Ad

Ad

29 July 2013

ເພີ່ມຄວາມຮູ້ກ່ຽວກັບກົດຫມາຍຫລັກຊັບໃຫ້ສື່ມວນຊົນລາວ



     ໃນຕອນບ່າຍວັນທີ 26 ກໍລະກົດນີ້, ຢູ່ສຳນັກງານຄະນະກຳມະການຄຸ້ມຄອງ ຫລັກຊັບ ແລະ ຕະຫລາດຫລັກຊັບ (ຄຄຊ) ນະຄອນຫລວງວຽງຈັນ ໄດ້ມີກອງ ປະຊຸມສຳມະນາເພີ່ມຄວາມຮູ້ກ່ຽວກັບ ກົດໝາຍຫລັກຊັບໃຫ້ແກ່ສື່ມວນຊົນ ໂດຍການ ເປັນປະທານຂອງ ທ່ານນາງ ວັດທະນາ ດາຣາລອຍ ຫົວໜ້າສຳນັກ ງານຄຸ້ມຄອງຫລັກຊັບ ແລະ ຕະຫລາດຫລັກຊັບລາວ ໂດຍມີສື່ມວນຊົນຈາກ ຫລາຍຂະແໜງການເຂົ້າຮ່ວມ.
     ທ່ານນາງ ວັດທະນາ ກ່າວ ວ່າ: ກົດໝາຍວ່າດ້ວຍຫລັກຊັບ ປະກອບມີ 13 ພາກ, 173 ມາດ ຕາ ໂດຍໃນນີ້ໄດ້ລະບຸ ກ່ຽວກັບບັນຫາສຳຄັນ ຄືການອອກຈຳ ໜ່າຍຫລັກຊັບ ແລະ ການເຄື່ອນ ໄຫວຂອງບໍລິສັດອອກຈຳໜ່າຍ ຫລັກຊັບ ແລະ ບໍລິສັດຈົດທະບຽນ, ກອງທຶນຮ່ວມ, ການລາຍງານເປີດເຜີຍ ແລະ ເກັບຮັກສາຂໍ້ ມູນ, ການສືບສວນ-ສອບສວນຄະດີກ່ຽວ ກັບຫລັກຊັບ, ການໄກ່ເກ່ຍ ຂໍ້ຂັດແຍ່ງ ແລະ ອື່ນໆ.

     ທ່ານນາງ ວັດທະນາກ່າວ ວ່າ: ຕະຫລາດຫລັກຊັບລາວດຳ ເນີນມາໄດ້ 2 ປີກວ່າ ເຊິ່ງເຫັນວ່າ ໄດ້ຮັບຜົນສຳເລັດດີສົມ ຄວນ. ຂະນະດຽວກັນກໍເຮັດໃຫ້ເຫັນໄດ້ຂໍ້ຄົງຄ້າງຫລາຍຢ່າງທີ່ພາໃຫ້ພວກເຮົາສາມາດຮຽນຮູ້ກ່ຽວກັບຂະແໜງການຫລັກຊັບ ແລະ ມາຮອດປັດຈຸບັນກໍສັງເກດເຫັນວ່າ: ສັງຄົມໄດ້ໃຫ້ຄວາມສົນໃຈກ່ຽວ ກັບຕະຫລາດຫລັກຊັບຫລາຍຂຶ້ນ ເຊິ່ງສະແດງ ອອກບ່ອນວ່າ: ສອງບໍລິສັດຄືທະນາຄານການຄ້າມະຫາຊົນຈຳກັດ ແລະ ບໍລິສັດຜະລິດໄຟຟ້າລາວມະຫາຊົນສາມາດລະດົມ ທຶນຈາກສັງຄົມໄດ້ຫລາຍກວ່າ 2 ພັນຕື້ກີບ, ໃນແຕ່ລະເດືອນມີມູນຄ່າການຊື້-ຂາຍຫລາຍກວ່າ 10 ຕື້ກີບ. ນອກຈາກນີ້, ນັກ ລົງ ທຶນຈາກຕ່າງປະເທດກໍສົນໃຈໃນຕະຫລາດຫລັກຊັບລາວ ແລະ ມີ 10 ກວ່າບໍລິສັດ ທີ່ດຳເນີນທຸລະກິດໃນຂະແໜງພະ ລັງ ງານ, ກະສິກຳ ແລະ ອຸດສາຫະກຳປຸງແຕ່ງພາຍໃນປະເທດຕ້ອງການຢາກຈົດທະບຽນຢູ່ໃນຕະຫລາດຫລັກຊັບ, ແຕ່ບໍລິສັດ ສ່ວນໃຫຍ່ຍັງບໍ່ມີລະບົບການບັນຊີຈະແຈ້ງລວມເຖິງດ້ານໂຄງສ້າງຂອງບໍລິສັດຍັງບໍ່ເປັນລະບຽບຖືກຕ້ອງຕາມເງື່ອນໄຂ.

No comments:

Post a Comment