ສປປ ລາວ ໃນຖານະເປັນປະເທດສະມາຊິກຂອງອາຊຽນ,
ໄດ້ຍົກສູງຊື່ສຽງ ແລະ ບົດບາດຂອງຕົນໃຫ້ເດັ່ນຂຶ້ນເປັນກ້າວໆສະແດງອອກໃນໂອກາດໄດ້ເປັນປະທານອາຊຽນ
ແລະ ເປັນເຈົ້າ ພາບກອງປະຊຸມສຸດຍອດອາຊຽນ ຄ້ັງທີ 10 ແລະ ຫລາຍກອງປະ ຊຸມສຸດຍອດກັບບັນດາຄູ່ເຈລະຈາ
ໃນປີ 2004- 2005 ທີ່ໄດ້ຮັບຜົນສຳເລັດເປັນຢ່າງດີ ແລະ ເມື່ອປີ 2012 ຜ່ານມາ,
ປະເທດເຮົາໄດ້ຮັບກຽດເປັນເຈົ້າພາບຈັດກອງປະ ຊຸມທີ່ສຳຄັນຂອງພາກພື້ນ ແລະ ສາກົນຫລາຍຄັ້ງ
ໂດຍສະເພາະແມ່ນກອງປະຊຸມສຸດຍອດອາຊີ-ເອີຣົບ (ອາເຊັມ) ຄັ້ງທີ 9, ກອງປະຊຸມລັດຖະ
ສະພາອາຊີ-ເອີຣົບ ຄັ້ງທີ 7 ແລະ ກອງປະຊຸມປິ່ນອ້ອມອື່ນໆ.
ທ່ານ ດຣ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ
ໄດ້ລາຍ ງານຕໍ່ສະພາແຫ່ງຊ າດ ເມື່ອອາ ທິດຜ່ານມາວ່າ: ການເຂົ້າເປັນສະມາຊິກອາຊຽນ ເປັນກາລະໂອກາດອັນໃໝ່ຂອງສປປ.
ລາວ, ເປັນການເພີ່ມເວທີການເຄື່ອນໄຫວການເມືອງ-ການທູດ,ເປັນການສ້າງສະພາບແວດລ້ອມທີ່ອຳນວຍໃຫ້ແກ່ການຍາດແຍ່ງເອົາທ່າແຮງຂອງຍຸກສະໄໝມາສົມທົບກັບທ່າແຮງພາຍໃນເພື່ອພາລະກິດປົກປັກຮັກສາ
ແລະ ສ້າງສາປະເທດຊາດຂອງພວກເຮົາ ແລະ ຍັງເປັນກາລະໂອກາດອັນດີ ເພື່ອສ້າງສະພາບແວດລ້ອມ
ທີ່ອຳນວຍໃຫ້ແກ່ການຮັດແໜ້ນຄວາມສາມັກຄີ ແລະ ເສີມຂະ ຫຍາຍການຮ່ວມມືດ້ານການຄ້າ
ກັບບັນດາປະເທດສະມາຊິກ.
ສປປ.ລາວ ໄດ້ເຂ້ົາເປັນສະມາຊິກອາຊຽນ
ໃນວັນທີ 23 ກໍລະກົດ 1997 ແລະ ປີນີ້ກໍຄົບ ຮອບ 16 ປີພໍດີ. ຕະຫລອດໄລ ຍະຜ່ານມາ,ເຖິງວ່າ
ສປປ. ລາວ ເປັນປະເທດນ້ອຍແຕ່ກໍເຂົ້າຮ່ວມການເຄື່ອນໄຫວວຽກງານອາຊຽນ ຮ່ວມກັບບັນດາປະເທດສະ
ມາຊິກຢ່າງຫ້າວຫັນ ແລະ ດ້ວຍຄວາມຮັບຜິດຊອບສູງ ອັນໄດ້ປະກອບສ່ວນສຳຄັນໃນຜົນສຳເລັດລວມຂອງອາຊຽນ
ແລະ ໄດ້ນຳເອົາຜົນປະໂຫຍດຫລາຍຢ່າງມາສູ່ປະເທດເຮົາ ເຊັ່ນ: ຖານະບົດ ບາດຂອງປະເທດເຮົາສູງເດັ່ນຂຶ້ນເທື່ອລະກ້າວໃນເວທີພາກພື້ນແລະສາກົນ.
ພ້ອມນີ້,ການເຂົ້າ ຮ່ວມເຂດການຄ້າເສລີອາຊຽນ ກໍຄືການຮ່ວມມືທາງເສດຖະກິດໄດ້ປະກອບສ່ວນໃນການຂະຫຍາຍຕົວທາງການຄ້າ,
ການລົງທຶນ, ການທ່ອງທ່ຽວ ແລະ ອື່ນໆ. ນອກນີ້, ປະເທດເຮົາຍັງໄດ້ຮັບການສະໜັບສະໜູນ
ແລະຊ່ວຍເຫລືອດ້ານເຕັກນິກ ແລະ ການພັດທະນາຊັບພະຍາ ກອນມະນຸດຈາກບັນດາປະເທດໃນອາຊຽນ,
ບັນດາປະເທດຄູ່ເຈ ລະຈາ ແລະ ອື່ນໆ. ຜົນສຳເລັດທີ່ ສປປ.ລາວ ຍາດມາໄດ້ແມ່ນຍ້ອນການຊີ້ນຳ-ນຳພາຢ່າງໃກ້ຊິດ
ຂອງກົມການເມືອງສູນກາງພັກ ແລະ ລັດຖະບານ, ການປະກອບສ່ວນຢ່າງເປັນເຈົ້າການຂອງບັນດາພະນັກງານ,
ທະຫານ, ຕຳຫລວດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ
ແລະ ຍ້ອນການສະໜັບສະໜູນຊ່ວຍເຫລືອຂອງບັນດາປະເທດເພື່ອນມິດອາຊຽນ.
ພາຍຫລັງຮັບຮອງເອົາກົດບັດອາຊຽນ
ໄດ້ມີການຮັດແໜ້ນການຮ່ວມມືອາຊຽນໃນສາມເສົາຄ້ຳ ຄື ດ້ານການເມືອງ- ຄວາມໝັ້ນຄົງ,ເສດຖະກິດ
ແລະ ວັດທະນະທຳ-ສັງຄົມ ເພື່ອກ້າວໄປສູ່ການສ້າງປະຊາຄົມອາຊຽນໃນປີ 2015 ໂດຍສະເພາະແມ່ນການເຊື່ອມໂຍງເສດຖະກິດຂອງປະເທດເຮົາ
ເຂົ້າກັບພາກພື້ນ ກໍຄື ການເຂົ້າຮ່ວມເຂດການຄ້າເສລີອາຊຽນ ແລະ ເຂດການຄ້າເສລີ
ລະຫວ່າງ ອາຊຽນກັບຄູ່ເຈລະຈາຕ່າງໆ ຊຶ່ງເປັນສິ່ງທ້າທາຍບໍ່ໜ້ອຍສຳລັບ ສປປ.ລາວ
ເນື່ອງຈາກຄວາມແຕກໂຕນກັນທາງການພັດທະນາ.ບັນຫາເຫລົ່ານີ້ເປັນໜ້າທີ່ຂອງໝົດທຸກຄົນທັງພາກລັດ
ແລະ ເອກະຊົນ ໂດຍສະເພາະແມ່ນບັນດານັກທຸລະກິດ, ຊາວຄ້າຂາຍຕະຫລອດເຖິງປະຊາຊົນບັນດາເຜົ່າຕ້ອງເພີ່ມທະວີຄວາມພະຍາຍາມ
ເພື່ອກຽມພ້ອມຮັບມືກັບສິ່ງທ້າທາຍດັ່ງກ່າວໃນທຸກດ້ານເພື່ອພ້ອມກັນສະແຫວງຫາຜົນປະໂຫຍດມາສູ່ປະເທດຊາດຈາກການເຊື່ອມໂຍງເສດຖະ
ກິດດັ່ງກ່າວ.

No comments:
Post a Comment