Ad

Ad

29 July 2013

ລາວມີປ່າສະຫງວນແຫ່ງຊາດເພີ່ມອີກ 2 ແຫ່ງ



ປ່າສະຫງວນພູເຂົາຄວາຍ
          ປັດຈຸ​ບັນ, ສປປ ລາວ ມີປ່າ​ສະຫງວນ​ແຫ່ງ​ຊາດ​ເພີ່ມ​ຂຶ້ນອີກ 2 ແຫ່ງ​ເປັນ 24 ​ແຫ່ງ ກວມ​ເນ້ືອ​ທີ່ເ​ກືອບ 4 ລ້ານ​ເຮັກ ຕາ. ນອກ​ຈາກນັ້ນ ຍັງ​ມີ​ປ່າ​ສະຫງວນ​ຂອງ​ແຂວງ 66 ​ແຫ່ງ ​ແລະ ປ່າ​ສະຫງວນ​ຂອງ​ເມືອງ 143 ​ແຫ່ງ.
         ຕາມ​ຂໍ້​ມູນ​ໃນ​ບົດ​ລາຍ​ງານ​ຂອງ​ລັດຖະບານ​ ກ່ຽວ​ກັບ​ການ ຈັດຕັ້ງປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ໄລຍະ 6 ​ເດືອນ​ຕົ້ນສົກ​ປີ 2012-2013 ​ໃຫ້​ຮູ້​ວ່າ: ລັດຖະບານ​ ໄດ້​ຮັບຮອງ​ເອົາ​ປ່າ​ສະຫງວນ​ແຫ່ງ​ຊາດ​ຕື່ມ​ອີກ 2 ​ແຫ່ງຄື ປ່າ​ສະ ຫງວນ​ພູ​ຫີ​ຜີ ​ແຂວງ​ອຸດົມ​ໄຊ ​ເນື້ອທີ່ 87 ພັນ​ກວ່າ​ເຮັກຕາ ​ແລະ​ ປ່າ​ສະຫງວນ​ລະວິ​ງ-ລະ​ເວີນ ​ແຂວງ​ສະຫວັນ​ນະ​ເຂດ ​ເນື້ອ​ທີ່ 86 ພັນ​ເຮັກຕາ. ມາ​ຮອດ​ປັດຈຸ​ບັນ, ສປປ ລາວ ມີ​ປ່າ​ສະຫງວນ​ແຫ່ງ​ຊາດ​ເພີ່ມຂຶ້ນ​ເປັນ 24 ​ແຫ່ງ ​ເຮັດ​ໃຫ້​ເນື້ອທີ່​ປ່າ​ສະຫງວນ​ແຫ່ງ​ຊາດ​ມີ​ຫລາຍ​ກວ່າ 3,8 ລ້ານ​ເຮັກຕາ. ນອກ​ນັ້ນ ຍັງ​ມີ​ປ່າ​ສະຫງວນ​ຂອງ​ແຂວງ​ຫລາຍ​ກວ່າ 600.000 ​ເຮັກຕາ ​ແລະ ປ່າ​ສະຫງວນ​ຂອງ​ເມືອງ 400.000 ກວ່າ​ເຮັກຕາ, ລວມ​ແລ້ວ​ທົ່ວ​ປະ​ເທດ ມີ​ເນື້ອທີ່​ປ່າ​ສະຫງວນ​ຫລາຍ​ກວ່າ 4,7 ລ້ານ​ເຮັກຕາ. ພ້ອມ​ນີ້, ລັດຖະບານ​ຍັງ​ໄດ້​ຮັບຮອງ​ເອົາ​ການ​ສ້າງຕັ້ງປ່າ​ປ້ອງ​ກັນ​ແຫ່ງ​ຊາດ  47 ​ແຫ່ງ ​ມີ​ເນື້ອທີ່​ປະມານ 7,2 ລ້ານ​ເຮັກຕາ; ສຳ​ເລັດ​ການ​ປັກ​ຫລັກ​ໝາຍ​ເຂດ​ແດນ​ປ່າ​ປ້ອງ​ກັນ ​ແລະ ປ່າ​ສະ ຫງວນ ​ໃນ​ຈຸດ​ຫລໍ່​ແຫລມ ຂອບ​ເຂດ​ທົ່ວ​ປະ​ເທດ​
ໄດ້​ 679 ຫລັກ, ປັກ​ຫລັກ​ໝາຍ​ຂອບ​ເຂດ​ຟື້ນຟູ​ປ່າ​ໄດ້ 1.000 ກວ່າ​ຫລັກ, ປັກ​ປ້າຍ​ບອກ​ເຂດ​ແດນ​ປ່າ​ປ້ອງ​ກັນ ​ແລະ ປ່າ​ສະຫງວນ​ໄດ້ 492 ປ້າຍ, ສຳ​ເລັດ​ການ​ສ້າງ​ແຜນ​ຟື້ນຟູ​ປ່າ​ໄດ້​ໃນ​ເນື້ອທີ່ 300.000 ກວ່າ​ເຮັກຕາ ​ບັນລຸ 27% ຂອງ​ແຜນການ​ປີ.
            ຂະນະ​ທີ່​​ການ​ແບ່ງ​ຄວາມ​ຮັບຜິດຊອບ​ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ຊັບພະຍາກອນ​ປ່າ​ໄມ້ ລະ ຫວ່າງ ​ກະຊວງ​ຊັບພະຍາ ກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ກັບກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ແມ່ນ​ສຳ​ເລັດ​ໂດຍ​ພື້ນຖານ, ​ໃນ​ນັ້ນ ​ການ​ຄຸ້ມ​ຄອງ​ປ່າ​ສະຫງວນ ​ແລະ ປ່າ​ປ້ອງ​ກັນ ​ແມ່ນ​ຂຶ້ນກັບ​ກະຊວງຊັບພະ ຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ, ສ່ວນ​ປ່າ​ປ້ອງ​ກັນ ​ແມ່ນ​ຍັງ​ຂຶ້ນກັບ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້.

No comments:

Post a Comment