Ad

Ad

25 July 2013

ລາງວັນຮູບຖ່າຍກ່ຽວກັບສິ່ງແວດລ້ອມ



          ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່​ງແວດ​ລ້ອມ ໄດ້​ມອບ​ລາງວັນ​ການປະກວດ ຮູບ​ຖ່າຍ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ໃຫ້​ຜູ້​ຊະນະ​ເລີດ ​ໃນ​ໂຄງການ​ສົ່ງ​ເສີມ​ການ​ສຶກສາ​ສິ່ງ​ແວດ​ລ້ອມ​ ແລະ ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດໃນ​ວັນ​ທີ 24 ກໍລະກົດ 2013 ຢູ່ໂຮງ​ແຮມ​ເສດ​ຖາປາລັດ ນະ ຄອນຫລວງວຽງຈັນ.
          ໂຄງການ​ນີ້​ ໄດ້​​ເລີ່​ມຄັດ​ເລືອກ​ຮູບ​ພາບ​ມາ​ແຕ່​ວັນ​ທີ 29 ມີນາ 2013 ຊຶ່ງມີຜູ້​​ສົ່ງ​ຮູບ​ພາບ ເຂົ້າ​ປະ​ກວດ​ທັງ​ໝົດ 80 ຮູບ ແລະ ​ຜ່ານ​ການ​ຄັດ​ເລືອກໄດ້ 10 ຮູບ. ຜູ້ທີ່​ໄດ້​ຮັບ​​ລາງວັນຊະນະ​ເລີດ​ ແມ່ນທ້າວ ວິລະ​ສັກ ສຸດ​ທິສານ ໄດ້​ຮັບ​ເງິນ​ຈຳນວນ 3.000.000 ກີບ, ຮູບ​ພາບ​ດັ່ງກ່າວ​ໄດ້​ສະ​ແດງ​ເຖິງ​ທຳ​ມະ​ຊາດ​ທີ່​ຖືກ​ທຳລາຍ. “ໄຮ່ນາ​ແມ່ນ​ໄດ້​ຖືກ​ໄຟໄໝ້​ໃນ​ການ​ກະກຽມ​ສຳລັບ​ລະດູ​ການ​ປູກ​ເຂົ້າ” ຢູ່​ແຂວງ​ສາລະ​ວັນ, ລາງວັນ​ທີ 2 ຄື: ທ້າວ ​ໄຕ​ແກ້ວ ພໍ​ລະ​ສີນ ​ໄດ້​ຮັບ​ລາງວັນ 2.500.000 ກີບ ຮູບ​ພາບ​ໄດ້​ສະ​ແດງ​ເຖິງ “ ​​ຝາຍ​ຫົວ​ນ້ຳ​
ແຟນທຳ​ມະ​ຊາດ”​ ບ້ານ​ບໍ່ ​ເມືອງ​ໄຊ ແຂວງ​ອຸດົມ​ໄຊ ​ແລະ ລາງວັນ 3 ຄື: ນາງ ສຸດທິ​ດາ ສຸລິຍະ​ວົງ ​ໄດ້​ຮັບ​ລາງວັນ 1.500.000 ກີບຮູບ​ພາບ​ສະ​ແດງ​ເຖິງ ​“ໄພແຫ້ງ​ແລ້ງ​ໄດ້​ສົ່ງ​ຜົນ​ກະທົບ​ຄັ້ງ​ຍິ່ງ​ໃຫຍ່​ຕໍ່​ກັບ​ສິ່ງ​ແວດ​ລ້ອມ, ການ​ຜະລິ​ດ ກະ​ສີ​ກຳ, ສຸຂະພາບ ​ແລະ ເສດ ຖະກິດ​ ພ້ອມ​ນັ້ນ​ກໍ​ຍັງ​ສາມາດ​ທຳ ລາຍ​ຊິວິດ​ການ​ເປັນ​ຢູ່ຂອງ​ປະ ຊາຊົນ” ບ້ານ​ນາ​ຄຳ ​ເມືອງ​ທ່າ​ແຂກ ​ແຂວງ​ຄຳ​ມ່ວນ. ນອກຈາກ ນີ້ ຍັງ​ມີ​ລາງວັນ​ຊົມ​ເຊີຍ ຈຳນວນ 7 ລາງວັນໆລະ 500.000 ກີບ, ມອບ​ໂດຍ​ທ່ານ ຄຳ​ປະດິດ ຄຳ​ມູນ​ເຮືອງ ຫົວໜ້າ​ກົມ​ສົ່ງ​ເສີມ​ຄຸນ​ນະພາ​ບສິ່ງ​ແວດ​ລ້ອມ, ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ.
       ໂຄງການ​ດັ່ງກ່າວ​​ໄດ້​ລ​ິເລີ່​ມ​ເປັນ​ປີ​ທຳ​ອິດ​ທີ່​ຈະ​ໄດ້​ນຳ​ໄປ​ຈັດ​ຕັ້ງ​ປະຕິບັດ ​ຢູ່ 3 ​ແຂວງ ​ເຊັ່ນ: ແຂວງ​ໄຊ​ຍະ​ບູລີ,​ ແຂວງ​ຫົວພັນ ແລະ ຄຳ​ມ່ວນ​ ໂດຍ​ມີ​ຈຸດປະສົງ​ແນໃສ່​ເພີ່ມ​ຄວາມ​ຮູ້, ທັດສະນະ​ຄະຕິ ​ແລະ ພຶດຕິ​ກຳ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ, ຊີວະ​ນາໆ​ພັນ ​ແລະ ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ຢູ່​ປະ​ເທດ​ລາວ​ໄດ້​ຖືກ​ປັບປຸງ​ແກ້​ໄຂ​ໂດຍ​ນຳ​ໃຊ້ການ​ສື່ສານ ​ແລະ ການສຶກສາ.

No comments:

Post a Comment