Ad

Ad

24 July 2013

ເມືອງນາໝໍ້ ສປປ.ລາວ ແລະ ເມືອງລ້າ ສປ ຈີນ ເລ່ັງແກ້ໄຂບັນ ຫາການລະເມີດສັນຍາໂຄງການປູກກ້ວຍຢູ່ບ້ານມູຕຶນ



        ອຳນາດການປົກຄອງທ້ອງ ຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເມືອງ ນາໝໍ້ ແຂວງ ອຸດົມໄຊ ຮ່ວມມືກັບເຈົ້າໜ້າທ່ີ ຈີນ ເລັ່ງແກ້ ໄຂບັນຫາ ການລະເມີດສັນຍາ ຂອງບໍລິສັດປູກກ້ວຍຫອມຢູ່ບ້ານ ມູຕຶນພາຍຫຼັງບໍລິສັດດັ່ງກ່າວບໍ່ ສາມາດປະຕິບັດ ໄດ້ຕາມ ເນື້ອໃນ ສັນຍາທີ່ມີຕໍ່ປະຊາຊົນ ໃນເບື້ອງ ຕົ້ນສົ່ງຜົນໃຫ້ປະຊາຊົນຫຼາຍ ຄອບຄົວໄດ້ຮັບຄວາມເດືອດຮ້ອນ ຫຼັງບໍ່ໄດ້ຂາຍຜົນຜະລິດຕາມສັນ ຍາສອງ​ຝ່າຍ ​ແລະ ຕໍ່​ບັນຫານີ້​ໄດ້​ແກ່ຍາວ​ມາ​ດົນ​ແລ້ວ ດັ່ງນັ້ນ ທາງ ເຈົ້າໜ້າທີລາວ ແລະ ຈີນ ຈະຫາ ທຸກວິທີທາງ ​ແກ້​ໄຂ ເພື່ອບໍ່ໃຫ້ບັນ ຫາດັ່ງກ່າວ ກະທົບ ກະ​ເທືອ​ນຕໍ່ສາຍພົວ ພັນລະຫວ່າງທ້ອງຖິ່ນບ້ານ​ໃກ້​ເຮືອນ​ຄຽງ​ດ້ວຍ​ກັນ.
           ທ່ານ ທອງສຸກ ດາໜູພັນ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນ ເມືອງ ນາໝໍ້ ແຂວງ ອຸ ດົມໄຊ ໃຫ້ຮູ້ວ່າ: ໄລຍະຜ່ານມາມີຫຼາຍ ບໍລິສັດຈາກຕ່າງປະ ເທດໃຫ້ຄວາມສົນໃຈລົງທຶນເຂົ້າ ໃນໂຄງການ ພັດທະນາຂະແໜງການຕ່າງໆ ໂດຍ ສະເພາະແມ່ນ ຂະ ແໜງກະສິກຳເຊິ່ງມີ ຫຼາຍບໍລິສັດຈາກ ສປ ຈີນ ເຂົ້າມາລົງ ທຶນ ໃນໂຄງການປູກກ້ວຍ ແລະ ພຶດຊະນິດ
ຕ່າງໆບາງໂຄງການ ກໍສາມາດເຄື່ອນໄຫວ ແລະ ດຳ ເນີນງານໄປ ຕາມຂັ້ນຕອນ ແລະ ລະບຽບການທີ່ໄດ້ຕົກລົງກັນໄວ້ ເຊິ່ງໄດ້ ນຳຜົນປະໂຫຍດມາສູ່ປະຊາຊົນ ແລະ ປະເທດຊາດ​ເປັນ​ຈຳນວນ​ບໍ່​ໜ້ອຍແຕ່ຂະນະ ດຽວກັນ ບາງໂຄງການ ແລະ ບາງບໍລິສັດ ກໍ ບໍ່ໄປຕາມຂັ້ນຕອນ, ລະບຽບ ການ ແລະ ເນື້ອໃນສັນຍາຕ່າງໆ ທີ່ມີໄວ້ກັບປະຊາຊົນ ແລະ ການ ຈັດ ຕັ້ງທີ່ກ່ຽວຂ້ອງອັນໄດ້ນຳ ເອົາຄວາມເດືອດຮ້ອນ ແລະ ຄວາມສູນເສຍມາສູ່ປະຊາຊົນ ແລະ ການຈັດຕັ້ງ ເປັນຕົ້ນແມ່ນ ໂຄງການປູກກ້ວຍຫອມ ຂອງ ບໍລິສັດ ພູໄວລອງ ຢູ່ເຂດບ້ານ ມູ ຕືນເຊິ່ງເຫັນວ່າການເຄື່ອນໄຫວຂອງບໍລິສັດດັ່ງກ່າວແມ່ນບໍ່ໄປຕາມສັນຍາທີ່ໄດ້ຕົກ ລົງໄວ້ກັບ ປະຊາຊົນໃນ ເບື້ອງຕົ້ນສົ່ງຜົນໃຫ້ປະຊາຊົນທີ່ເຂົ້າຮ່ວມໂຄງການດັ່ງກ່າວໄດ້ຮັບ ຄວາມເດືອດຮ້ອນຫຼັງບໍ່ໄດ້ຂາຍ ຜົນຜະລິດ ແລະ ບໍ່ໄດ້ຮັບນະໂຍບາຍຕ່າງໆທີ່ໄດ້ຕົກລົງກັນໄວ້ທັງສ້າງຄວາມບໍ່ເຊື່ອໝັ້ນໃຫ້ແກ່ປະຊາຊົນຂົງເຂດອື່ນທີ່ເຂົ້າຮ່ວມໂຄງການຕ່າງໆ ພາຍຫຼັງມີປາກົດການດັ່ງກ່າວ.
           ສາເຫດທີ່ເຮັດໃຫ້ບໍລິສັດ ດັ່ງກ່າວບໍ່ສາມາດເຄື່ອນໄຫວ ແລະ ດຳເນີນງານຕາມສັນຍາທີ່ ໄດ້ລະບຸໄວ້ນັ້ນອາດເນື່ອງມາ ຈາກບໍລິສັດໄດ້ຮັບ ໂຄງການທີ່ດີ ກວ່າເກົ່າຢູ່ ສປ ຈີນ, ຄວາມບໍ່ເຂົ້າ ໃຈກັນລະຫວ່າງປະຊາຊົນກັບບໍ ລິສັດ ​ເຊິ່ງຈາກ​ຜົນ​ຂອງ​ການ​ດຳ​ເນີນ​ງານ​ກໍ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ແລ້ວວ່າ: ບໍລິສັດ​ດັ່ງກ່າວ​ບໍ່​ໄດ້​ໃຫ້ຄວາມສົນ​ໃຈ​ຕໍ່​ຄຳ​ຮຽກຮ້ອງ​ຂອງ​ປະຊາຊົນ ຫຼາຍ​ປານ​ໃດ ​ເຊິ່ງບາງ​ຄັ້ງກໍ​ສະ​ແດງ​ພືດ​ຕິ​ກຳ​ທີ່​ບໍ່​ເໝາ​ສົມ​ຕໍ່​ປະຊາຊົນ ໂດຍສະເພາະແມ່ນການເວົ້າຈາ ຈຶ່ງນຳໄປສູ່ຄວາມຂັດແຍ່ງ ລະຫວ່າງສອງຝ່າຍ.
          ຕໍ່ບັນຫາດັ່ງກ່າວ, ພາຍຫຼັງ ມີການຮຽກຮ້ອງຈາກປະຊາຊົນ, ພາກສ່ວນກ່ຽວຂ້ອງຂອງເມືອງ ແລະ ແຂວງກໍໄດ້ຂຶ້ນ ໄປສຳຫຼວດ, ກວດກາ ແລະ ຮຽກຮ້ອງໃຫ້ບໍລິສັດດັ່ງກ່າວຊົດເຊີຍຄ່າເສຍຫາຍທີ່ມີຕໍ່ປະຊາຊົນ ຈຶ່ງໄດ້ຄ່າເສຍ ຫາຍໄປແລ້ວຈຳ ນວນໜຶ່ງ.ຈາກ ນັ້ນ ບໍລິສັດດັ່ງກ່າວກໍຫາຍ ໄປຈົນເຖິງເວລາເກັບກູ້ຜົນຜະລິດກໍບໍ່ເຫັນກັບມາຈຶ່ງສ້າງຄວາມຫຍຸ້ງຍາກ ຕໍ່ປະຊາ ຊົນອີກເທື່ອໃໝ່ຫຼັງ​ບໍ່​ໄດ້​ຂາຍ​ຜົນ​ຜະລິດ ​ແລະ ບໍ່​ກັບມາປັບດິນ ນາທີ່ໄດ້ຮັບຜົນກະທົບຈາກການບຸກເບີກ​ເພື່ອ​ໂຄງການ​ປູກ​ກ້ວຍ​ດັ່ງກ່າວ.
     ເພື່ອແກ້ໄຂບັນຫານີ້​ໃນໄລ ຍະຜ່ານມາ,ພາກສ່ວນກ່ຽວຂ້ອງ ກໍໄດ້ໃຊ້ຄວາມພະຍາ ຍາມຮຽກ ຮ້ອງໃຫ້ບໍລິສັດດັ່ງກ່າວກັບມາດຳເນີນໂຄງ ການ, ແຕ່ຜູ້ກ່ຽວບໍ່ໄດ​້​ໃຫ້ການ​ຮ່ວມ​ມື​ແຕ່​ຢ່າງ​ໃດດັ່ງນັ້ນອີກ​ເທື່ອ​ໜຶ່ງ, ເມືອງຈຶ່ງໄດ້ຕິດຕໍ່ ແລະ ປະສານຫາເຈົ້າໜ້າ ທີ່ຈີນເພື່ອຊ່ວຍຕາມຫາ ຜູ້ກ່ຽວ ແລະ ຫາທາງອອກໃຫ້ປະຊາຊົນ ເຊິ່ງປັດຈຸບັນ, ພາກສ່ວນກ່ຽວຂ້ອງສອງ​ຝ່າຍລາວ - ຈີນ ພວມ ຢູ່ໃນລະຫວ່າງການດຳເນີນງານຮ່ວມກັນ ເພື່ອຫາ​ທາງແກ້ໄຂບັນ ຫາ ​ແລະ ບໍ່ໃຫ້ບັນຫາດັ່ງກ່າວກະທົບຕໍ່ສາຍພົວພັນລະຫວ່າງສອງຝ່າຍ.
              ຫົວໜ້າຫ້ອງການແຜນການ ແລະ ການລົງທຶນ ເມືອງ ນາໝໍ້ ຍັງຮຽກຮ້ອງມາຍັງປະຊາ ຊົນ ຈົ່ງ​​ອົດທົນ, ລໍຖ້າ ແລະ ​ເຂົ້າ​ໃຈ​ຕໍ່​ການ​ດຳ​ເນີນ​ງານ​ຂອງ​​ພາກ ສ່ວນ​ທີ່​ກ່ຽວຂ້ອງ.​ເມືອງ​ບໍ່​ໄດ້​ຢຸດ​ຄວາມ​ພະຍາ​ມຂອງ​ຕົນ​ໃນ​ການ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງ​ປະຊາ ຊົນ​ຈາກ​ການ​ດຳ​ເນີ​ນໂຄງ ການ ແລະ ກໍ​ບໍ່​ໄດ້​ເມີນ​ເສີຍ​ຕໍ່​ພາລະ​ໜ້າ​ທີ່​ຂອງ​ຕົນ​ເອງ,ແຕ່ທີ່​ເຮັດ​​ໃຫ້ ການ​ດຳ​ເນີນ​ງານ​ຊັກ​ຊ້າ ​ແລະ ​ແກ່ຍາວໃນ​ໄລຍະ​ຜ່ານ​ມານັ້ນ ແມ່ນ​ເນື່ອງ​​ມາ ຈາກຫຼາຍປັດໄຈ ເປັນຕົ້ນ​ພາກສ່ວນ​ທີ່​ກ່ຽວຂ້ອງບໍ່​ສາມາດ​ຕິດຕໍ່​ຫາ​ບໍລິສັດ​ໄດ້ພາຍ ຫຼັງ​ບໍລິສັດ​ດັ່ງກ່າວກັບ​ໄປ​ຈີນ. ດັ່ງນັ້ນເມືອງຈຶ່ງ​ຕ້ອງ​ໄດ້​ພິຈາ ລະ ນາ​ກັບ​ຫຼາຍ​ຝ່າຍ ​ເພື່ອ​ບໍ່​ໃຫ້​ບັນຫາ​ດັ່ງກ່າວ​ກະທົບ​ຕໍ່​ສາຍ​ພົວພັນ​ລະ ຫວ່າງ​ສອງ​ປະ​ເທດ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​ແມ່ນ​ສາຍພົວພັນລະ ຫວ່າງ​ທ້ອງ​ຖິ່ນດ້ວຍ​ກັນ. ທ່ານ ຍັງກ່າວອີກວ່າ:ຫ້ອງການ​ແຜນ ການ ແລະ ການ​ລົງທຶນ ເມືອງ ນາ​ໝໍ້ ​ມີ​ຄວາມ​ຮູ້ສຶກ​ຮັບຜິດຊອບ ຢ່າງ​ເລິກ​ເຊິ່ງ​ຕໍ່​ບັນຫາ​ທີ່​ເກີດ​ຂຶ້ນ ແລະ ເສຍ​ໃຈທີ່ບໍລິສັດ​ດັ່ງກ່າວບໍ່​ໃຫ້​ຄວາມ​ສຳຄັນ​ຕໍ່ການ​ປະຕິບັດ​ສັນຍາ ​ແລະ ​ຝາກ​ຄວາມ​ມາ​ຍັງ​ປະຊາຊົນ​ຊາວບ້ານມູຕຶນ ວ່າ: ​ພາກສ່ວນ​​ກ່ຽວຂ້ອງ​​ຖື​ສຳຄັນ​ຕໍ່ການ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນກວ່າ​ວຽກ​ງານ​ອື່ນໆ​ຂອງການ​ດຳ​ເນີນ​ງານ.

No comments:

Post a Comment