Ad

Ad

9 July 2013

ພະນັກງານແພດ ແລະ ນັກສຶກສາ ແພດຫລາຍກວ່າ 800 ຄົນ ລົງຊ່ວຍຄວບຄຸມການລະບາດຂອງໄຂ້ເລືອດອອກຢູ່ທ້ອງຖິ່ນຕ່າງໆ



     ເມື່ອມໍ່ໆມານີ້, ກະຊວງສາທາລະນະສຸກໄດ້ສົ່ງພະນັກງານ ແພດ ແລະ ນັກສຶກສາຈາກມະຫາ ວິທະຍາໄລວິທະຍາສາດ ສຸຂະພາບ 800 ກວ່າຄົນ ລົງຊ່ວຍນະຄອນຫລວງວຽງຈັນ ແລະ ແຂວງ ຕ່າງໆທີ່ມີການລະບາດ ຂອງໄຂ້ເລືອດອອກເພື່ອຊ່ວຍ ຕ້ານ ແລະ ຄວບຄຸມການລະຂອງພະຍາດ ດັ່ງກ່າວພາຍຫລັງເຫັນວ່ານັບມື້ມີການລະບາດຮ້າຍແຮງຂຶ້ນໃນທົ່ວປະເທດ.
      ທ່ານ ສຈ.ດຣ ເອກະສະຫວ່າງ ວົງວິຈິດ ລັດຖະມົນຕີວ່າການກະຊວງສາທາລະນະສຸກ ໄດ້ມີຄຳເຫັນໃນພິທີສົ່ງກຳລັງດັ່ງ ກ່າວເພື່ອເປັນການຕອບໂຕ້ ແລະ ສະກັດກັ້ນການລະບາດ ຂອງ ໄຂ້ຍຸງລາຍໃຫ້ມີປະສິດທິຜົນສູງ ດັ່ງນັ້ນໄດ້ສົ່ງພະນັກງານແພດຫມໍ ແລະ ນັກສຶກສາລົງຊ່ວຍແພດ ຫມໍຢູ່ແຂວງຕ່າງໆເຫລ່ົານັ້ນເປັນການຮີບດ່ວນ. ມາຮອດປັດຈຸບັນນີ້ ທົ່ວປະເທດມີຜູ້ຕິດ ເຊື້ອໄຂ້ ເລືອດອອກແລ້ວ 40 ພັນກວ່າຄົນທຽບໃສ່ປີຜ່ານມາເພີ່ມຂຶ້ນເກືອບເທົ່າໂຕ, ສະນັ້ນ, ການເລັງໃສ່ສະກັດກັ້ນການລະບາດ ຂອງພະຍາດດັ່ງກ່າວ ຈຶ່ງແມ່ນ ຄວາມຈຳເປັນຂອງພະນັກງານ ແພດຫມໍ ກໍຄືທົ່ວປວງຊົນເຮົາຈະຕ້ອງໄດ້ເປັນເຈົ້າການເອົາ ໃຈໃສ່ປະຕິບັດຄຳຂວັນ 5 ປ ຕ້ານໄຂ້ເລືອ ອອກໃຫ້ເປັນຈິງ ແລະ ໃຫ້ອອກແຮງການໂຄສະນາປຸກລະດົມປະຊາຊົນເຮັດອະ ນາໄມ, ທຳ ຄວາມສະອາດສິ່ງແວດລ້ອມ ແລະ ທຳລາຍພາຊະນະ ເກັບນ້ຳທີ່ເປັນແຫລ່ງຂະຫຍາຍພັນຂອງຍຸງລາຍໃຫ້ເປັນປະ ຈຳ.

No comments:

Post a Comment