Ad

Ad

9 July 2013

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດຮ່ວມກັບອົງການແຮງງານສາກົນ ຫາລືຄວາມຕ້ອງການຂອງຕະຫຼາດແຮງງານຢູ່ ສປປ.ລາວ

        ສະພາການຄ້າ ແລະ ອຸດສາ ຫະກຳແຫ່ງຊາດໄດ້ຮ່ວມກັບອົງການແຮງງານສາກົນໄຂກອງປະ ຊຸມຫາລືການພັດທະນາສີມືແຮງງານ ແລະ ຄາດໝາຍແຮງງານ ໃຫ້ໄດ້ຕາມຄວາມຕ້ອງການຂອງ ຕະຫຼາດແຮງງານຢູ່ລາວຂຶ້ນໃນວັນທີ 8 ກໍລະ ກົດນີ້ ຢູ່ນະຄອນຫຼວງວຽງຈັນໂດຍການເປັນປະເທດ ຂອງທ່ານ ສູນທອນ ພົມມະຈັກ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ທ່ານ ເອມີເທຜູ້ຊ່ຽວຊານດ້ານສີມືແຮງງານ, ອົງການແຮງງານສາກົນປະຈຳອາຊີຕາເວັນອອກສຽງໃຕ້ ແລະ ປາຊີຟິກ, ມີບັນດາກະຊວງ, ອົງການຈັດຕັ້ງສາກົນ ແລະ ຫົວໜ່ວຍທຸລະກິດຕ່າງໆເຂົ້າຮ່ວມ ເປັນຈຳນວນຫຼາຍ.
           ທ່ານ ສູນທອນ ພົມມະຈັກ ໄດ້ມີຄຳເຫັນໃນກອງປະຊຸມວ່າ:  ສະພາການຄ້າ ແລະ ອຸດສາ ຫະກຳແຫ່ງຊາດໃນນາມເປັນອົງການຈັດຕັ້ງຕາງໜ້າໃຫ້ແກ່ບັນດາຫົວໜ່ວຍທຸລະກິດ ແລະ ຕາງໜ້າ ໃຫ້ແກ່ຜູ້ໃຊ້ແຮງງານມີບົດບາດໃນການເຕົ້າໂຮມຫົວໜ່ວຍທຸລະກິດແລະຈັດຕັ້ງປະຕິບັດຍຸດທະສາດໃນການພັດທະນາເສດຖະກິດ-ສັມຄົມເພື່ອຮັບປະກັນ ການປັບປຸງໂຄງ ສ້າງອຸດສາຫະກຳ ແລະ ການຫັນປະເທດໃຫ້ກາຍເປັນປະເທດອຸດສາຫະກຳທີ່ທັນສະໄໜໃນອະນາຄົດເປັນ ແລະ ສິ່ງນີ້ເປັນ ການທ້າ ທາຍຫຼາຍ, ສຳລັບປະເທດລາວເຮົາ ແລະ ບັນດາຫົວໜ່ວຍທຸລະກິດຢູ່ໃນລາວ ຈະຕ້ອງມີກຳລັງແຮງງານເໝາະສົມກັບສີມືແຮງງານເພື່ອຕອບສະຫຼອ
ງຕະຫຼາດແຮງງານ ແລະ ສາມາດຍູ້ໜູນການເຕີບໃຫຍ່ຂອງທຸລະກິດດັ່ງກ່າວ. ດັ່ງນັ້ນການ ສ້າງ ແລະ ສະໜອງກຳລັງແຮງງານທີ່ມີຄວາມສາມາດ ທາງວິຊາການ ແລະ ມີຄວາມເຂົ້າໃຈໃນການເຮັດວຽກໃນຂົງເຂດອຸດ ສາ ຫະກຳ ແລະ ສິ່ງນີ້ເປັນປັດໄຈສຳຄັນຍິ່ງຕໍ່ການພັດທະນາເສດ ຖະກິດ- ສັງຄົງຂອງຊາດ ແລະ ຄວາມພ້ອມຂອງບັນດາຫົວໜ່ວຍ ທຸລະກິດໃນການຈະເຊ່ືອມໂຍງເຂົ້າປະຊາຄົມອາຊຽນໃນປີ 2015 ແລະ ເພື່ອໃຫ້ປະເທດ ຫຼຸດພົ້ນອອກຈາກສະຖານນະພາບ ດ້ອຍພັດທະນາໃນປີ 2020.
          ທ່ານ ສູນທອນ ພົມມະຈັກ ກ່າວອີກວ່າ: ໃນນາມ ສຄອ ແຫ່ງ ຊາດລາວເຫັນວ່າການກຽມພ້ອມໃນການພັດທະ ນາສີມືແຮງງານ, ການປັບ ປຸງ ແລະ ການຕອບສະໜອງການເຝິກອົບຮົມວິຊາຊີບຕ່າງໆໃຫ້ແກ່ໄວໜຸ່ມຍິງ-ຊາຍ ແມ່ນການສ້າງ ກຳລັງແຮງງານ ເພື່ອຮອງຮັບການຂະຫຍາຍ ຕົວຂອງທຸລະກິດຕ່າງໆ.ໃນສະພາບ  ແລະ ເງື່ອນໄຂປັດຈຸບັນຜູ້ໃຊ້ແຮງງານ ແລະ ນັກລົງທືນທັງພາຍໃນ ແລະ ຕ່າງປະເທດ ແມ່ນມີຄວາມຍຸຸງຍາກ ໃນການຊອກຫາແຮງງານທີ່ມີສືມືເໜາະສົມເນື່ອງຈາກແຫຼ່ງ ແຮງງານທີ່ມີຄຸນນະ ພາບໃນປະເທດຍັງບໍ່ພຽງພໍ ແລະ ມີຈຳນວນໜ້ອຍ.ດັ່ງນັ້ນລາວຈະ ຕ້ອງໄດ້ມີການປັບປຸງ, ແກ້ໄຂ ໂດຍສະ ເພາະແມ່ນການຮັບຮອງມາດຕະຖານທາງເຕັກນິກວິຊາສະເພາະ, ດັ່ງນັ້ນ ສຄອ ແຫ່ງຊາດລາວ ເຊື້ອໜັ້ນວ່າ ກອງປະຊຸມ ຄັ້ງ ນີ້ຈະເປັນການແລກປ່ຽນບົດ ຮຽນການພັດທະນາສີມືແຮງ ງານຈາກປະເທດຕ່າງໆໃນພາກ ພື້ນອາຊີ ແລະ ຈາກບັນດາຜູ້ຊ່ຽວ ຊານອົງການແຮງງານສາກົນ ແລະ ການປະກອບຄຳເຫັນ ຈາກກະຊວງແຮງງານແລະ ສະ ຫວັດດີການສັງຄົມ, ການຊວງສຶກ ສາທິການ, ບັນດາສະ ຖາບັນການເຝິກອົບຮົມ ແລະ ການສົນທະນາແລກປ່ຽນຈາກບັນດາຜູ້ ເຂົ້າຮ່ວມກອງປະຊຸມຄັ້ງນີ້ຈະສາ ມາດເຫັນໄດ້ເຖິງຄວາມຈຳເປັນຕໍ່ການ ສ້າງແລະ ພັດທະນາສີມືແຮງງານ ແລະ ຄາດຫວັງ ແຮງງານໃຫ້ໄດ້ຕາມການເຕີບໃຫຍ່ ຂະຫຍາຍໂຕເສດຖະກິດຂອງລາວເຮົາໃນປັດຈຸຸບັນ ແລະ ອະນາຄົດ.

No comments:

Post a Comment