Ad

Ad

9 July 2013

ໜັງສື​ພິມຄວາມ​ສະຫງົບເລີ່ມອອກ​ເປັນ​ລາຍ​ວັນ



    ໃນ​​​ວັນ​ທີ 8 ມິ​ຖຸນານີ້,ທ່ານພັນ​ເອກ ສີ​ພັນ​ດອ​ນ ຫວ່າງ​ປົວ​ຊົງ ຫົວໜ້າຄະນະ​ບັນນາທິກາ​ນຂ່າວ ສານ ປກສ ໄດ້​​ຖະ​ແຫລ​ງຂ່າວຕໍ່ສື່​ມວນ​ຊົນກ່ຽວ​ກັບ​ການ​ປັບປຸງ​ໜັງ​ສື​ພິມຄວາມ​ສະຫງົບ​ຈາກລາຍ​ອາ ທິດ​ມາເປັນ​ລາຍ​ວັນ ​ໂດຍມີ​ຄະນະ​ບັນນາທິການ​ຂ່າວສານ ປກສ,ພະ ນັກງານ​ໜັງສື​ພິມ​ເຂົ້າ​ຮ່ວມ.
    ທ່ານພັນ​ເອກ ສີ​ພັນ​ດອນ ກ່າວ​ ວ່າ:​​ໜັງສື​ພິມຄວາມ​ສະຫງົບສ້າງ​ຕັ້ງຂຶ້ນ​ໃນ​ວັນ​ທີ 12 ຕຸລາ 1997. ນັບ​ແຕ່ນັ້ນ​ມາໜັງສື​ພິ​ມຄວາມ​ສະ ຫງົບໄດ້​ຮັບ​ການ​ປັບປຸງ ​ແລະ ພັດ ທະນາ​ຕົນ​ເອງ​ທາງ​ດ້ານ​ເນື້ອ​ໃນ, ຮູ​ບ​ແບບ  ​ແລະ ສີສັນຢ່າງຕໍ່​ເນື່ອງ ​ບືນ​ຂຶ້ນ​ພັດທະນາ​ຕົນ​ເອງຕາມ​ບາດກ້າວ​ການ​ຂະຫຍາຍຕົວ​ຈາກ​ ລາຍ​ເດືອນ​ກ້າວ​ເປັນ​ລາຍ​ປັກ (15ວັນ)ໃນ​ວັນ​ທີ 1 ມັງ​ກອນ 2005  ​ແລະ ປ່ຽນ​ເປັນ​ລາຍ​ອາທິດ​ໃນ​ວັນ​ທີ 12 ຕຸລາ 2007 .ທັງ​ນີ້ກໍເພື່ອ​ຕອບ​ສະໜ​ອງກັບ​ຄວາມ​ຮຽກຮ້ອງ​ຕ້ອງການໃນການຮັບ ໃຊ້​ໜ້າ​ທີ່​ການ​ເມືອງ​ຂອງ​ພັກກໍ​ຄື​ວຽກ​ງານ​ຖະ​ແຫລ​ງຂ່າວ​ໃນ​ກຳລັງ ປກສໃຫ້​ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ​. ຕະຫລອດ​ໄລຍະ​ຜ່ານ​ມາ,ໜັງສື​ພິມຄວາມ​ສະຫງົບ​ ໄດ້​ເຮັດ​ໜ້າ​ທີ່​ເປັນ​ກະບອກສຽງ​ຂອງ​ກຳລັງ ປກສ ​ໃນ​ການ​ໂຄ​ສະນາ​ເຜີຍ​ແຜ່​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ລະບຽບ​ກົດໝາຍ​ຂອງ​ລັດ,​ແນວທາງ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ ​ໄດ້​ຢ່າງ​
ເລິກ​ເຊິ່ງ ​ແລະ ກວ້າງຂວາງ ພ້ອມ​ດຽວ​ກັນ​ນັ້ນກໍ​ຕອບ​ຕ້ານ​ຖ້ອຍ​ທຳນອງ​​ໂຄ ສະນາ​ໃສ່​ຮ່າຍ​ປ້​າຍ​ສີຂອງ​ພວກ​ຄົນ​ບໍ່ດີ,ອິດ​ທິກຳລັງ​ປໍ​ລະ​ປັກ​ໃສ່​ຮ້າຍ​ປ້າຍ​ສີ​ແນວ ທາງ​ນະ​ໂຍບາຍ​ຂອງ​ພັກ,ເລ​່ລ່ຽມ​ກົນອຸບາຍ​ຂອງ​ພວກ​ຕ້ອງ​ໂທດ,ຕ​ຳນິວິຈານ​ປາ ກົດ​ການ​ຫຍໍ້​ທໍ້​ໃນ​ສັງຄົມ​ເພື່ອ​ເຕືອນ​ສະຕິ​ລະວັງ​ຕົວ​ຂອງ​ຄົນໃນ ​ສັງຄົມ​ຢ່າງ​ກວ້າງຂວາງ​ ແນ​ໃສ່​ສະກັດ​ກັ້ນ​ບັນຫາ​ຕ່າງໆ​ທີ່​ອາດ​ເກີດ​ຂຶ້ນ​ໄດ້​ຢ່າງ​ທັນ​ການ​ເຮັດ​ໃຫ້​ປະ​ເທດ​ຊາດ​ມີ​ຄວາມ​ສະຫງົບ​ທາງ​ການ​ເມືອງ ​ແລະ ສັງຄົມມີ​ຄວາມ​ເປັນ​ລະບຽບຮຽບຮ້ອຍ.
      ໜັງສື​ພິມຄວາມ​ສະຫງົບລາຍ​ວັນ​ ໄດ້ຈັດ​ວາງ​ບັນດາ​ຄໍ​ລຳ ຄື ສະຖານະ​ການ​ປະຈຳ​ວັນ,ພັດທະ ນາ​ກຳ​ລັງ ປກສ,ວຽກ​ຈິງ​ຄົນ​ແທ້,​ເລື່ອງ​ສ້ັນ,ກາບກອນ,ສັງຄົມ​ວິ ຈານ,ກົດໝາຍ,ສ້ຽນ​ສັງຄົມ,ຂອບ​ຖະ​ໜົນ,ຮອບ​ໂລກ​ກິລາ,ຄະດີ​ຕ່າງ​ ແດນ,ຮູ້​ໄວ້​ໄດ້​ປະ​ໂຫຍ​ດ,ຂ່າວ ຕ່າງປະ​ເທດ ​ແລະ ​ໂຄສະ​ນາ​ສິນ ຄ້າ​ຈຳນວນ​ໜຶ່ງ,ປ່ຽນ​​ຂະໜາດ ຂະໜາດໜັງສືພີມຈາກ 27x39 ຊັງຕີແມັດ ມາ​ເປັນ​ຂະໜາດ 37x53 ຊັງຕີແມັດ ​ເພື່ອ​ຮັບປະກັນ​ການ​ພິມຈຳ​ໜ່າຍ​ໃຫ້ທ່ວງທັນ​ກຳ ນົດ​ເວລາ​ໃນ​ເບື້ອງ​ຕົ້ນ ຈະ​ຫລຸດ​ໜ້າ​ໜັງສື​ພິ​ມຈາກ​ລາຍ​ອາທິດ 20 ໜ້າ​ນ້ອຍ​ໃຫ້​ເປັນ 12 ໜ້າ​ໃຫຍ່, ສ່ວນ​ສີສັນ ​ແລະ ບໍລິ​ມາດ  ​ແມ່ນ​ຈະ​ຮັກ​ສາ​ໄວ້​ຄື​ເກົ່າ​ ເຊັ່ນ: ສອດ​ສີ​ດ້ານ​ໜ້າ ແລະ ຫລັງ​ປົກ,​​ພິ​ມ​ໃຫ້​ສະ​ເພາະ​ກຳລັງ ປກສ ຈຳນວນ 1.000 ສະບັບ ​ແລະ ຈຳ​ໜ່າຍ​ເປີດ​ກວ້າງ​ສູ່​ສັງຄົມ​ຕື່ມ​ອີກ.

No comments:

Post a Comment