Ad

Ad

23 July 2013

ລັດຖະບານແຈ້ງການໃຫ້ເພີ່ມທະວີຕ້ານການລະບາດຂອງພະຍາດໄຂ້ເລືອດອອກ



            ຕາມ​ການ​ຊີ້ນຳ​ຂອງ​ນາ ຍົກລັດຖະມົນຕີ​ແຫ່ງ ສປປ ລາວ ກ່ຽວ​ກັບ​ການ​ເອົາ​ໃຈ​ໃສ່​ເພີ່ມ​ທະວີ​ຕ້ານ​ການລະບາດ​ຂອງ​ພະຍາດ​ໄຂ້​ເລືອດ​ອອກ ຫລື ​ໄຂ້ຍຸງ​ລາຍ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ໃຫ້​ຊາບ​ດັ່ງນີ້: ໜຶ່ງໃຫ້​ເຈົ້າຄອງ​ນະຄອນຫລວງ​ວຽງ​ຈັນ ​ແລະ ບັນດາ​ເຈົ້າ​ແຂວງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ເອົາ​ໃຈ​ໃສ່​ຊີ້ນຳ-ນຳພາ​ພະ​ແນ​ກ ການ​ຕ່າງໆ​ຂອງ​ຕົນ ກໍ​ຄື​ອຳນາດ​ການ​ປົກຄອງ​ເມືອງ, ບ້ານ ​ແລະ ທຸກ​ຫລັງຄາ​ເຮືອນ​ໃນ​ການ​ໂຕ້​ຕອບ​ຕໍ່​ການລະບາດ​ຂອງ​ໄຂ້ຍຸງ​ລາຍ ​ໂດຍ​ສະ​ເພາະ​ໃຫ້​ເອົາ​ໃຈ​ໃສ່​ປະຕິບັດ​ມາດ​ຕະ ການ 5ປ ຄື ປ. ປິດ​ພາຊະນະ​ທີ່​ເກັບ​ນ້ຳ​ໃນ​ເຮືອນ ​ແລະ ນອກ​ເຮືອນ​ ​ເພື່ອ​ບໍ່​ໃຫ້​ຍຸງ​ລາຍ​ມາ​ໄຂ່​ໃສ່, ປ.ປ່ຽນ​ນ້ຳ​ໃນ​ພາຊະນະ​ເຊັ່ນ: ​ເຕົ້າດອກ​ໄມ້, ນ້ຳຮອງ​ຕີນ​ຕູ້, ຖານ​ຮອງ​ຈານ​ນ້ຳ, ປ.ປ່ອຍ​ປາ​ຫາງ​ນົກ​ຍຸງ​ເພື່ອ​ກິນ​ໜອນ​ນ້ຳ, ປ.ປັບປຸງ​ອະນາ​ໄມ​ສິ່ງ​ແວດ​ລ້ອມ​ອ້ອມ​ເຮືອນ​ບໍ່​ໃຫ້​ມີ​ກະ​ໂປະ, ກະປ໋ອງ, ຢາງ​ຕີນລົດ​ເກົ່າ​ທີ່​ມີນ້ຳຂັງ, ປ.ປະຕິບັດ​ໃຫ້​ເປັນນິ​​ໄສ​ປະຈຳ​ທຸກໆ​ອາທິດ ຖ້າ​ເປັນ​ໄຂ​ໃຫ້​ໄປ​ພົບ​ແພດ​ໝໍ​ດ່ວນ. ສອງ ປຸກລະດົມ​ທົ່ວ​ສັງຄົມ​ໃຫ້​ສຸມ​ໃສ່​ຍຸດ​ທະ​ສາດ​ທຳລາຍ​ແຫ​ລ່ງ​ເພາະ​ພັນ​ຂອງ​ຍຸງ​ລາຍ​ຢູ່​ແຕ່​
ລະ​ຄອບ ຄົວ,ຄຸ້ມ​ບ້ານ​ຕ່າງໆໂດຍ​ການຈັດ ຕັ້ງຄະນະ​ຮັບຜິດຊອບ​ຂັ້ນບ້ານ, ສົມທົບ​ກັບ​ອາສາ​ສະໝັກ​ຂັ້ນ ບ້ານ, ຫົວໜ້າ​ໜ່ວຍ, ພ້ອມ​ທັງ​ນັກ​ສຶກສາ​ແພດ​ລົງ​ກວດກາ ​ແລະ ທຳລາຍ​ແຫ​ລ່ງ​ເພາະ​ພັນ​ຂອງ​ໜອນ​ນ້ຳຍຸງ​ລາຍ​ໃນ​ແຕ່​ລະ​ຄອບ ຄົວ​ເປັນ​ປະຈຳ​ແຕ່​ລະອາ​ທິດ. ສາມ​ໃຫ້​ກະຊວງ​ສາທາລະນະ​ສຸກ​ສືບຕໍ່​ສ້າງ​ຄວາມ​ເຂັ້ມ​ແຂງດ້ານ​ການ​ຄຸ້ມ​ຄອງ​ກໍລະ ນີ​ຄົນ​ເຈັບ​ໃຫ້​ບັນດາ​ແຂວງ​ທີ່​ມີ​ການລະບາດ​ໜັກ ​ໂດຍ​ເລັ່ງ​ໃສ່​ການ​ເຝິກອົບຮົມ​ໃຫ້​ແພດ​ໝໍ​ຢູ່​ຂັ້ນ​ແຂວງ, ​ເມືອງ ​ແລະ ສຸກສາລາ; ​ເອົາ​ໃຈ​ໃສ່​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​ການ​ປ້ອງ​ກັນ ​ແລະ ບົ່ງມະຕິ​ພະຍາດ​ໃຫ້​ແກ່​ແພດ, ໝໍ, ພະຍາ ບານ​ຢູ່​ບັນດາ​ແຂວງ​ທີ່​ຍັງ​ບໍ່​ທັນ​ມີ​ການລະບາດ. ສີ່ ​ໃຫ້​ກະຊວງ​ສາ ທາລະນະ​ສຸກ​ສົມທົບ​ກັບ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ກໍ​ຄື​ພະ​ແນ​ກ ການຢູ່​ຂັ້ນ​ແຂວງ​ໂຄສະນາ​ເຜີຍ​ແຜ່​ວິທີ​ປ້ອງ​ກັນການລະບາດ​ຂອງ​ໄຂ້ຍຸງ​ລາຍ​ທາງ​ໂທລະພາບ ​ແລະ ວິທະຍຸ​ກະຈາຍສຽງ ​ເພື່ອ​ເຮັດ​ໃຫ້​ທຸກ​ພາກ ສ່ວນ​ຂອງ​ສັງຄົມ​ເຂົ້າ​ໃຈ​ເຖິງ​ຄວາມ​ອັນຕະລາຍ​ຂອງ​ໄຂ້ຍຸງ​ລາຍ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ການ​ທຳລາຍ​ແຫ​ລ່ງ​ເພາະ​ພັນ​ຂອງ​ຍຸງ​ລາຍ​ທີ່​ອຳນາດ​ການ​ປົກຄອງ​ບ້ານ​ຈັດ​ຂຶ້ນ​ໃນ​ແຕ່​ລະອາ​ທິດ ​ແລະ ຫ້າໃຫ້​ກະຊວງ​ສຶກສາ​ທິການ ​ແລະ ກິລາເອົາ​ໃຈ​ໃສ່ມະຫາ ວິທະຍາ​ໄລ, ​ໂຮງຮຽນ​ມັດທະຍົມ​ຕົ້ນ ​ແລະ ປາຍ, ​ໂຮງ ຮຽນ​ອະນຸບານ, ​ໂຮງຮຽນ​ລ້ຽງ​ເດັກ​ຂອງ​ລັດ ​ແລະ ​ໂຮງຮຽນ​ເອ ກະ​ຊົນໃຫ້​ມີ​ຄວາມ​ສະອາດ, ປັດ​ສະ​ຈາກ​ແຫ​ລ່ງ​ເພາະ​ພັນ​ຂອງ​ຍຸງ​ລາຍ.

No comments:

Post a Comment