Ad

Ad

24 July 2013

ບໍ່​ຄໍາເຊໂປ​ນໝັ້ນ​ໃຈ​ໃນ​ການ​ບັນລຸ​ເປົ້າໝາຍການ​ຜະລິດ​ທອງປະຈຳ​ປີນີ້



            ບໍລິສັດ MMG ລ້ານ​ຊ້າງ ມີ​ເນ​ໂຣນສ໌ ລິ​ມິ​ເຕັດ (MMG LXML Sepon) ​ໄດ້​ແຈ້ງວ່າ: ຕົນ ມີ​ຄວາມ​ໝັ້ນ​ໃຈ​ທີ່​ຈະ​ຜະລິດ​ທອງ ​ແລະ ຄຳ​ໄດ້​ຕາມ​ຄາດໝາຍ​ຂອງ​ແຜນການ​ປີ 2013 ວາງ​ໄວ້​ຢ່າງ​ແນ່ນອນ ຄື​ພຽງ​ໃນ​ໄຕ​ມາດທີ II ນີ້, ບໍ່​ຄຳ​ເຊ​ໂປ​ນຜະລິດ​ແຜ່ນ​ທອງ​ໄດ້ 22.851 ​ໂຕນ ​ເຊິ່ງຫລາຍ​ກວ່າ 12% ​ເມື່ອ​ທຽບ​ໃສ່​ຜົນ​ຜະລິດ​ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີນີ້.ພ້ອມ​ນັ້ນ ຍັງ​ຜະລິດ​ຄຳ​ໄດ້ 11.301 ອອນ ​ເຊິ່ງຫລາຍ​ກວ່າ 25% ​ເມື່ອ​ທຽບ​ໃສ່​ໄຕ​ມາດ​ທຳ​ອິດ​ຂອງ​ປີ 2013.
              ທ່ານ ຣິກ ວັດ​ສ໌ຝອດ ຜູ້​ຈັດການ​ໃຫຍ່​ຂອງ MMG LXML Sepon ກ່າວ​ວ່າ: ປັດຈຸ ບັນ ບໍ່​ຄຳ​ເຊ​​ໂປ​ນບັນລຸ​ການ​ຜະລິດ​ໄດ້​ເກີນ​ຂີດ​ຄວາມ​ສາມາດ​ຂອງ​ການ​ຜະລິດ​ທີ່​ໄດ້​ອອກ​ແບບ​ມາ​ເປັນ​ໄລຍະ​ 5 ​ໄຕ​ມາດ​ຕິດຕໍ່​ກັນ. ຜົນ​ການ​ຜະລິດ​ທີ່​ເພີ່ມ​ຂຶ້ນ​ໃນ​ເຄິ່ງ ປີ​ທຳ​ອິດ​ຂອງ​ປີນີ້​ ຍ້ອນ​ການ​ປັບ ປຸງ​ການ​ຜະລິດ​ຢູ່​ບໍ່​ຄຳ​ເຊ​ໂປ​ນ ​ໂດຍ​ອີງ​​ໃສ່​ການ​ປະຕິບັດ​​ຕົວ​ຈິງ​ໃນ​ໂຮງງານ.
              ທ່ານ ວັດ​ສ໌ຝອດ ກ່າວ​ຕື່ມ​ອີກ​ວ່າ: ປັດຈຸບັນ,​ການ​ຂຸດ​ຄົ້ນ​ແຮ່​ທັງ​ໝົດ​ຢູ່​ບໍ່​ຄຳ​ເຊ​ໂປ​ນ​ແມ່ນ​ດຳ​ເນີນ​ໂດຍ​ພະນັກງານ​ຂອງ MMG LXML Sepon ​ແລະ ບໍລິສັດ​ກໍ​ໄດ້​ເລັ່ງ​ໃສ່​ປັບປຸງ​ຄວາມ​ປອດ​ໄພ,ບໍລິ​ມາດ​ການ​ຜະລິດ ​ແລະ ຄ່າ​ໃຊ້​ຈ່າຍ​ຕ່າງໆ ​ເພື່ອ​ຍົກ​ສູງ​ຜົນ​ຜະລິດ​ຂອງ​ຕົນ​ໃຫ້​ຮັບ ປະ ກັນ​ດັ່ງ​ພວກ​ເຮົາ​ເຫັນ​ໄດ້​ທຸກ​ມື້ນີ້. ດັ່ງນັ້ນ ບໍ່​ຄຳ​​ເຊ​ໂປ​ນມີ​ຄວາມ​ໝັ້ນ​ໃຈ​ວ່າ:ຈະ​ຜະລິດ​ທອງ​ໄດ້ 83.000-88.000 ​ໂຕນ ​ແລະ ຄຳ​ໄດ້ 40.000-50.000 ອອນ ​ດັ່ງ​ເປົ້າ ໝາຍ​ວາງ​ໄວ້​ໃນ​ປີ 2013 ​ແນ່ນອນ.

No comments:

Post a Comment