ໃນຕອນເຊົ້າຂອງວັນທີ 22 ກໍລະກົດນີ້
ເຊິ່ງກົງກັບມື້ຂຶ້ນ 15 ຄ່ຳ ເດືອນ 8 ລາວ ພສ. 2556. ຊາວພຸດທະສາ ສະນິກະຊົນລາວບັນດາເຜົ່າໃນທົ່ວປະເທດລວມ
ທັງຢູ່ນະຄອນຫລວງວຽງຈັນ ຕ່າງກໍພ້ອມກັນເຮັດບຸນໃສ່ບາດຖວາຍສັງຂະທານແດ່ພະສົງສຳມະະເນນ
ຢູ່ຕາມວັດວາອາຮາມຕ່າງໆຢ່າງຟົດຟື້ນພ້ອມທັງຮັບຟັງທຳມະເທສະໜາຕາມຄຳສອນຂອງພະສຳມາສຳພຸດທະເຈົ້າຕໍ່ການໃຫ້ທານຖືສິນພະວັນນາ.
ການເຮັດບຸນເຂົ້າພັນສາແຕ່ລະປີ ຫລື ເອີ້ນວ່າບຸນເດືອນ
8 ເພັງ ແມ່ນໜຶ່ງໃນຮີດສີບສອງຄອງສີບ ສີ່, ເປັນປະເພນີອັນດີ ງາມຂອງຊາວພຸດລາວ
ໄລຍະນີ້ເປັນລະດູຝົນ ແລະ ເປັນເດືອນທີ່ພະສົງຕ້ອງຈຳພັນສາຢູ່ຕາມວັດຕ່າງໆຕະຫລອດໄລຍະ
3 ເດືອນ ໂດຍບໍ່ໄປຄ້າງຄືນບ່ອນອື່ນ. ຕາມປົກກະຕິແລ້ວນັ້ນ ແມ່ນໄດ້ກຳນົດເອົາ
ແຮມ 1 ຄ່ຳເດືອນ 8 ລາວ ໂດຍປີນີ້ຂຶ້ນກັບມື້ແຮມ 15 ຄ່ຳ ເດືອນ 8 ລາວ ກໍຄື ວັນທີ
22 ກໍລະກົດນີ້ ເຊິ່ງເປັນມື້ເຮັດບຸນໃສ່ບາດເພື່ອອຸທິດບຸນກຸສົນຫາຍາດພີ່ນ້ອງທີ່ລ່ວງລັບໄປ,
ຂະນະດຽວກັນກໍຈະຖວາຍຜ້າຈຳພັນສາ, ທຽນເຂົ້າພັນສາ ແລະ ເຄື່ອງໄຊຍະທານອື່ນໆ
ເພື່ອໃຫ້ພະສົງ, ສຳມະເນນ ໄດ້ໃຊ້ຈູດບູຊາໄຫວ້ພະພຸດທະຄຸນ, ພະທຳມະຄຸນ ແລະ
ພະສັງຂະຄຸນ ຕະຫລອດ 3 ເດືອນ ຫລື ເອີ້ນ ວ່າໄຕມາດໜຶ່ງ, ສ່ວນການຖວາຍຜ້າອາບນ້ຳຝົນນັ້ນ
ກໍເພື່ອໃຫ້ພະສົງໄດ້ໃຊ້ນຸ່ງອາບນ້ຳໃນລະດຸຝົນ ຕະຫລອດຮອດການໃຊ້ເພື່ອປະໂຫຍດອື່ນໆ
ຕາມຄວາມເໝາະສົມ.

No comments:
Post a Comment