Ad

Ad

29 July 2013

ຫລວງນ້ຳທາເພີ່ມຄວາມເຂັ້ມງວດຄຸ້ມຄອງລາຄາເກັບຊື້ຢາງພາລາ



         ​ເນື່ອງ​ຈາກ​ຂາດ​ການ​ຄຸ້ມ​ຄອງ​ທີ່​ດີ​ໃນ​ການ​ຜະລິດ ​ແລະ ຈຳໜ່າຍ​ຢາງພາລາ​ຢູ່​ແຂວງ​ຫລວງ​ນ້ຳທາ ຈຶ່ງ​ເກີດ​ມີ​ຊ່ອງ​ຫວ່າງ​ໃຫ້​ນັກທຸລະກິດ​ຈຳນວນ​ໜຶ່ງ​ເຄື່ອນ​ໄຫວ​ເກັບຊື້ຢາງພາ ລາ​ຈາກ​ປະຊາຊົນ​ຢ່າງ​ເສລີ ​ແລະ ​ເຮັດ​ໃຫ້​ລາຄາ​ຢາງພາລາ​ຕົກ​ຕ່ຳລົງຄື​ສະ​ເພາະ​ແຕ່​ເດືອນ​ມີນາ​ມານີ້ລາຄາ​ຢາງ​ໄດ້​ປ່ຽນ​ແປງ​ເຖິງ 3 ​ເທື່ອ ຄື​ການ​ສົ່ງ ອອກ​ຈຳ​ໜ່າຍ​ຂອງ​ຜູ້​ຜະລິດ​ຢາງ​ຢູ່​ບ້ານ​ຫາດ​ຍາວ ​ເມືອງ ​ແລະ ​ແຂວງ​ຫລວງ​ນ້ຳທາ ຈຳ ນວນ 246 ​ໂຕນ ​ໃນ​ງວດ​ທຳ​ອິດ​ມີ 72 ​ໂຕນ ຂາຍ​ໄດ້​ໃນ​ລາຄາ​ກິ​ໂລລະ 8.500 ກີບ, ງວດ​ສອງ​ມີ 78 ​ໂຕນ ຂາຍ​ໄດ້​ກິ​ໂລ​ລະ 9.187 ກີບ ​ແລະ ມາ​ເຖິງ​ງວດ​ສາມ​ນີ້ ຂາຍ​ໄດ້​ກິ​ໂລ​ລະ 8.250 ກີບ ​ເຊິ່ງຫລຸດ​ຈາກ​ງວດ​ສອງ​ຫລາຍ​ເຖິງ 937 ກີບ​ຕໍ່ກິ​ໂລ ​ໂດຍ​ຜູ້​ເກັບຊື້ອ້າງ​ວ່າ​ລາຄາ​ຢາງ​ຢູ່​ຕະຫລາດ​ໂລກ​ຕົກ​ຕ່ຳ, ​ເມື່ອ​ປະຊາຊົນ​ຜູ້​ຮູ້​ເທົ່າ​ບໍ່​ເຖິງ​ການ​ກໍ​ຈະ​ຂາຍ​ຢາງ​ອອກ​ຢ່າງ​ຟ້າວ​ຟັ່ງ​ຕາມ​ລຳພັງ ​ເພາະ​ເຂົາ​ເຈົ້າຢ້ານ​ວ່າ​ຖ້າ​ບໍ່​ຂາຍ​ອອກ​ໄວ​ກໍ​ຍິ່ງ​ຈະ​ເຮັດ​ໃຫ້​ລາຄາ​ຕົກ​ຕ່ຳລົງ ​ແລະ ກໍ​ຈະ​ບໍ່​ມີ​ທຶນ​ໝູນວຽນ ​ໂດຍ​ສະ​ເພາະ​ຜູ້​ມີ​ສິນ​ເຊື່​ອນຳ​ທະນາຄານ​ກໍ​ຍິ່ງ​ຢ້ານ​ ​ເພາະ​ຖ້າ​ຢາງ​ບໍ່​ໄດ້​ຂາຍ​ກໍ​ຈະ​ເຮັດ​ໃຫ້​ດອກ​ເບ້ຍ​ເງິນ​ກູ້​ເພີ່ມ​ທະວີ​ຂຶ້ນ. ດັ່ງນັ້ນ, ທ່ານ ພອນ​ໄຊ ຈັນທະ​ສອນ ຫົວໜ້າ​ພະ​ແນ​ກ ອຸດສາຫະກຳ​ການ​ຄ້າ​ແຂວງ​ດັ່ງກ່າວ ຈຶ່ງ​ເຫັນ​ສົມຄວນ​
ວ່າ: ​ເບື້ອງລັດ​ຕ້ອງ​ໄດ້​ຊ່ວຍ​ປະຊາຊົນ​ຜູ້​ຜະລິດ​ຢາງພາລາ​ໃນ​ການ​ຄວບ​ຄຸມ​ລາຄາ​ຢາງ​ໃຫ້​ຢູ່​ໃນ​ເກນ​ປົກ ກະຕິ ​ແລະ ປັດຈຸບັນ ທາງ​ແຂວງ​ກໍ​ໄດ້​ອອກ​ນິຕິ​ກຳ​ຈຳນວນ​ໜຶ່ງ ​ເພື່ອ​ເລັ່ງຄຸ້ມ​ຄອງ​ບັນຫາ​ດັ່ງກ່າວ​ໃຫ້​ມີ​ປະສິດທິ​ຜົນ​ທີ່​ສຸດ.
       ທ່ານ ບຸນ​ມີ ລີ​ຈົງ​ກວນ ຮອງ ​ຫົວໜ້າ​ກຸ່ມ​ສະຫະກອນ​ປູກ​ຢາງ ພາລາ​ບ້ານ​ຫາດ​ຍາວ ​ໃຫ້​ຮູ້​ວ່າ: ບ້ານ​ຫາດ​ຍາວ​ແມ່ນ​ບ້ານ​ໜຶ່ງ​ທີ່​ມີ​ຄວາມ​ອາດ​ສາມາດ​ສູງ​ໃນ​ການ​ປູກ ​ແລະ ຜະລິດ​ຢາງພາລາ, ​ໄລ່​ມາ​ຮອດ​ປັດຈຸບັນ ບ້ານ​ດັ່ງກ່າວ​ມີ​ເນື້ອທີ່​ສວນ​ຢາງພາລາ​ທັງ​ໝົດ 200 ກວ່າ​ເຮັກຕາ ພາຍຫລັງ​ເລີ່​ມ ປູກ​ມາ​ແຕ່​ປີ​ 1990, ​ໃນ​ນັ້ນ ປະ ມານ 37,02% ​ແມ່ນ​ສາມາດ​ປາດ​ຢາງ​ໄດ້​ແລ້ວ ຄື​ສົກ​ປີ 2011-2012 ຊາວບ້ານ​ດັ່ງກ່າວ​ມີ​ລາຍ​ຮັບ​ຈາກ​ການ​ຂາຍ​ຜົນ​ຜະລິດ​ຢາງ​ໄດ້​ຫລາຍ​ກວ່າ 9,62 ຕື້ກີບ ​ໂດຍ​ສະ​ເພາະ​ພົນ ລະ​ເມືອງ​ຂອງ​ບ້ານ​ຜູ້​ໜຶ່ງ​ມີ​ລາຍ​ຮັບ​ຈາກ​ອຸດສາຫະກຳ​ປູກ​ຢາງ​ດັ່ງກ່າວ​ຫລາຍ​ກວ່າ 6 ລ້ານ​ກີບ​ຕໍ່​ປີ ​ແລະ ສະ​ເພາະ 5 ​ເດືອນ​ຂອງ​ລະດູ​ການ​ປາດ​ຢາງ​ປີນີ້ ຊາວບ້ານ​ຫາດ​ຍາວ​ສາມາດ​ຂາຍ​ຢາງ​ໄດ້​ແລ້ວ 2,12ຕື້ກວ່າ​ກີບ ອັນ​ໄດ້​ຊ່ວຍ​ໃຫ້​ຊາວບ້ານ​ດັ່ງກ່າວ​ຫລຸດ​ພົ້ນອອກ​ຈາກ​ຄວາມທຸກ​ຍາກ​ໄດ້​ຢ່າງ​ສົມບູນ ​ແລະ ຖ້າ​ເບື້ອງລັດ​ເຂົ້າມາ​ຊ່ວຍ​ຄຸ້ມ​ຄອງ​ການ​ຜະລິດ ​ແລະ ຈຳໜ່າຍ​ຢາງ​ຢ່າງ​ມີ​ແຜນການ ຍິ່ງ​ຈະ​ຊ່ວຍ​ໃຫ້​ຊາວ​ສາວ​ສວນ​ຢາງ​ມີ​ລາຍ​ຮັບ​ເພີ່ມ​ຫລາຍ​ຂຶ້ນ.

No comments:

Post a Comment