Ad

Ad

9 July 2013

ເຮັດແນວໃດຈະໃຫ້ຜູ້ຂັບຂີ່ເຄົາລົບນັບຖືລະບຽບຈະລາຈອນເພື່ອຫລຸດຜ່ອນການເກີດອຸປະຕິເຫດ

          ປັດຈຸບັນການ​ຈອດ​ລົດ​ຊະຊາຍ, ​​ບໍ່​ໃສ່ໝວກກັນ​ກະທົບ​​ແລະ ການ​ບໍ່ປະ ຕິບັດ​ລະບຽບ​ຈະລາຈອນຂອງ​ນັກ​ຂີ່​ຍັງ​ມີ​ໃຫ້​ເຫັນ​ເປັນ​ຈຳນວນ​ບໍ່​ຫນ້ອຍຢູ່​​ເຂດ​ຕົວ​ເມືອງ ​ເຖິງວ່າ​ຈະ​ມີຂໍ້​ຫ້າມ​ ​ແລະ ກົດ​ລະບຽບຕ່າງໆ​ໄວ້​ແລ້ວ,ແຕ່​ຜູ້​ຂັບ​ຂີ່​ເຫລົ່ານັ້ນກໍ​ຍັງ​ຝ່າຝືນ ​ແລະ ​ ​ເພື່ອ​ເປັນ​ການ​ແກ້​ໄຂບັນຫານີ້​ໃຫ້​ມີ​ປະສິດ ທິ​ຜົນນັ້ນ,​ເຈົ້າໜ້າທີ່​ຕຳຫຼວດຈະລາຈອນ ​ກໍເພີ່ມ​ທະວີ​ການ​ກວ ກາທາງ ຫຼວງ ​​ໂດຍ​ອອກ​ຕັ້ງຈຸດ​ກວດກາ ​ແລະ​ໂຄສະນາ​ຕາມ​ສາຍ​ທາງເພື່ອ​ເຕືອນ​ໃຫ້​ນັກ​ຂັບ​ຂີ່​ໄດ້​ເອົາ​ໃຈ​ໃສ່​ປະຕິບັດ​ກົດ​ລະ ບຽບດັ່ງກ່າວ​ໃຫ້​ຫລາຍ​ຂຶ້ນແນ​ໃສ່ ຫຼຸດຜ່ອນ​ອຸປະຕິ​ເຫດ ແລະ ການ​ຂັບ​ຂີ່​ທີ່​ປອດ​ໄພ​ບົນ​ທ້ອງ​ຖະໜົນຫຼັງພົບ​ວ່າສະພາບ​ອຸປະຕິ​ເຫດ​ນັບ​ມື້ເພີ່ມ​ຂຶ້ນ.
           ​ເຈົ້າໜ້າທີ່​ຈະລາຈອນ ນະຄອນຫຼວງວຽງຈັນ ກ່າວ​ວ່າ: ​​ຜ່ານ​ມາ ​ເຖິງ​ວ່າສະພາບ​ການ​ສັນ ຈອນ​ຕາມ​ທ້ອງ​ຖະໜົນມີ ຄວາມ​ຄ່ອງ​ໂຕຫຼາຍຂື້ນ​ພາຍຫຼັງ​ເສັ້ນທາງ​ຫລາຍ​ສາຍ​ໄດ້​ຮັບ​ການ​ກໍ່ສ້າງ ​ແລະ ປັບປຸງ​ດີ​ຂຶ້ນ ​ແລະ ​ມີ​ຄວາມ​ສະດວກສະບາຍ​ກວ່າ​ເກົ່າ,​ ​ແຕ່ຍັງ​ມີ​ຜູ້​ຂັບ​ຂີ່​ຈຳນວນໜຶ່ງ ຖື​ເບົາ​ຕໍ່ການ​ປະຕິບັດ​ລະບຽບຈະ ລຈອນ​ເປັນຕົ້ນຂັບ​ຂີ່​ລົດ​ໄວ, ຂີ່​ລົດ​ເປັນ​ພຶງ​ເປັນ​ແພລ່ວງ​ລະ​ເມີດ​ປ້າຍ ​ຫ້າມ​ປ້າຍ​ເຕືອນ​ຕ່າງໆ​ເຮັດ​ໃຫ້​ມີ​ການ​ສັນຈອນ​ສັບສົນ​ແອ​ອັດ ​ແລະ ​ເກີດ​ອຸປະຕິ​ເຫດຄື​ອາທິດ​ຜ່ານ​ມາ,​ເຈົ້າໜ້າທີ່​ຕຳຫຼວດຈະລາຈອນ​ນະຄອນຫຼວງວຽງຈັນ ກໍ​ໄດ້​ລົງ​ກວດກາ​ຕາມ​ສາຍ​ທາງຫຼວງ ​ແລະ ​ໄດ້​ກວດພົບ​ເຫັນ​ຜູ້​ລະ​ເມີດ​ລະບຽບ ການ​ສັນຈອນ​ກວ່າ 500 ຄົນ, ຍິງ 186 ຄົນ ​ແລະ ກໍ​ໄດ້​ມີ​ການ​ຕັກ​ເຕືອນສຶກສາ​ອົບຮົມ ພ້ອມ​ປັບ​ໃຫມ​ຜູ້​ລ່ວງ​ລະ​ເມີດ​ກົດ​ລະບຽບ​ດັ່ງກ່າວ​ເພື່ອ​ຄວາມ​ເຂັດ​ຫລາບ.ເຈົ້າໜ້າທີ່​ຈະລາຈອນ ນະຄອນຫຼວງວຽງຈັນ ຍັງ​ໃຫ້​ຮູ້​ວ່າ: ​ຜູ້​ລະ​ເມີດ​ກົດ​ລະບຽບ ຈະລາຈອນສ່ວນ​ຫລາຍ​ແມ່ນຜູ້​ຂັບ​ຂີ່​ບໍ່​ໃສ່ໝວກກັນ​ກະທົບ,ບໍ່ມີ​ໃບ​ອະນຸ ຍາດ​ໃນ​ການ​ຂັບ​ຂີ່,ບໍ່ມີ​ໃບ​ກວດ ສະພາບ​ເຕັກ​ນິກລົດ ​ແລະ ​ໃບ​ເສຍ​ຄ່າ​ທາງ ຊຶ່ງ​ເປັນ​ປາກົດ​ການ​ຫຍໍ້​ທໍ້​ຫນຶ່ງ.
        ຕໍ່​​ບັນຫານີ້ ມີ​ຫລາຍ​ຄົນ​ໃຫ້​ທັດສະນະ​ວ່າ:​ເຈົ້າໜ້າທີ່​ຄວນ​ຈະ​ເພີ່​ມາດ​ຕະການ​ເດັດ​ຂາດຕໍ່ຜູ້​ທີ່​ຝ່າຝືນ​ກົດ​ລະບຽບ ຖ້າ​ພົບ​ເຫັນ​ກໍ​ຄວນ​ປັບ​ໃໝ ແລະ ຕັກ​ເຕືອນ ຢ່າງ​ຈິງຈັງ,ຂະນະ​ດຽວກັນກໍ​ຕ້ອງ​ເພີ່ມ​ທະວີ​ການ​ໂຄສະນາ​ໃຫ້​ປະຊາຊົນ​ໄດ້​ຮຽນຮູ້​ການ​ຂັບ​ຂີ່​ທີ່​ປອດ​ໄພ ​ເພື່ອ​ເປັນ​ການ​ເຕືອນ​ສະ ຕິ ໃຫ້​ສັງຄົມມີ​ຄວາມ​ຕື່ນໂ​ຕ​ຮ່ວມ​ ກັນ​ປະຕິບັດ​ລະບຽບກົດຫມາຍ ​ເພື່ອ​ທີ່​ເຮັດ​ໃຫ້​ສັງຄົມ​ມີ​ຄວາມ​ເປັນ​ລະບຽບຮຽບຮ້ອຍ ​ແລະ ສະ ຫງົບປອດ​ໄພ.

No comments:

Post a Comment