Ad

Ad

5 July 2013

ລາວ-ຫວຽດນາມ ຈະສະຫລອງຜົນສຳເລັດການປັກຫລັກຫມາຍຊາຍແດນໃນວັນທີ 9 ກໍລະກົດທີ່ຈະເຖິງນີ້



      ໃນໂອກາດກະກຽມສະເຫລີມສະຫລອງຜົນສຳເລັດການປັກຫລັກໝາຍຊາຍ ແດນຫລັກສຸ ດທ້າຍ 460 ຂອງໂຄງການ ປັກຫລັກໝາຍຖີ່ແລະບູລະນະລະບົບຫລັກໝາຍຊາຍແດນສອງປະເທດ ລາວ-ຫວຽດນາມ ຊຶ່ງຈະມີຂຶ້ນໃນມໍ່ໆນີ້, ທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີຊ່ວຍວ່າການກະ ຊວງການຕ່າງປະເທດໃນນາມປະທານຄະນະກຳມະການປັກ ຫລັກໝາຍ ຊາຍແດນ ລາວ- ຫວຽດ ນາມ ໄດ້ມີຄຳເຫັນຜ່ານສື່ມວນຊົນລາວ ແລະ ຫວຽດນາມ ໃນວັນທີ 4 ກໍລະກົດນີ້ ໂດຍໄດ້ຍົກໃຫ້ ເຫັນຈຸດປະສົງ ແລະ ຄວາມມຸ່ງໝັ້ນຂອງທັງສອງປະເທດທີ່ຢາກສ້າງຊາຍ ແດນໃຫ້ກາຍເປັນຊາຍ ແດນແຫ່ງສັນຕິພາບ, ມິດຕະ ພາບ ແລະ ການຮ່ວມມືຍາວນານ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ເພື່ອຄວາມສະຫງົບສຸກ ແລະ ຄວາມເປັນລະບຽບຮຽບ ຮ້ອຍຕາມບໍລິເວນຊາຍແດນ, ເຮັດໃຫ້ເສັ້ນ ຊາຍແດນລະຫວ່າງສອງປະເທດມີຄວາມຈະແຈ້ງຕະຫລອດການ ແລະ ເປັນມໍລະດົກຕົກ ທອດເຖິງຮຸ່ນລູກຮຸ່ນຫລານຕໍ່ໄປ.
   ປະເທດລາວ ແລະ ຫວຽດນາມ ໄດ້ຮ່ວມກັນປັກຫລັກໝາຍຈາກເມື່ອກ່ອນມີ 214 ຫລັກໝາຍໄດ້ກາຍມາເປັນ 835 ຫລັກໝາຍໃນປັດຈຸບັນຕາມ ຄວາມຍາວເສັ້ນຊາຍແດນ ລາວ-ຫວຽດນາມ ທັງໝົດປະມານ 2.067 ກິໂລແມັດ. ໂຄງການປັກ ຫລັກໝາຍຊາຍແດນນີ້ສາມາດຊ່ວຍໃຫ້ພະນັກງານ ແລະ ປະຊາຊົນໄດ້ຮັບຮູ້ເຂົ້າໃຈງ່າຍຂຶ້ນກ່ຽວກັບເຂດນ້ຳນ້ຳແດນດິນລະ ຫວ່າງສອງປະເທດ ແລະ ເຄົາລົບນັບຖືອຳນາດອະທິປະໄຕ ແລະ ຜືນແຜ່ນ ດິນຂອງກັນ ແລະ ກັນ. ຜົນສຳເລັດດັ່ງກ່າວ ເປັນ ການຊຸກຍູ້ສົ່ງເສີມການຮ່ວມມືທຸກດ້ານທັງໃນສູນກາງ ແລະ ທ້ອງຖິ່ນເປັນຕົ້ນການໄປມາຫາສູ່, ການຄ້າ, ການລົງທຶນ ແລະ ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອແນໃສ່ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນຢູ່ລຽບບໍລິເວນ ຊາຍແດນໃຫ້ນັບມື້ດີຂຶ້ນ.

        ປະທານຄະນະກຳມະການປັກຫລັກໝາຍຊາຍແດນ ລາວ- ຫວຽດນາມ ຍັງໄດ້ຍົກໃຫ້ເຫັນ ວ່າ:ສອງປະເທດໄດ້ຕົກ ລົງສ້າງຕັ້ງ ແລະ ຍົກລະ ດັບດ່ານຊາຍແດນຮ່ວມກັນຊຶ່ງມາເຖິງປັດຈຸບັນມີດ່ານສາກົນ 7 ດ່ານ, ດ່ານແຫ່ງຊາດ 17 ດ່ານ ແລະ ດ່ານປະເພນີຈຳນວນ 23 ດ່ານ ແລະ ເຖິງວ່າ ຈະມີສະພາບຫຍໍ້ທໍ້ບາງປະການເກີດຂຶ້ນຕາມບໍລິເວນຊາຍແດນ, ແຕ່ເນື່ອງຈາກ ສອງປະເທດລາວ-ຫວຽດນາມ ມີມູນເຊື້ອສາຍ ພົວພັນແບບພິເສດ ຖານສະຫາຍອ້າຍນ້ອງທັງສູນກາງ ແລະ ທ້ອງຖິ່ນ, ມີການ ຊ່ວຍເຫລືອຊຶ່ງກັນ ແລະ ກັນຕະຫລອດມາ, ສອງອົງການຊາຍແດນໄດ້ມີການປະສານ ສົມທົບ ແລະ ຮ່ວມມືກັນຢ່າງແໜ້ນ ແຟ້ນ, ທັງມີການແລກປ່ຽນຂໍ້ມູນຂ່າວສານທີ່ຈຳເປັນ ແລະ ຮ່ວມກັນແກ້ໄຂປາກົດການຫຍໍ້ທໍ້ຕ່າງໆໄດ້ ດີສົມຄວນ. ຜົນສຳ ເລັດຂອງການປັກຫລັກໝາຍຊາຍແດນລາວ-ຫວຽດນາມ ຄັ້ງນີ້ ນອກຈາກເປັນເຫດການປະຫວັດສາດ, ຍັງເປັນເຫດການ ແບບຢ່າງທີ່ດີໃຫ້ແກ່ບັນດາປະເທດເພື່ອນມິດທີ່ມີຊາຍແດນຕິດຈອດ ກັນກັບ ສປປ.ລາວ ກໍຄືໃນອະນຸ ພາກພື້ນອີກດ້ວຍ.
      ໂຄງການດັ່ງກ່າວໄດ້ເລີ່ມມາ ແຕ່ປີ 2008 ໂດຍຫລັກໝາຍທຳ ອິດ (ເລກທີ 605) ໄດ້ປັກຢູ່ເທິງ ເສັ້ນຊາຍແດນລາວ-ຫວຽດນາມ ບໍລິເວນ ດ່ານສາກົນແດນສະຫວັນ ແຂວງສະຫວັນນະເຂດ ສປປ ລາວ- ລາວບາວ ແຂວງກວາງຈິ ສສ.ຫວຽດ ນາມ ຊຶ່ງໄດ້ມີພິທີເປີດ ຄັ້ງປະຖົມມະເລີກຢ່າງ ສະຫງ່າຜ່າເຜີຍດ້ວຍບັນຍາກາດເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳ ຄັນຍິ່ງໃນປະຫວັດສາດ ຂອງການພົວພັນຮ່ວມມືລະຫວ່າງສອງຊາດ ລາວ-ຫວຽດນາມ ແລະ ໃນວັນທີ 9 ກໍລະກົດ 2013 ນີ້, ນາຍົກລັດຖະມົນຕີລາວ-ຫວຽດນາມ ກໍຈະໄດ້ເຂົ້າຮ່ວມພິທີສະຫລອງຜົນສຳເລັດ ການປັກຫລັກໝາຍຊາຍແດນຂອງສອງປະ ເທດຢູ່ດ່ານແທງຖຸຍ-ນ້ຳອອນ ຊຶ່ງເປັນໂອກາດ ທີ່ມີຄວາມໝາຍສຳຄັນຍິ່ງ ເປັນການປຸກລະດົມກຳລັງ ໃຈອັນໃຫຍ່ຫລວງໃຫ້ ທົ່ວພັກ, ທົ່ວກອງທັບ ແລະ ປວງຊົນທັງສອງປະເທດໄດ້ເພີ່ມທະວີສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລາວ- ຫວຽດນາມ ທີ່ປະທານໄກສອນ ພົມວິຫານ ແລະ ປະທານ ໂຮ່ຈິມິງ ໄດ້ເພີ່ມພູນຄູນສ້າງໄວ້ໃຫ້ ນັບມື້ຂະຫຍາຍ ຕົວຈະເລີນງອກງາມ  ແລະ ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ.  
        ພາຍຫລັງສຳເລັດການສະ ຫລອງຫລັກໝາຍແລ້ວ, ສອງຝ່າຍຍັງຈະໄດ້ເລັ່ງລັດສ້າງບັນດາເອກະສານທາງກົດໝາຍ, ແຜນທີ່ເສັ້ນຊາຍແດນ ມາດຕາສ່ວນ 1/50.000 ສະບັບໃໝ່, ສ້າງສົນທິສັນຍາເພີ່ມກ່ຽວກັບການກຳນົດເສັ້ນຊາຍແດນສອງປະເທດລາວ-ຫວຽດນາມໃຫ້ສຳເລັດໃນທ້າຍປີ 2014.  

No comments:

Post a Comment