Ad

Ad

9 July 2013

ອີຢູສືບຕໍ່ສະຫນັບສະຫນູນວຽກງານສິດທິມະນຸດໃນລາວ



     ສະຫະພາບ​ເອີຣົບ ຫລື ອີ​ຢູ ​ໄດ້​ສືບຕໍ່​ໃຫ້ການ​ສະໜັບສະໜູນ​ວຽກ​ງານ​ສິດທິ​ມະນຸດ​ໃນ​ລາວ ​ໂດຍ​ການ​ອະນຸມັດ​ງົບປະ ມານ 1,2 ລ້ານ​ເອີ​ໂຣ ​ເພື່ອ​ໃຫ້​ບັນດາ​ອົງ ການ​ຈັດຕັ້ງທີ່​ບໍ່​ຂຶ້ນກັບ​ລັດຖະ ບານ ຫລື ອົງການ​ທີ່​ບໍ່​ຫວັງ​ຜົນ​ກຳ​ໄລ​ຂຽນ​ບົດ​ສະ​ເໜີ​ໂຄງການ​ກິດຈະກຳ​ທີ່​ເປັນ​ການ​ປະກອບ ສ່ວນ​ເຂົ້າ​ໃນ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ ​ແລະ ສົ່ງ​ເສີມ​ສິດທິ​ມະນຸດ​ຢູ່​ລາວ.
    ສຳນັກງານ​ຜູ້ຕາງໜ້າ​ສະຫະ ພາບ​ເອີຣົບປະຈຳ​ລາວ ​ໃຫ້​ຮູ້​ວ່າ: ການ​ສະໜັບສະໜູນ​ທຶນ​ດັ່ງກ່າວ​ແມ່ນ​ການ​ຊ່ວຍ​ເຫລືອ​ໃນ​ແຜນ​ງານ​ລິ​ເລີ່​ມຂອງ​ສະຫະພາບ​ເອີ ຣົບ ​ເພື່ອ​ສົ່ງ​ເສີມ​ປະຊາທິປະ​ໄຕ ​ແລະ ສິດທິ​ມະນຸດ (EIDHR) ມີ​ເປົ້າໝາຍ​ຍົກ​ສູງ​ບົດບາດ ​ແລະ ຄວາມ​ສາມາດ​ຂອງ​ອົງການ​ຈັດ ຕັ້ງທາງ​ສັງຄົມ ​ໂດຍ​ສະ​ເພາະ​ແມ່ນ​ອົງການ​ຈັດຕັ້ງທາງ​ສັງຄົມ​ຂອງ​ລາວ​ທີ່​ໄດ້​ສ້າງຕັ້ງຂຶ້ນ​ໃໝ່ ​ເພື່ອ​ຊຸກຍູ້​ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ການ​ເປັນ​ຕົວ​ແທນ ​ແລະ ສິດທາ​ງດ້ານ​ກົດໝາຍ​ຂອງ​ປະຊາຊົນ​ລາວ ​ໂດຍ​ສະ​ເພາະ​ແມ່ນ​ກຸ່ມ​ຄົນ​ຜູ້​ດ້ອຍ​ໂອກາດ, ສົ່ງ​ເສີມ​ກິດຈະກຳ​ຂອງ​ບັນດາ​ອົງການ​ຈັດຕັ້ງທາງ​ສັງຄົມ​ລະດັບ​ທ້ອງ​ຖິ່ນ ​ແລະ ປັບປຸງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ສິດ​ຂັ້ນພື້ນ ຖານ​ໃນ​ລາວ ​ແລະ ກ້າວ​ສູ່​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ເທື່ອ​ລະ​ກ້າວ.
    ສຳລັບ​ນິຕິບຸກຄົນ​ທີ່​ມີ​ສິດສະ​ເໜີ​ຂໍ​ທຶນ​ປະຕິບັດ​ໂຄງການ​ໃນ​ແຜນ​ງານ​ນີ້ ​ແມ່ນ​ອົງການ​ທີ່​ບໍ່​ຫວັງ​ຜົນ​ກຳ​ໄລ, ອົງການ​ຈັດຕັ້ງຂັ້ນຊຸມ​ຊົນ, ສຳນັກງານ, ສະ​ຖາ​ບັນ ​ແລະ ອົງການ​ຈັດຕັ້ງລັດ ​ແລະ ​ເອກະ​ຊົນ​ທີ່​ເຄື່ອນ​ໄຫວ​ກິດຈະກຳ​ທີ່​ບໍ່​ຫວັງ​ຜົນ​ກຳ​ໄລ​ໃນ​ລະດັບ​ທ້ອງ​ຖິ່ນ, ລະດັບ​ຊາດ, ພາກພື້ນ ​ແລະ ສາກົນ.
       ສະຫະພາບ​ເອີຣົບ ​ໃຫ້​ຮູ້​ວ່າ: ​ແຕ່​ປີ 2006 ​ເປັນຕົ້ນມາ,​ແຜນ​ງານ​ ດັ່ງກ່າວ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ເຖິງ 20 ​ໂຄງການ​ໃນ​ລາວ ​ເພື່ອ​ຈັດຕັ້ງປະຕິບັດ​ແກ້​ໄຂ​ບັນຫາ​ສິດ ທິ​ເດັກ, ​ແມ່ຍິງ, ຄົນ​ພິການ​ໃນ​ການ​ເຂົ້າ​ເຖິງ​ອາຫານ, ຂໍ້​ມູນ​ຂ່າວ ສານ​ກ່ຽວ​ກັບ​ຄວາມ​ຍຸຕິ​ທຳຕ່າງໆ.

No comments:

Post a Comment