ເຖິງວ່າກອງປະຊຸມສະໄໝສາມັນເທື່ອທີ
5 ຂອງສະພາແຫ່ງຊາດ ຊຸດທີ VII ຮັບຮອງເອົາແຜນງົບປະມານແຫ່ງລັດ ສົກປີ
2013-2014 ຄືສູ້ຊົນເກັບລາຍຮັບລວມບໍ່ໃຫ້ຫລຸດ 25.047 ຕື້ກີບ ເທົ່າກັບ
27,63% ຂອງ GDP ໃນນີ້ມີລາຍຮັບພາຍໃນ 20.017 ຕື້ກີບ ເທົ່າກັບ 22,08%, ຄຸ້ມຄອງລາຍຈ່າຍບໍ່ໃຫ້ເກີນ
29.580 ຕື້ກີບ ເທົ່າກັບ 32,63% ແລະ ການຂາດດຸນງົບປະມານໃຫ້ຢູ່ໃນລະດັບ 4.533
ຕື້ກີບ ເທົ່າກັບ 5% ຂອງ GDP, ແຕ່ສະພາສະເໜີລັດຖະບານເອົາໃຈໃສ່ບາງບັນຫາ ຄືເພີ່ມທະວີການເກັບລາຍຮັບພາຍໃນໃຫ້ທົ່ວເຖິງ,
ຂຸດຄົ້ນແຫລ່ງລາຍຮັບທີ່ຍັງບໍ່ທັນເກັບໄດ້ຄົບຖ້ວນ ເປັນຕົ້ນຂົງເຂດທີ່ດິນ,
ລາຍຮັບວິຊາການ, ພາສີ ແລະ ອື່ນໆ; ໃຫ້ລັດຖະບານປັບ ປຸງກົດໝາຍ ແລະ ນິຕິກຳລຸ່ມກົດ
ໝາຍຈຳນວນໜຶ່ງໃຫ້ສາມາດປະກາດໃຊ້ ພ້ອມກັບແຜນງົບ ປະມານສົກປີ 2013-2014 ເປັນ
ຕົ້ນລັດຖະບັນຍັດວ່າດ້ວຍອາ ກອນສິ່ງແວດລ້ອມ, ລັດຖະບັນ ຍັດວ່າດ້ວຍອັດຕາອາກອນຊົມໃຊ້ພາຫະນະ,
ລະບຽບກຳນົດລະດັບເງິນແຮ ແລະ ເງິນຄ້າງຄັງຂອງຫົວໜ່ວຍງົບປະມານ. ຕົວຢ່າງ: ອີງຕາມຜົນກວດສອບສະຫລຸບຂາດຕົວ
ສົກປີ 2010-2011 ອົງ ການກວດສອບແຫ່ງລັດ ເຫັນວ່າຍັງມີລາຍຮັບຈຳນວນ 416 ຕື້ກີບ
ທີ່ຍັງບໍ່ທັນໄດ້ລວມສູນເຂົ້າໃນລະບົບງົບປະມານແຫ່ງລັດ, ຖ້າ ສັງລວມເງິນຈຳນວນດັ່ງກ່າວເຂົ້າ
ໃນງົບປະມານແຫ່ງລັດໃຫ້ຄົບຖ້ວນແມ່ນຈະມີກຳລັງແຮງດ້ານງົບປະມານເຂົ້າໃສ່ການພັດ
ທະນາຕື່ມອີກ. ພ້ອມນັ້ນ ກໍຕ້ອງເພີ່ມຄວາມເອົາໃຈໃສ່ຄຸ້ມຄອງລາຍຈ່າຍຢ່າງເຂັ້ມງວດ;
ຮັບປະ ກັນການແບ່ງລາຍຈ່າຍເຂົ້າໃສ່ຈຸດສຸມບູລິມະສິດພັດທະນາຊົນ ນະບົດ ແລະ
ແກ້ໄຂຄວາມທຸກຍາກ, ລາຍຈ່າຍລົງທຶນໃສ່ພື້ນ ຖານໂຄງລ່າງໃສ່ຖະໜົນຫົນທາງທີ່ຕິດພັນກັບຈຸດສຸມການພັດທະ
ນາ, ວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ແລະ ສົມທົບທຶນເຂົ້າໃສ່ໂຄງການທີ່ມີພັນທະຮ່ວມມືກັບຕ່າງປະເທດ.
ເອົາໃຈໃສ່ລາຍຈ່າຍໃຫ້ແກ່ຂະແໜງສຶກສາ ແລະ ສາທາລະນະສຸກໃຫ້ໄດ້ 17% ແລະ
9% ຕາມ ລຳດັບຂອງງົບປະມານລາຍຈ່າຍທັງໝົດ.
ເພີ່ມທະວີການຈັດຕັ້ງປະ ຕິບັດວິໄນການເງິນ
ຕາມລະບຽບກົດໝາຍທີ່ມີແລ້ວໃຫ້ເຂັ້ມງວດ, ປັບປຸງລະບອບແບບແຜນວິທີເຮັດວຽກ ແລະ
ຍົກສູງຄວາມຮັບຜິດ ຊອບການເມືອງຂອງຖັນແຖວພະ ນັກງານ; ສຶກສາອົບຮົມຜູ້ປະ ກອບການ
ແລະ ປະຊາຊົນໃຫ້ເຂົ້າໃຈ ແລະ ມີສະຕິປະຕິບັດກົດໝາຍໃຫ້ດີຂຶ້ນ; ເດັດຂາດປະຕິບັດມາດຕະການດ້ານບໍລິຫານ
ແລະ ດ້ານເສດຖະກິດຕໍ່ຜູ້ລະເມີດລະບຽບກົດໝາຍຢ່າງເຂັ້ມງວດ.
ປັບປຸງກົນໄກວິທີການເຮັດວຽກຂອງຂະແໜງການຂົງເຂດເສດຖະກິດ-ການເງິນ
ເປັນ ຕົ້ນການກຳນົດໂຄງການບູລິມະສິດ ແລະ ການແກ້ໄຂໜີ້ສິນລະ ຫວ່າງຂະແໜງການເງິນ,
ຂະແໜງແຜນການ ແລະ ອົງການປົກຄອງທ້ອງຖິ່ນ; ດຳເນີນການຕິດຕາມກວດກາລາຍຮັບ-ລາຍຈ່າຍຂອງຫົວໜ່ວຍງົບປະມານ
ແລະ ຜູ້ປະກອບການໃຫ້ຄົບຖ້ວນໄປຕາມກົດໝາຍ; ເພີ່ມທະວີການຊີ້ນຳຂອງຄະນະພັກ-ຄະນະນຳຂອງຂະແໜງການທ້ອງຖິ່ນທຸກ
ຂັ້ນປະຕິບັດລະບຽບການເງິນ ແລະ ມາດຕະການປະຢັດມັດທະ ຍັດໃຫ້ປາກົດຜົນເປັນຈິງ.
No comments:
Post a Comment