Ad

Ad

29 July 2013

ຊຳຊຸງມອບໂຊກໃຫ້ລູກຄ້າ



       ພິທີຈັບສະຫລາກຫາຜູ້ໂຊກດີຊີງບັດເຂົ້າຊົມສະໂມສອນເຊວຊີ ຈາກປະເທດ ອັງກິດ ພ້ອມລາຍການທ່ອງທ່ຽວບາງ ກອກເພື່ອເປັນການຄືນກຳໄລໃຫ້ກັບລູກຄ້າ ທີ່ນຳໃຊ້ຜະລິດຕະພັນຊຳຊຸງ ຈັດ ຂຶ້ນໃນວັນທີ 23 ກໍລະກົດຜ່ານມາ ຢູ່ບໍລິສັດ ໄທ ຊຳຊຸງເອເລັກໂຕຣນິກ ( ຕຶກທະນາຄານອິນໂດຈີນ ) ໂດຍເປັນກຽດຈັບຂອງ ທ່ານ ນາງເປມ ມາວາຣິນ ໂຄສິດ ນຸກຸນຜູ້ ຈັດການຫ້ອງການຕາງຫນ້າຊຳຊຸງລາວ ພ້ອມ ດ້ວຍພະນັກງານທີ່ກ່ຽວຂ້ອງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມເປັນສັກຂີພະຍານ.
      ສຳລັບຜູ້ໂຊກດີທີ່ໄດ້ຮັບບັດ ເຂົ້າຊົມເກມນັດພິເສດລະຫວ່າງ ສະໂມສອນ ເຊວຊີ ທີມແຖວຫນ້າ ຂອງພຣີເມຍລີກ ປະ ເທດອັງກິດ ພົບກັບ ທີມອໍສະຕາ ຈາກປະເທດ ໄທ ພ້ອມໂປແກຣມທ່ອງທ່ຽວ ບາງກອກ 4 ມື້ 3 ຄືນ ( 15-18 ກໍລະກົດ 2013 ) ຈຳນວນ 5 ລາງ ວັນ ( ລາງວັນ 1 ສຳລັບ 2 ຄົນ ) ປະກອບມີ  ທ້າວ ວົງໄຊ ສີວິໄລ ບ້ານບຶງຂະຫຍອງໃຕ້ ເມືອງສີ ສັດຕະນາກ, ທ້າວ ພູໂຂງ ບັນນະວົງ ບ້ານສະພັງມຶກ ເມືອງໄຊທາ ນີ, ທ້າວ ມອນສິງ ແພງສີຈັນ ບ້ານວຽງສະຫວັນ ເມືອງສີ ໂຄດຕະບອງ, ນາງ ຂັນທະລີ ໄຊຍະ ເສນ ບ້ານໄຊສະຫວ່າງ ເມືອງໄຊ ທານີ, ນາງ ສີພາພອນ ລັດສະຫມີ ບ້ານໂພນຕ້ອງ ເມືອງຈັນທະບູລີ.

No comments:

Post a Comment