Ad

Ad

23 July 2013

ຮອງ​ກຳມາ​ທິການ​ເສດຖະກິດ​ສະພາ​ແຫ່ງ​ຊາດ ສສ ຫວຽດນາມ ຕີ​ລາຄາ​ສູງ​ຕໍ່​ຜົນສຳ​ເລັດ​ການ​ພັດທະນາ​ເສດຖະກິດ​ຂອງ​ລາວ



         ທ່ານ ຫວງ​ນ ວັນ ຟຸກ ຮອງ​ກຳມາ​ທິການ​ເສດຖະກິດ​ສະພາ​ແຫ່ງ​ຊາດ ສສ ຫວຽດນາມ ​ໄດ້​ຕີ​ລາຄາ​ສູງ​ຕໍ່​ຜົນສຳ​ເລັດ​ການຈັດ ຕັ້ງປະຕິບັດ​ການ​ພັດທະນາ​ເສດ ຖະກິດ-ສັງຄົມ​ຂອງ​ລາວ​ໃນ​ໄລ ຍະ​ຜ່ານ​ມາ ​ເຊິ່ງ​ເຫັນ​ວ່າ​ຍອດ​ຜະລິດ​ຕະພັນ​ພາຍ​ໃນ (GDP) ​ໄດ້​ຂະຫຍາຍຕົວ​ຕໍ່​ເນື່ອງ ສະ​ເລ່ຍ 8% ຕໍ່​ປີ, ຂະ​ແໜງ​ກະສິກຳ, ອຸດສາ ຫະກຳ ​ແລະ ບໍລິການ​ໄດ້​ຂະ ຫຍາຍຕົວ​ໄປ​ຕາມ​ທິດ​ທີ່​ຕັ້ງ​ໄວ້. ການ​ລົງທຶນ​ມີ​ໂຕ​ເລກ​ເພີ່ມ​ຂຶ້ນ ຕາມ​ລຳດັບ ​ແລະ ອັດຕາ​ຄວາມ ທຸກ​ຍາກ​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ໄດ້​ຫລຸດ​ລົງ​ຢ່າງ​ເດັ່ນ​ຊັດ, ພ້ອມ​ທັງ​ຢືນຢັນ​ເຖິງ​ການ​ສືບຕໍ່​ຮັດ​ແໜ້ນ ​ແລະ ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນມູນ​ເຊື້ອ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາ ຊົນ​ສອງ​ຊາດ​ເວົ້າລວມ, ​ເວົ້າສະ​ເພາະ​ສອງ​ສະພາ​ແຫ່ງ​ຊາດ ລາວ-ຫວຽດນາມ ກໍ​ຄື​ສອງ​ກຳມາ​ທິການ​ໃຫ້​ນັບ​ມື້​ເກີດ​ດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ.
     ການ​ຕີ​ລາຄາ​ສູງ​ດັ່ງກ່າວ​ມີ​ຂຶ້ນ​ໃນ​ການ​ພົບ​ປະ​ສອງ​ຝ່າຍ​ລະ ຫວ່າງທ່ານ​ນາງ ດຣ. ບົວ​ຄຳ ທິບ​ພະ​ວົງ ຮອງ​ປະທານ​ກຳມາ​ທິ ການ​ເສດຖະກິດ​ແຜນການ ​ແລະ ​ການ​ເງິນ​ຂອງ​ສະພາ​ແຫ່ງ​ຊາດ​ລາວ ​ແລະ ທ່ານ ຫວງ​ນ ວັນ ຟຸກ ຮອງ​ປະທານ​ກຳມາ​ທິການ​ເສດ ຖະກິດ​ສະພາ​ແຫ່ງ​ຊາດ ສສ ຫວຽດນາມ ​ໃນ​ວັນ​ທີ 22 ກໍລະ ກົດ​ນີ້ ຢູ່​ຫ້ອງ​ປະຊຸມ​ນ້ອຍ​ສະພາ​ແຫ່ງ​ຊາດ​ລາວ.

No comments:

Post a Comment