Ad

Ad

29 July 2013

ສຽງສະທ້ອນຈາກຄົນເຈັບ ( ຄໍລຳ ແລກປ່ຽນຄຳເຫັນ )



      ບໍ່ຮູ້ວ່າດ້ວຍເຫດຜົນໃດ, ການກວດເລືອດ ແລະ ບົ່ງມະຕິພະຍາດຂອງແພດໝໍໃນໂຮງໝໍຕ່າງໆຈຶ່ງມີຄວາມຊັກຊ້າ ຫລາຍ, ບາງກໍລະນີກ່ອນຈະຮູ້ຜົນກວດກໍຕ້ອງໃຊ້ເວລາເປັນມື້, ສອງມື້ ຫລື ຮ້າຍແຮງກວ່ານັ້ນເປັນອາທິດກໍມີອັນໄດ້ສ້າງ ຄວາມລຳຄານ ແລະ ຫຍຸ້ງຍາກສັບສົນໃຫ້ແກ່ຜູ້ເຂົ້າມາໃຊ້ບໍລິການບໍ່ໜ້ອຍ. ນອກຈາກຈະເສຍເງິນ, ເສຍເວລາແລ້ວຍັງເຮັດ ໃຫ້ຄົນເຈັບມີອາການແກ່ຍາວ ແລະ ຮ້າຍແຮງຂຶ້ນ, ບາງເທື່ອຈົນຈະຊ່ວຍເອົາຊີວິດຂອງຜູ້ປ່ວຍບໍ່ໄດ້. ຫລາຍຄົນຕັ້ງຄຳຖາມ ຂຶ້ນວ່າ: ຖ້າເປັນແນວນີ້, ໃນສະພາບທີ່ເຄັ່ງຮ້ອນດັ່ງການລະບາດຂອງໄຂ້ເລືອດອອກເຊິ່ງພວມຄຸກຄາມບ້ານເມືອງເຮົາໃນປັດຈຸ ບັນຈະເຮັດແນວໃດຈຶ່ງຈະສາມາດຫລຸດຜ່ອນການເສຍຊີວິດຂອງຜູ້ຕິດເຊື້ອພະຍາດດັ່ງກ່າວລົງໄດ້ແນວໃດ ? ດັ່ງກໍລະນີທີ່ປະ ຊາຊົນທ່ານໜຶ່ງສ່ອງແສງມາວ່າ: ເມື່ອມໍ່ໆນີ້, ລູກຂອງລາວເປັນໄຂ້ ແລະ ສົງໄສຢ້ານວ່າເປັນໄຂ້ເລືອດອອກແລ້ວກໍເອົາລູກຂອງ ຕົນໄປກວດເລືອດຢູ່ໂຮງໝໍໃຫຍ່ແຫ່ງໜຶ່ງໃນນະຄອນຫລວງວຽງຈັນ ແລະ ກໍໃຊ້ເວລາເປັນມື້ ຈຶ່ງຮູ້ຜົນ ແລະ ໄດ້ຮັບຄຳຕອບ ຈາກແພດວ່າ: ເດັກເປັນໄຂ້ເລືອດ ອອກໃນໄລຍະຕົ້ນ ແລະ ບໍ່ເຖິງຂັ້ນຮຸນແຮງ ແລະ ບໍ່ຈຳເປັນຕ້ອງນອນປິ່ນປົວຢູ່ໂຮງໝໍເອົາ ຢາທີ່ແພດໃຫ້ເມືອກິນຢູ່ເຮືອນກໍໄດ້ ແລ້ວ, ແຕ່ 3 ມື້ຕໍ່ມາເດັກຄົນນັ້ນມີອາການຮ້າຍແຮງຂຶ້ນ, ຜູ້ເປັນພໍ່ແມ່ຈຳເປັນຕ້ອງເອົາ
ລູກໄປກວດອາການຢູ່ໂຮງໝໍດັ່ງກ່າວ ແລະ ເທື່ອນີ້ກໍໄດ້ຮັບຄຳຕອບເໝືອນດັ່ງເທື່ອກ່ອນ, ພໍນຳລູກເມືອຮອດເຮືອນບໍ່ພໍເທົ່າ ໃດຊົ່ວໂມງອາການຂອງເດັກຮ້າຍແຮງຂຶ້ນກວ່າ ເກົ່າ ຈຳເປັນຜູ້ປົກຄອງກໍເລີຍພາ ລູກໄປກວດຢູ່ໂຮງໝໍແຫ່ງໃໝ່ ແລະ ເຫັນວ່າ ຄົນເຈັບມີອາການໜັກຂຶ້ນທຸກທີ ແລະ ແພດໝໍດັ່ງກ່າວກໍໄດ້ສຸມໃສ່ປິ່ນປົວຈຶ່ງສາມາດກອບກູ້ເອົາຊີວິດຂອງເດັກຄົນນັ້ນໄວ້ ໄດ້. ນີ້ເປັນພຽງກໍລະນີໜຶ່ງທີ່ປະຊາຊົນສ່ອງແສງຫາເພື່ອຢາກເຕືອນໃຫ້ການບໍລິການຂອງຂະແໜງສາທາລະນະສຸກ ເຮົາມີຄຸນນະພາບດີຂຶ້ນ ແລະ ເປັນທີ່ໄວ້ເນື້ອເຊື່ອໃຈຂອງປະຊາຊົນ ກໍຄືຜູ້ເຈັບເປັນເຂົ້າມາໃຊ້ບໍລິການ.

No comments:

Post a Comment