ເມື່ອເວົ້າເຖິງຫລວງພະບາງ ຫລາຍຄົນກໍຈະຮູ້ດີກ່ຽວກັບສະຖານທີ່ທ່ອງ ທ່ຽວຖ້ຳຕິ່ງ ເຊິ່ງ ເປັນຖ້ຳນ້ອຍແຫ່ງຫນຶ່ງຢູ່ບໍ່ຫ່າງ ໄກຈາກເທສະບານເມືອງມໍລະດົກ ໂລກຫລວງພະບາງຂຶ້ນເມືອ
ທາງທິດເຫນືອປະມານສິບກວ່າກິໂລແມັດ ຕັ້ງຢູ່ດ້ານ ຊ້າຍຂອງປາກແມ່ນ້ຳອູເປັນຖ້ຳເກ່ົາແກ່ແຫ່ງ
ຫນຶ່ງເພື່ອປະກອບໃຫ້ເມືອງມໍລະດົກ ໂລກແຫ່ງນີ້ ເພີ່ມຄວາມດຶງດູດໃຈຂອງນັກທ່ອງທ່ຽວ, ນອກຈາກຄວາມຫລາກ ຫລາຍຂອງແຫລ່ງທ່ອງທ່ຽວວັດທະນະທຳ ແລະ ວັດວາອາຮາມອັນເກ່ົາແກ່ຂອງ ຕົວເມືອງຫລວງ
ຄື ພະລາຊະວົງເກ່ົາ, ວັດຊຽງທອງ, ຊຽງມ່ວນ, ຊຽງແມນ, ວັດຈອມເພັດ, ລ້ອງຄູນອັນເກ່ົາ ແກ່
ແລະ ມີຊື່ສຽງແລ້ວ, ກໍມີແຫລ່ງທ່ອງທ່ຽວທຳມະຊາດອັນລືຊື່ແຫ່ງນີ້ປະກອບຢູ່ນຳ.
ຖ້ຳຕິ່ງ ເຖິງວ່າເປັນຖ້ຳທີ່ບໍ່ເລິກແຕ່ກໍມີຄວາມງົດງາມສະພາະໂຕຂອງມັນໂດຍມີຍວຍຫີນເກີດຂຶ້ນເປັນງອກເປັນ ຕິ່ງຍວຍ ລົງມາຈົນກາຍເປັນ
ຊື່ຂອງຖ້ຳແຫ່ງນີ້, ນັກທ່ອງທ່ຽວສ່ວນຫຼາຍ ຈະຂີ່ເຮືອຈາກເທສະບານເມືອງຫລວງພະບາງເລາະຂຶ້ນໄປຕາມ
ລຳແມ່ນ້ຳອູໃນຈຸດປ່ອງໃສ່ແມ່ນ້ຳຂອງ ບໍ່ຮອດຊ່ົວໂມງກໍຈະເຖິງທາງຂຶ້ນຖ້ຳຕິ່ງ, ໂດຍທຳອິດຜູ້ມາທ່ຽວກໍສຳຜັດກັບຖ້ຳຕິ່ງໃ ຕ້ເພື່ອເຄົາລົບກາບໄຫວ້ບູຊາບັນດາພະພຸດທະຮູບທີ່ມີປະດິດສະຖານໄວ້ໃນຖ້ຳແ່ຫງນີ້ມາແຕ່ດຶກດຳບັນແລ້ວກໍສາມາດປີນພູ ຂຶ້ນໄປຖ້ຳຕິ່ງເທິງເປັນຖ້ຳທີ່ໃຫຍ່ກວ້າງ ແລະ ເລິກ ກວ່າຖ້ຳຕິ່ງເບື້ອງລຸ່ມຫລາຍເທົ່າ ແລະ ຢູ່ໃນຖ້ຳແຫ່ງນີ້ກໍຈະມີພະພຸດທະຮູບ
ອົງໃຫຍ່ປະດິດສະຖານໄວ້ຖ້າ ໃຜຫາກເອົາມືສຳຜັດ ແລະ ລູບ ທ້ອງພະພຸດຮູບອົງນີ້ກໍຈະກາຍ ເປັນຄົນຜູ້ມີບຸນວາດສະໜາ,
ລ້ຳລວຍຕາມການເລົ່າຂານຄົນທ້ອງຖິ່ນໃນພົງສາວະດານປະຫວັດສາດລາວກໍໄດ້ລະບຸໄວ້ວ່າ : ເມື່ອສະໄຫມເຈົ້າຂຸນລໍ
ເມື່ອ ເວລາຍົກທັບມາຕາມລຳນ້ຳອູ ແລະ ກໍໄດ້ອາໄສຖ້ຳແຫ່ງນີ້ເປັນບ່ອນພັກເຊົາ ແລະ ກໍເປັນບ່ອນທີ່ເຈົ້າຟ້າງຸ່ມຜູ້ທ້ອນໂຮມອານາ ຈັກລາວ ລ້ານຊ້າງກໍເຄີຍຍົກທັບມາພັກເຊົາຢູ່ໃນຖ້ຳຕິ່ງນີ້ເຊັ່ນດຽວກັນ.
ຖ້ຳຕິ່ງຍັງເປັນທີ່ເຄົາລົບບູຊາຂອງຄົນສະໄຫມບູຮານໃນ ການປົກປັກຮັກສາ ປ່າໄມ້, ພູເຂົາ ແລະ
ແມ່ນ້ຳລຳທານໃນບໍລິເວນນັ້ນ, ຈົນມາເຖິງສະໄຫມເຈົ້າໂພທິສານໄດ້ພັກດັນໃຫ້ປະຊາ ຊົນປະລະການເຊື່ອຖືຜີສາງນາງ
ຮ້າຍ ແລະ ຫັນມານັບຖືສາສະຫນາພຸດແທນ ແລະ ຕັ້ງແຕ່ນັ້ນມາ, ຖ້ຳຕິ່ງໄດ້ກາຍເປັນສະຖານ ທີ່ສັກສິດທາງພຸດທະສາສະຫນາອີກແຫ່ງຫນຶ່ງຂອງຫລວງ
ພະບາງໂດຍມີການຖວາຍ ແລະ ປະດິດສະຖານພະພຸດທະຮູບຂະ ຫນາດຕ່າງນັ້ນເປັນຈຳນວນຫລາຍພັນອົງສະເພາະຢູ່ຖ້ຳຕິ່ງ
ລຸ່ມມີຫລາຍ ຂະຫນາດປະດິດສະຖານໄວ້ປະມານ 3 ພັນອົງ ເພື່ອ ໃຫ້ປະຊາຊົນ ແລະ ຜູ້ມາທ່ຽວຊົມໄດ້ກາບໄຫວ້ຈົນເທົ່າປັດຈຸບັນ
ແລະ ແຕ່ລະປີຖ້ຳແຫ່ງນີ້ ໄດ້ຮັບນັກທ່ອງທ່ຽວຈາກຫລາຍ ປະເທດໄດ້ເຂົ້າມາທ່ຽວຊົມເປັນຈຳ ນວນບໍ່ຫນ້ອຍພ້ອມໄດ້ຊ່ວຍໃຫ້ຫລວງພະບາງເມືອງມໍລະດົກໂລກແຫ່ງນີ້
ກາຍເປັນເມືອງ ຫນ້າທ່ຽວທີ່ສຸດຂອງໂລກໃນຫລາຍປີຜ່ານມາ.

No comments:
Post a Comment