Ad

Ad

5 August 2013

ທູດຍີ່ປຸ່ນຈັດງານລ້ຽງສົ່ງພະນັກງານລາວ 25 ຄົນ ກຽມເດີນທາງໄປສຶກສາຕໍ່ຢູ່ຍີ່ປຸ່ນ



             ໃນ​ຕອນ​ຄ່ຳ​ວັນ​ທີ 2 ສິງ ຫານີ້ ຢູ່ເຮືອນ​ພັກ​ທູດ​ຍີ່ປຸ່ນປະຈຳ​ລາວ, ທ່ານນາງ ຈຸນ​ໂກະ ​ໂຢ​ໂກ​ຕະ ​ເອກ​ອັກຄະຣາຊະ​ທູດ ວິສາ ມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງປະ​ເທດ​ຍີ່ປຸ່ນ ປະຈຳລາວ ​ໄດ້​ຈັດ​ງານ​ລ້ຽງສົ່ງ​ພະນັກ ງານລາ​ວ ຈຳນວນ 25 ຄົນ ​ເພື່ອ​ໄປ​ສຶກສາ​ຕໍ່ລະດັບ​ປະລິນຍາ​ໂທ ຢູ່ມະຫາ ວິທະຍາ​ໄລ​ຍີ່ປຸ່ນລະບົບ 1-2 ປີ. ໂດຍການ​ເຂົ້າ​ຮ່ວມ​ຂອງ ທ່ານ ດຣ. ປອນ​ເມກ ດາລາ​ລອຍ, ປະ ທານ​ສະມາຄົມ​ມິດຕະພາບ ລາວ- ຍີ່​ປຸນ, ມີທ່ານນາງ ​ແສງ​ເດືອນ ຫລ້າ​ຈັນທະ​ບູນ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສຶກສາ​ທິການ ແລະ ກິລາ, ທັງ​ເປັນຮອງ​ປະ ທານ​ສະມາຄົມມິດຕະພາບລາວ- ຍີ່ປຸ່ນ ​ແລະ ພາກສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
           ທ່ານນາງ ຈຸນ​ໂກະ ​ໂຢ​ໂກ​ຕະ ​ກ່າວ​ວ່າ: ພະນັກງານຈຳ ນວນ​ດັ່ງກ່າວ​ແມ່ນ​ໄດ້​ຮັບ​ທຶນ​ການ​ສຶກສາ​ຂອງ​ໂຄງການການ​ສຶກສາ​ເພື່ອ​ພັດທະນາ​ຊັບພະຍາ ກອນ​ມະນຸດ ​ແລະ ທຶນ​ໂຄງການ ຜູ້ນຳ​ໄວ​ໜຸ່ມ ເຊິ່ງ​ທັງ​ສອງ​ໂຄງ ການ​ແມ່ນ​ໄດ້​ສະໜັບສະ​ໜູນ​
ໃຫ້​ພະນັກງານມີ​ຄວາມ​ຮູ້​ຄວາ​ມ ສາມາດ​ສູງ ​ໂດຍ​ຈະ​ໄດ້​ຮຽນ​ໃນ​ວິຊາ​ທີ່​ພົວພັນ​ເຖິງ​ການ​ພັດທະ ນາ, ​ໃນ​ນັ້ນ ປະກອບ​ມີ ການ​ເງິນ, ການ​ບໍລິຫານ ​ແລະ ການ​ປົກ ຄອງ, ການ​ປົກຄອງ​ທ້ອງ​ຖິ່ນ, ວິ ສະວະກຳ​ສາດ, ກະ​ເສດ​ສາດ, ກົດໝາຍ, ສົ່ງ​ເສີມ​ການ​ລົງທຶນ, ບໍລິຫານ​ທຸລະ​ກິດ, ບໍລິການ​ສຸ ຂະພາບ ​ແລະ ພັດທະນາ​ການ​ສຶກສາ. ພ້ອມ​ນີ້ ທ່ານ​ທູດ ຈຸນ​ໂກະ ​ໂຢ​ໂກ​ຕະ ຍັງ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ : ບັນດາ​ນັກ​ສຶກສາ​ທີ່​ຮຽນ​ຈົມ​ມາ​ຈາກ​ຍີ່ປຸ່ນ ຈະ​ກາຍ​ເປັນ​ຂົວ​ຕໍ່​ທີ່​ສຳຄັນ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ການ​ເສີມ​ສ້າງສາ​ຍພົວພັນ​ມິດຕະພາບ​ອັນ​ດີງາມລະຫວ່າງສອງ​ຊາດລາວ- ຍີ່ປຸ່ນໄດ້​ເປັນ​ຢ່າງ​ດີ.
           ໂຄງການການ​ສຶກສາ​ເພື່ອ​ພັດທະນາ​ຊັບພະຍາກອນ​ມະ ນຸດ ​ແລະ ​ໂຄງການຜູ້ນຳ​ໄວ​ໜຸ່ມ ໄດ້​ໃຫ້​ທຶນ​ການ​ສຶກສາ​ແກ່ ສປປ. ລາວ ນັບແຕ່​ປີ 2000 ​ເປັນຕົ້ນ​ມາ. ​ປັດຈຸ​ບັນ ມີ​ນັກ​ສຶກສາທີ່​ຮຽນ​ຈົບ​​​ໃນ​ສາຂາ​ຕ່າງໆ ໂດຍ​ຜ່ານສອງ​ໂຄງການ​ດັ່ງກ່າວ ປະມານ 350 ຄົນ.

No comments:

Post a Comment