ​ຕະການ​ທີ່​ໄດ້​ຮັບ​ຜົນ​ທີ່​ສຸດ​ໃນ​ການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ການລະບາດ​ຂອງ​ພະຍາດ​ໄຂ້​ເລືອດ​ອອກ​ໃນ​ປັດຈຸ​ບັນດັ່ງນັ້ນ ວັນ​ທີ 24 ກໍລະກົດ 2013 ນີ້ ກະ ຊວງ​ສາທາລະ ນະ​ສຸກ, ພະ​ແນ​ກ ສາທາລະນະ​ສຸກ​ນະຄອນຫຼວງ​ວຽງ​ຈັນ ​ແລະ ຫ້ອງການສາທາ ລະນະ​ສຸກ​ເມືອງ​ສີ​ສັດຕະ​ນາກ ພ້ອມ​ດ້ວຍ​ນັກ​ສຶກສາ ປີທີີ 5 ຂອງ​ມະຫາວິທະຍາ​ໄລ​ວິທະຍາສາດ​ສຸຂະພາບຈຳ ນວນ 31 ຄົນ ​ໄດ້​ລົງ​ເຄື່ອນ​ໄຫວ​ສ້າງ​ຂະ​ບວນການ ປຸກລະດົມ​ໃຫ້​ປະຊາຊົນ ​ໃນ​ກຸ່ມ​ບ້ານ ​ແລະ ຊຸມ​ຊົນ​ ເຂົ້າຮ່ວມ​ຂະ​ບວນການທຳລາຍ​ແຫ​ລ່ງ​ແຜ່​ພັນ​ຂອງ​ຍຸງ​ລາຍ ​ຢູ່ສາມ​ບ້ານທີ່​ຂຶ້ນກັບ​ເມືອງ​ສີ​ສັດຕະ​ນາກ ​ຄື ບ້ານ​ເພຍ​ວັດ, ສີ​ເມືອງ ​ແລະ ເກົ້າຍອດ ​ໂດຍ​ມີ​ອຳນາດ​ການ​ປົຄອງ​ບ້ານ ພ້ອມ​ດ້ວຍ​ພໍ່​ແມ່​ປະຊາຊົນ​ເຂົ້າ ຮ່ວມ​ຢ່າງ​ຫລວງຫລາຍ.

              ຕາມ​ການ​ລາຍ​ງານ ຂອງ ທ່ານ ດຣ. ຄອນ​ສະຫວັນ ​ເທບ​ພະ​ວົງ ຫົວໜ້າ​ຫ້ອງການສາທາລະ ນະ​ສຸກ​ ເມືອງ​ສີ​ສັດຕະ​ນາ​ກ​ ໃຫ້​ຮູ້​ວ່າ: ຜ່ານ​ມາ​ເມືອງ​ສີ​ສັດຕະ​ນາກ ​ໄດ້​ຈັດຕັ້ງຂະ​ບວນານ​ດັ່ງກ່າວມາ​ແລ້ວ 21 ບ້ານ,​ ໃນ​ນັ້ນ ພົບ​ເຫັນ​ພາຊະນະ​ເກືອບ 30% ​ມີ​ໜອນ​ນ້ຳຍຸງ​ລາຍ, ສ່ວນ​ບ້ານ​ທີ່​ຍັງ​ບໍ່​ໄດ້​ຈັດຕັ້ງປະຕິ ບັດມີ 6 ບ້ານ​ ແລະ ຈະ​ສືບຕໍ່​ໃຫ້​ສຳ​ເລັດ​ໃນ​ໄວໆ​ນີ້.
         ໃນ​ການສ້າງ​ຂະ​ບວນການ​ດັ່ງກ່າວ ​ແມ່ນ​ລົງ​ທຸກ​ຫລັງຄາ​ເຮືອນ ​ເພື່ອ​ທຳລາຍ​ແຫ​ລ່ງ​ແຜ່​ພັນ​ຂອງ​ຍຸ​ງລາຍ ​ໃນ​ພາ ຊະນະ​ຕ່າງໆທີ່​ພົບ​ເຫັນ​ໃນ​ບໍລິ​ເວນ ເຮືອນ​ຂອງ​ພໍ່​ແມ່​ປະຊາ​ຊົນ, ພ້ອມ​ທັງ​ໂຄສະນາ​ສຸຂະ​ສຶກສາ​ໃຫ້ເຈ້ົາ ຂອງ​ເຮືອນເອົາ​ໃຈ​ໃສ່​​ທຳລາຍ​ແຫ​ລ່ງ​ແຜ່​ພັນ​ຂອງ​ຍຸງ​ລາຍໂດຍ​ປະຕິບັດ​ຕາມ​ຫລັກການ 5 ປ ຄື: ປິດ, ປ່ຽນ, ປ່ອຍ, ປັບປຸງ ແລະ ປະຕິບັດ. ​ໃນ​ການ​ລົງ​ແຕ່ລະ​ເຮືອນ​ແມ່ນ​ໄດ້​ກວດ​ທຸກ​ພາຊະນະ​ທີ່​ເກັບ​ຂັງ​ນ້ຳວ່າ​ມີ​ໜອນ​ນ້ຳຍຸງ​ລາຍ​ບໍ່ຖ້າ​ພົບ​ເຫັນ​ກໍ​ຈະ​ທຳລາຍ​ດ້ວຍ​ການ​ຂວ້ຳ, ລ້າງ ​ແລະ ໃສ່​ຊາຍ​ຂ້າ​ໜອນ​ນ້ຳ, ຈາກ​ນັ້ນ ກໍ​ຈົດ​ກ່າຍ​ໃສ່​ແບບ​ຟອມ​ເພື່ອ​ຕິດ​ໃສ່​ເຮືອນ​​ທີ່​ກວດ. ສຳລັບ​ເຮືອນ​ທີ່​ພົບ​ເຫັນ​ໜອນ​ນ້ຳ ​ແມ່ນ​ໄດ້​ອະທິບາຍ​ໃຫ້​ເຈົ້າຂອງ​ເຮືອນເອົາ​ໃຈ​ໃສ່​ບໍ່​ໃຫ້​ມີ​ໜອນ​ນ້ຳ​ເກີດ​ຂຶ້ນອີກ.

No comments:

Post a Comment