Ad

Ad

24 July 2013

ຈະສະເຫລີມສະຫລອງວັນສ້າງຕັ້ງຄະນະສັນຕິພາບ ແລະ ສາມັກຄີຂອງລາວ ຄົບຮອບ 30 ປີ



     ວັນທີ 23 ກໍລະກົດນີ້, ຢູ່ສະມາຄົມນັກຂ່າວແຫ່ງ ສປປ ລາວ, ຄະນະສັນຕິພາບ ແລະ ສາມັກຄີ ໄດ້ຈັດຖະແຫລງຂ່າວເລົ່າຄືນປະຫວັດ ຄວາມເປັນມາ, ພາລະບົດ ບາດ ແລະ ການເຄື່ອນໄຫວຜ່ານມາ  ເນື່ອງໃນໂອກາດສະເຫລີມສະຫລອງວັນ ສ້າງ ຕັ້ງຄະນະສັນຕິພາບຂອງລາວ ຄົບຮອບ 30 ປີ (1 ສິງຫາ 1983 - 1 ສິງຫາ 2013) ແລະ ວັນສາກົນສັນຕິພາບ 21 ກັນຍາ 2013, ເປັນກຽດເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານ ຄຳພັນ ສີມມາລາວົງ ປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ, ທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ນັກ ສື່ມວນຊົນເຂົ້າຮ່ວມ.
    ທ່ານ ຄຳພັນ ກ່າວວ່າ: ເພື່ອ ປູກຈິດສຳນຶກໃຫ້ຊາວໜຸ່ມ, ເຍົາວະຊົນ, ນັກຮຽນ, ນັກສຶກສາ, ພະນັກງານ, ທະຫານ, ຕຳ ຫລວດຕະຫລອດ ຮອດປະຊາຊົນບັນດາເຜົ່າໄດ້ຮັບຮູ້ເຂົ້າໃຈ ແລະ ເຫັນ ໄດ້ຄວາມສຳຄັນຂອງວຽກງານສັນຕິພາບ ເຊິ່ງຍາມ
ໃດກໍຕິດພັນກັບການພັດທະນາທັງເປັນ ການປຸກລະດົມໃຫ້ມີສ່ວນຮ່ວມໃນ ການເສີມສ້າງສັນຕິພາບໃນພາກ ພື້ນ ແລະ ໃນ ໂລກ. ພ້ອມດຽວກັນ ນັ້ນ ເພື່ອເປັນການຜັນຂະຫຍາຍ ເນື້ອ ໃນຈິດໃຈຂອງມະຕິ 55/282 ຂອງອົງການສະຫະປະຊາຊາດ ທີ່ໄດ້ປະກາດເລືອກເອົາວັນທີ 21 ກັນຍາຂອງທຸກປີ ເປັນວັນສາກົນ ເພື່ອສັນຕິພາບ ທັງຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ແລະ ອົງການຈັດຕັ້ງທາງສັງຄົມໃຫ້ເຜີຍແຜ່ວຽກງານສັນຕິພາບ ໂດຍຜ່ານການສຶກສາເພື່ອສຶກສາອົບ ຮົມໃຫ້ສາທາລະນະຊົນຮູ້ ແລະ ຖື ເອົາວັນດັ່ງກ່າວເປັນວັນຢຸດເຊົາການສູ້ຮົບໃນໂລກ, ຢຸດເຊົາການ ໃຊ້ຄວາມຮຸນແຮງ ແລະ ແກ້ໄຂຂໍ້ຂັດແຍ່ງ ໂດຍສັນຕິ ວິທີໂດຍການເຈລະຈາ. ນອກຈາກນີ້, ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ຍັງຈະຈັດກິດຈະກຳຍ່າງ ເພື່ອສຸຂະພາບຢູ່ສວນປະຕູ ໄຊໃນວັນທີ 27 ກໍລະກົດນີ້ ນັບແຕ່ເວລາ 5:00 ໂມງ ເປັນຕົ້ນໄປ. ດັ່ງນັ້ນ ຈຶ່ງຂໍເຊີນຊວນປະຊາຊົນທຸກເພດໄວ ຕະຫລອດຮອດພະນັກງານ, ທະຫານ, ຕຳຫລວດ ແລະ ອົງການຈັດຕັ້ງຕ່າງໆເຂົ້າຮ່ວມເພື່ອສ້າງຂະບວນການໃຫ້ຟົດຟື້ນ ແລະ ໃຫ້ ມີຄວາມໝາຍໃນວັນດັ່ງກ່າວ.
    ຄະນະສັນຕິພາບ ແລະ ສາມັກ ຄີຂອງລາວ ແມ່ນອົງການຈັດຕັ້ງ ທາງການເມືອງ-ສັງຄົມ ເຊິ່ງໄດ້ ຮັບການຕົກລົງແຕ່ງຕັ້ງຈາກຄະນະເລຂາທິ ການສູນກາງພັກ ແລະ ເຄື່ອນໄຫວປະກອບສ່ວນຕໍ່ສູ້ເພື່ອເສີມສ້າງສັນຕິພາບ, ສາມັກຄີ ແລະ ມິດຕະພາບກັບປະຊາຊາດໃນໂລກໂດຍພາຍໃຕ້ ການຊີ້ນຳຂອງຄະນະພົວພັນຕ່າງປະເທດສູນກາງພັກ.

No comments:

Post a Comment