ຫມູຢູ່ແຂວງວຽງຈັນ 3.500 ກວ່າໂຕຢູ່ເຂດເມືອງໂພນໂຮງໄດ້ ຕາຍຫລັງພະຍາດຫູໝູກ່ຳລະບາດ,
ແຕ່ຕົວເລກນີ້ອາດຫລາຍກວ່າ ນັ້ນຍ້ອນການລາຍ ງານຍັງບໍ່ຈະແຈ້ງເທື່ອ, ຂະນະທີ່ເຈົ້າຫນ້າທີ່ລ້ຽງສັດຂອງແຂວງໄດ້ນຳເອົາສິ້ນສ່ວນ ຫມູທີ່ຕາຍນັ້ນໄປວິໄຈ
ແລະ ໄດ້ຮັບການຢັ້ງຢືນເມື່ອອາທິດຜ່ານມາວ່າຫມູເຫລົ່າ ນັ້ນຕາຍເກີດຈາກພະຍາດຫູກ່ຳຫມູ. ແນວໃດກໍດີ,
ພະນັກງານວິຊາການໄດ້ຢືນ ຢັນສະພາບການລະບາດໄດ້ ຫລຸດລົງແລ້ວ.
ທ່ານ ສາຍທອງ ພິມບ່າວ ຮອງຫົວຫນ້າຂະແຫນງລ້ຽງສັດ
ແລະ ການປະມົງພະແນກະສິກຳ- ປ່າ ໄມ້ແຂວງວຽງຈັນ ກ່າວວ່າ: ພະຍາດດັ່ງ ກ່າວໄດ້ເລີ່ມລະບາດ ແຕ່ຕົ້ນເດືອນມິຖຸນາເປັນຕົ້ນມາ,
ແຕ່ບໍ່ມີການລາຍງານເປັນທາງ ການ.ດັ່ງນັ້ນໃນວັນ ທີ 2 ກໍລະກົດນີ້, ທີມງານວິຊາການ ລ້ຽງສັດ
ແຂວງຈຶ່ງໄດ້ລົງຕິດຕາມສະຖານ ທີ່ເກີດການລະບາດ ຕົວຈິງຢູ່ ບ້ານ ນາເຫລົ່າ, ນາທອງເມືອງ ໂພນໂຮງ
ແລະ ໄດ້ນຳເອົາຕົວ ຢາງສິ້ນ ສ່ວນຂອງຫມູທີ່ມີອາ ການສົ່ງໄປວິໄຈ ແລະຜົນການວິ ໄຈໃນວັນທີ
5
ເດືອນດຽວກັນໄດ້ ຢັ້ງຢືນວ່າຫມູທີ່ຕາຍນັ້ນເປັນ ເພາະພະຍາດຫູກ່ຳຫມູ ເຊິ່ງເຮັດໃຫ້ຫມູຢູ່ເມືອງ
ໂພນໂຮງຕາຍ ແລ້ວ 3.500 ກວ່າໂຕ ເຊິ່ງສ່ວນ ຫລາຍເປັນຫມູຊີ້ນ ແລະ ຫມູແມ່ພັນ ທີ່ມລ້ຽງແບບຄອບຄົວໃນລະ
ດັບບໍ່ເຖິງ 100ໂຕ,ສ່ວນມູນຄ່າ ເສຍ ຫາຍຍັງບໍ່ທັນຈະແຈ້ງເທື່ອ ເພາະຕົວເລກການຕາຍອາດ ຫລາຍກວ່ານັ້ນ.
ແນວໃດກໍຕາມຟາມຫມູໃຫຍ່ຢູ່ ແຂວງຕົນເຊັ່ນ: ຟາມ ບ້ານໃຫມ່ເມືອງໂພນໂຮງ, ຟາມບ້ານໂພນຮັງ ເມືອງວຽງຄຳ
ແລະ ຟາມແສງເດືອນເມືອງທຸລະຄົມບໍ່ໄດ້ຮັບຜົນກະທົບຈາ ການລະບາດນີ້ເພາະຟາມເຫລົ່ານີ້ໄດ້ສັກຢາກັນພະຍາດຕ່າງໆເອົາໄວ້ແຕ່ຫົວທີແລ້ວ.
ຮອງຂະແຫນງດັ່ງກ່າວ ຢືນຢັນວ່າ:ຕໍ່ຫນ້າສະພາບການ
ດັ່ງກ່າວ,ຂະແຫນງການຕົນໄດ້ ລາຍງານຕໍ່ກົມລ້ຽງສັດ ແລະ ການປະມົງແລະ ໄດ້ສົ່ງທີມງານລະບາດວິທະຍາລົງມາສົມທົບກັບ
ແຂວງຕົນລົງກວດ ກາເບິ່ງເຂດທີ່ ລະບາດຕົວຈິງຢູ່ເຂດ ນາເຫລົ່າ, ບ້ານສະກ້າວັງມົນ ພຶ່ືອເອົາຂໍ້
ມູນ ຕົວ ຈິງນຳຜູ້ລ້ຽງຫມູເຊິ່ງປະຊາ ຊົນໄດ້ລາຍ ງານວ່າ:ພະຍາດດັ່ງ ກ່າວໄດ້ເລີ່ມ ເກີດແຕ່ທ້າຍເດືອນ
ພຶດສະພາເປັນຕົ້ນມາ, ແຕ່ບໍ່ມີການລາຍງານ ຈາກຫ້ອງການກະສິ ກຳ-ປ່າໄມ້ ເມືອງ. ຜ່ານການລົງ ກວດການຕົວຈິງຂອງທີມງານລະບາດວິທະຍາກັບທີມງານຂອງແຂວງຈຶ່ງຮູ້ແຈ້ງວ່າ:ພະຍາດ
ດັ່ງກ່າວໄດ້ລະບາດຕາມສາຍ ທາງຫລວງແຫ່ງຊາດເລກ ທີ 13 ເຫນືອລະຫວ່າງຊາຍແດນນະຄອນຫລວງວຽງຈັນກັບ
ແຂວງວຽງຈັນ ຮອດສາມ ແຍກໂພນ ໂຮງ, ຕາມທາງຫລວງແຫ່ງ ຊາດເລກ 10 ແລະ ການຕາຍ ຂອງຫມູເປັນຈຳນວນຫລາຍ
ຢູ່ເຂດນາເຫລົ່ານັ້ນຢູ່ເຂດເມືອງ ໂພນໂຮງ. ຜ່ານການລົງເກັບກຳຢູ່ 3-4 ບ້ານຄືນາເຫລົ່າ,ໂ ພນສະຫວາດ,
ນາທອງ ແລະ ໂພນທາ ໄດ້ພົບ ແລະ ໄດ້ຮັບການ ຢັ້ງຢືນຈາກຜູ້ລ໊ຽງຫມູ ແລະ ອຳນາດການປົກຄອງບ້ານວ່າ:ມີຫມູຕາຍ
3.545 ໂຕ ເຊ່ິງຕົວເລກນີ້ບໍ່ໄດ້ແຍກລະອຽດວ່າ: ມີຫມູໃຫຍ່, ຫມູຊີ້ນ ແລະ ຫມູນ້ອຍ ເທົ່າໃດ.
ຮອງຂະແໜງດັ່ງກ່າວອະທິບາຍວ່າ:ຈະອອກແຈ້ງການເພື່ອການຄຸ້ມຄອງການເຄື່ອນຍ້າຍຕ່າງໆ
ແລະ ຈະລົງໃຫ້ ຄວາມຮູ້ວິຊາການສຳລັບຜູ້ທີ່ຕ້ອງການລ້ຽງໃຫມ່ຕື່ມອີກເພື່ອຄວາມປອດໄພ.

No comments:
Post a Comment