Ad

Ad

24 July 2013

ເກີດເຫດຜົວຍິງເມຍຕາຍແລ້ວຍິງຕົນເອງຕາຍຕາມ



           ​​ເຈົ້າໜ້າທີ່​ຫ້ອງ​ຕຳຫຼວດ ນະຄອນຫຼວງວຽງຈັນ ​ໃຫ້​ຮູ້​ວ່າ: ​ໃນ​ເວລາປະມານ 4 ຫາ 5 ໂມງແລງຂອງ​ວັນ​ທີ 20 ກໍລະກົດນີ້ ໄດ້​ມີ​ເຫດ ການ​ຜົວ​ຍິງເມຍ​​ ຕາຍ​ແລ້ວ​ຍິງ​ຕົນ​ເອງ​ຕາຍ​ຕາມ ໂດຍ​ປືນສັ້ນ T77 ຢູ່​ເຮືອນ​ເຊົ່າ ຫຼັງໜຶ່ງຢູ່ບ້ານ ຫ້ວຍ​ຫົງ ​ເມືອງ ຈັນທະ​ບູລີ ນະຄອນຫຼວງວຽງ ຈັນ, ຜູ້ເປັນ​ຜົວຊື່ ທ້າວ ສຸກ​ສັນ ພົມມະຈັນ ອາຍຸ 45 ປີ ອາຊີບ ນັກທຸລະກິດ, ​ເກີດ​ຢູ່​ບ້ານ ລິ່ງ​ຊັນ ເມືອງທຸລະຄົມ ​ແຂວງວຽງຈັນ ແລະ ນາງຈັນ​ດາ​ວັນ (​ເມຍ) ອາຍຸ 18 ປີ ອາຊີ ຄ້າຂາຍ ​ເກ​ີດຢູ່​ບ້ານຫຼັກ 27 ເມືອງ ​ໄຊ​ທານີ ນະຄອນຫຼວງວຽງຈັນ.
         ຈາກ​ການ​ສືບສວນ- ສອບ​ ສວນຜູ້​ຢູ່​ໃນ​ເຫດການ​ ໄດ້​ຮູ້​ວ່າ: ​ໃນ​ວັນ​ທີ 19 ກໍລະກົດນີ້, ທ້າວ ສຸກ​ສັນ ໄດ້​ໄປ​ຢືມ​ປືນນຳທ້າວ ອຸດົມ ອຸດ​ທະລັງ​ສີ ອາຍຸ 39 ປີ ຢູ່​ບ້ານ ຕານ​ມີ​ໄຊ ​ເມືອງ ​ໄຊ​ທານີ, ປືນ​ດັ່ງ ກ່າວ​ເປັນ​ປືນສັ້ນ T77 ຊຶ່ງ​ມີ​ໃບ ຢັ້ງຢືນ​ອະນຸຍາດ​ນຳ​ໃຊ້​ເລກທີ 028, ລົງ​ວັນ​ທີ 18 ມິຖຸນາ 2012 ຊຶ່ງ​ອອກ​ໃຫ້​ໂດຍກອງ​ບັນຊາ​ການ​ທະຫານ​ເມືອງ ​ໄຊ​ທານີ.  ​ເຈົ້າໜ້າທີ່ ຫ້ອງ​ຕຳ​ຫຼວດ ​ໃຫ້​ຮູ້​ວ່າ: ຈາກ​ການ​ກວດກາ​ສະຖານ​ທີ່​ເກີດ​ເຫດ​,ທັງ​ສອງ​ຄົນ​ແມ່ນ​ເສຍ​ຊີວິດ​ຢູ່​ຫ້ອງ​ນອນ​ເຮືອນ​ເຊົ່າດັ່ງກ່າວ ຊຶ່ງ​ເມຍ​ຖືກ​ຜົວ​ຍິງ​ໃສ່​ຂະ​ມັບ​ເບື້ອງຂວາຊອດອອກ ເບື້ອງຊ້າຍນອນ​ເສຍ​ຊີວິດ​ເທິງຕຽງ, ຈາກ​ນັ້ນຜົວ​ໄດ້​ຍິງ​ໂຕເອງ​ເຂົ້າ​ຂະ​ມັບ​ເບື້ອງຂວາຊອດ​ອອກ​ເບື້ອງ​ຊ້າຍເສຍ​ຊີວິດ​ຢູ່​ຂ້າງ​ຕຽງ ຊຶ່ງ​ຄະດີ​ດັ່ງກ່າວ, ເຈົ້າໜ້າທີ່ພວມເລັ່ງສືບ ສວນ- ສອບ​ສວນຫາ​ສາ​ເຫດ​ຂອງ​ການ​ຍິງ​ກັນ​ຕາຍ​ທີ່​ເກີດ​ຂຶ້ນຄືດັ່ງກ່າວ.

No comments:

Post a Comment