Ad

Ad

24 July 2013

ສະຫະພັນ​ແມ່ຍິງສະ​ເໜີ​ສະພາ​ພິຈາລະນາການ​ພັກ​ລັດຖະການ​​ໃນ​ວັນ​ສ້າງຕັ້ງຂອງ​ຕົນ



            ​ແມ່ຍິງ​ລາວ​ຈະ​ໄດ້​ຮັບ​ສິດ​ພິ​ເສດ​ເພີ່ມ​ຂຶ້ນອີກ​ບາດກ້າວ​ໜຶ່ງ ຫລັງ​​ສະຫະພັນ​ແມ່ຍິງ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ໃຫ້​ຖື​ເອົາວັນ​ສ້າງຕັ້ງສະຫະ ພັນ​ແມ່ຍິງ​ລາວ 20 ກໍລະ ກົດ​ຂອງ​ທຸກໆ​ປີ​ເປັນ​ວັນພັກ ລັດຖະການ​ຂອງ​ແມ່ຍິງ.
            ການສະ​ເໜີ​ດັ່ງກ່າວ​ໄດ້​ມີ ການ​ກຳນົດ​ໃນມາດຕາ 48 ທີ່​ລະ ບຸ​ກ່ຽວ​ກັບ​ວັນ​ສ້າງຕັ້ງສະຫະພັນ​ແມ່ຍິງ​ລາວ​ແມ່ນ​ວັນ​ທີ 20 ກໍລະ ກົດ 1955 ​ແລະ ຖື​ເອົາ​ວັນ​ດັ່ງກ່າວ​ເປັນ​ການສະ​ເຫລີ​ມສະຫລອງ​ວັນ​ສ້າງຕັ້ງສະຫະພັນ​ແມ່ຍິງ ​ແລະ ​ເປັນ​ວັນພັກ​ລັດຖະການ​ຂອງ​ແມ່ ຍິງ​.ໃນ​ຮ່າງ​ກົດ ໝາຍ​ວ່າ​ດ້ວຍ​ສະຫະພັນ​ແມ່ຍິງ ​ໂດຍ​ສະ​ຫະພັນ​ແມ່ຍິງ​ໄດ້​ນຳ​ສະ​ເໜີ​ຮ່າງ​ກົດໝາຍ​ດັ່ງກ່າວ​ຕໍ່​ສະພາ​ແຫ່ງ​ຊາດ ​ເພື່ອ​ໃຫ້​ສະມາຊິກ​ສະພາ​ໄດ້​ຄົ້ນຄວ້າ​ພິຈາລະນາ​ ​ແລະ ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍດັ່ງກ່າວ​ໃຫ້​ຄົບ​ຖ້ວນ ​ແລະ ຮັດກຸມ​ກວ່າ​ເກົ່າ, ພ້ອມ​ທັງ​​ແນ​ໃສ່​ຮັບ​ໃຊ້​ການ​ເຄື່ອນ​ໄຫວ​ຂອງ​ສະຫະພັນ​ແມ່ຍິງ​​ມີ​ບົດບາດສູງ​ຂຶ້ນ.
           ແນວ​ໃດ​ກໍ​ຕາມ, ການສະ​ເໜີ​ເອົາ​ວັນ​ສ້າງຕັ້ງສະຫະພັນ​ແມ່ ຍິງ​ເປັນ​ວັນພັກ​ລັດຖະການ​ຂອງ​ແມ່ຍິງ​ນັ້ນ, ບັນດາ​ສະມາ ຊິກ​ສະພາ​ແຫ່ງ​ຊາດຫລາຍ​ທ່ານຕ່າງ​ກໍ​ມີ​ຄວາມ​ເຫັນ​ດີ​ເປັນ​ເອກະ​ພາບ​ຢ່າງ​ສູງ​ຕໍ່​ການ​ຮັບຮອງ.​ເຖິງ​ວ່າ​ແມ່ ຍິງ​ຈະ​ມີ​ວັນພັກ​ພິ​ເສດ​ຂອງ​ຕົນ ຄື​ວັນ​​ແມ່ຍິງ​ສາກົນ ວັນທີ 8 ມີນາ​ຂອງ​ທຸກໆ​ປີ​ແລ້ວ​ກໍ​ຕາມ.

         ທ່ານ​ນາງ ສີ​ໃສ ລື​ເດດ​ມູນ​ ສອນ ປະທານ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ ກ່າວ​ວ່າ: ກົດໝາຍ​ວ່າ​ດ້ວຍ​ສະຫະພັນ​ແມ່ຍິງ ປະ ກອບ​ມີ 11 ພາກ, 7 ໝວດ ​ແລະ 54 ມາດຕາ ​ເຊິ່ງກົດໝາຍ​ສະບັບ​ນີ້ຈະ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ການ​ເຄື່ອນ​ໄຫວ ​ແລະ ທັງ​ເປັນ​ການ​ເພີ່ມ​ຄວາມ​ສາມາດ​ໃນ​ການ​ຄຸ້ມ​ຄອງ​ນຳພາ​ວຽກ​ງານ, ຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ການຈັດ ຕັ້ງພັກ-ລັດ, ສັງຄົມ​ຕໍ່​ການຈັດຕັ້ງ ຂອງ​ແມ່ຍິງ​ລາວ​ບັນດາ​ເຜົ່າ, ປະ ກອບສ່ວນ​ໃນ​ການ​ຄຸ້ມ​ຄອງ​ລັດ- ສັງຄົມໂ​ດຍ​ກົດໝາຍລວມທັງ​ເຊີດ​ຊູ​ບົດ​ບາດ​ຂອງ​ແມ່ຍິງ​ລາວ​ບັນດາ​ເຜົ່າ​ໃນ​ດ້ານ​ການ​ເມືອງ,​ເສດ ຖະກິດ,ວັດທະນະທຳ-ສັງຄົມ​​ໃຫ້​ນັບ​ມື້ພົ້ນ​ເດັ່ນ​ຂຶ້ນ.

No comments:

Post a Comment