Ad

Ad

9 July 2013

ເຈົ້າໜ້າ​ທີ່​ໄທ​ຈັບຜູ້​ຄ້າຂາຍ​ຢາ​ເສບ​ຕິດ​ທີ່ເປັນ​ຄົນ​ລາວ ພ້ອມ​ຢຶດຂອງ​ກາງ​ຢາ​ບ້າ​ 2 ​ແສນ​ເມັດ



      ອີງ​ຕາມ​ການ​ລາຍ​ງານ​ຂ່າວ​ຈາກ​ເວັບ​ໄຊ​ເມ​ເນ​ເຈີ​ອອນ​ລາຍ​ຂອງ​ໄທ ​ເມື່ອ​ວັນ​ທີ 5 ກໍລະກົດ​ນີ້​ວ່າ: ​ເຈົ້າໜ້າ​ທີ່​ຕຳຫລວດ​ນະ ຄອນບານ ​ສົມທົບ​ກັບ​ເຈົ້າໜ້າ​ທີ່ຄະນະ​ປະຕິບັດ​ງານ​ປາບ​ປາມ​ຢາ​ເສບ​ຕິດ ​ໄດ້​ຖະ​ແຫລ​ງຂ່າວກັກ​​ຜູ້​ຕ້ອງ​ຫາ​ສອງ​ແມ່​ລູກ​ຄົນ​ລາວ​ທີ່​ພວມຂົນ​ຢາ​ເສບ​ຕິດ​ປະ​ເພດ​ຢາ​ບ້າ ​ຄື​ນາງ ພອນຫົມ​ມາ ຫລື ລີ ອາຍຸ 46 ປີ ​ແລະ ລູກ​ຊາຍ​ອາຍຸ 17 ປີ ຫລັງ​ທັງ​ສອງ​ຄົນໃຊ້​ລົດ​ກະບະ​ຍີ່​ຫໍ້​ນິສັນ​ສີຂາວ ໝາຍ​ເລກ​ທະບຽນ 1284 ນະຄອນຫລວງ​ວຽງ​ຈັນ ຂົນ​ຢາ​ບ້າ​ຈຳນວນ 2 ​ແສນ​ເມັດ ​ເຂົ້າ​ໄປ​ຝັ່ງ​ໄທ​ຜ່ານ​​ດ່ານ​ຂົວ​ມິດ ຕະພາບວຽງ​ຈັນ-ໜອງ​ຄາຍ ​ໂດຍ​ຢາ​ບ້າ​ຈຳນວນ​ດັ່ງກ່າວ​ຖືກ​​ເຊື່ອງ​ໄວ້​ຢູ່ຖົງ​ພາຍ 2 ໜ່ວຍ ​ແລະ ​ເບາະ​ນັ່ງ​ດ້ານ​ຫລັງ​ຄົນ​ຂັບ​​ລົດດັ່ງກ່າວ.
     ​ເຈົ້າໜ້າ​ທີ່​ປາບ​ປາມ​ຢາ​ເສບ​ຕິດ​ຂອງ​ໄທ ກ່າວ​ວ່າ: ຜູ້​ຕ້ອງ​ຫາ​ດັ່ງກ່າວ​ຖືກ​ກັກ​​ໄດ້​ຢູ່​ສະຖານ​ທີ່​ຈອດ​ລົດ​ຂອງ​ຮ້ານ​ສັບ​ພະ​ສິນ ຄ້າ​ໂລ​ຕັສ ຢູ່ແຂວງ​ໜອງ​ຄາຍ ​ແລະ ການ​ຈັບ​ກຸມ​ຜູ້​ຕ້ອງ​ຫາ​ຄັ້ງນີ້​ເປັນ​ຜົນ​ມາ​ຈາກ​ການ​ຈັບ​ກຸມ​ຜູ້​ມົ້ວສຸມ ​ແລະຄ້າຂາຍ​ຢາ​ເສບ​ຕິດ​ລາຍ​ຍ່ອຍ​ຢູ່ຝັ່ງ​ໄທ ​ແລະ ​ໄດ້​ຂະຫຍາຍ​ຜົນ​ຊັກ​ທອດ​ເຖິງ​ຂະ​ບວນການ​ຄ້າ​ຢາ​ເສບ​ຕິດ​ຂ້າມ​ຊາດ ​ແລະ ສືບ​ຮູ້​ວ່າ​ຈະ​ມີ​ການ​ຂົນ​ສົ່ງ​ຢາ​ບ້າ​ເປັນ​ຈຳນວນ​ຫລາຍ​​ເຂົ້າ​ໄປ​ປະ​ເທດ​ໄທ ຈຶ່ງ​ໄດ້​ວາງ​ກຳລັງ ​ແລະ ສາມາດ​ຈັບ​ກຸມ​ຜູ້​ຕ້ອງ​ຫາ​ໄດ້​ຄື​ດັ່ງກ່າວ.
    ຜ່ານ​ການ​ສືບສວນ-ສອບ​ສວນ​ຂອງ​ເຈົ້າໜ້າ​ທີ່,ຜູ້​ຕ້ອງ​ຫາ​ຮັບ​ສາ ລະພາບ​ວ່າ: ຢາ​ເສບ​ຕິດ​ຈຳນວນ​ນີ້​ແມ່ນໄດ້​ຮັບ​ຄຳ​ສັ່ງ​ຈາກ​ຂະ ບວນການ​ຄ້າຂາຍ​ຢາ​ເສບ​ຕິດ​ລາຍ​ໃຫຍ່​ຢູ່​ລາວ ​ເພື່ອ​ໃຫ້​ຂັບ​ລົດ​ມາ​ສົ່ງ​ຢາ​ບ້າ​ຢູ່​ຈຸດ​ດັ່ງກ່າວ ​ເຊິ່ງ ຫ່າງ​ຈາກ​ດ່ານ​ຊາຍ​ແດນ​ປະມານ 2 ກິ​ໂລ​ແມັດ ກ່ອນ​ຈະ​ມີ​ຄົນ​ມາ​ຮັບ​​ເອົາ​ໄປ​ບາງກອກ ​ໂດຍ​ໄດ້​ຮັບ​ຄ່າ​ຈ້າງ 2 ໝື່ນ​ບາດ (ສະກຸນ​ເງິນ​ໄທ).

No comments:

Post a Comment