ທ່ານ ພັນເອກ ພິເສດ ຂູຍ ຈຽນລີ
(CUI Jianly) ທີ່ປຶກສາການທະຫານສະຖານທູດຈີນ
ປະຈຳສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ເປັນເຈົ້າພາບຈັດງານລ້ຽງຮັບຮອງ
ເພື່ອສະເຫລີມສະຫລອງວັນສ້າງ ຕັ້ງກອງ ທັບປະຊາຊົນຈີນຄົບຮອບ 86 ປີ
(01/08/1927-01/08/2013) ໃນຕອນຄ່ຳຂອງວັນທີ
31 ກໍລະກົດ 2013 ທີ່ໂຮງແຮມລາວພລາຊາ, ນະຄອນຫລວງວຽງຈັນ ໂດຍມີທ່ານ ພົນຕີ ຈັນສະໝອນ ຈັນຍາລາດ ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ,
ທ່ານ ກ່ວນ ຮົວບິງ ເອກອັກຄະລັດທະທູດວິສາມັນຜູ້ມີອຳນາດເຕັມແຫ່ງ
ສປ. ຈີນ ປະຈຳ ສປປ. ລາວ, ມີບັນດາທູດທະຫານຈາກປະເທດເພື່ອມິດ, ບັນດາແຂກທີ່ຖືກເຊີນ
ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພັນເອກ ພິເສດ ຂູຍ ຈຽນລີ ໄດ້ກ່າວວ່າ: ນັບແຕ່ກອງທັບປະຊາຊົນຈີນໄດ້ສ້າງຕັ້ງມາເປັນເວລາ
86 ປີ ພາຍໃຕ້ ການນຳພາຂອງພັກກອມມູນິດຈີນ, ກອງທັບຈີນໄດ້ຜ່ານຜ່າຄວາມຫຍຸ້ງຍາກລຳບາກ
ແລະ ຕໍ່ສູ້ຢ່າງອົງ ອາດກ້າ ຫານ ແລະ ໄດ້ໄຊຊະ ນະດ້ວຍຄວາມອົດທົນປະຕິ ວັດຢ່າງດີເລີດ
ແລະ ຍຸດທະ ວິທີຢ່າງມີພິບໄຫວຄ່ອງແຄ້ວ, ພາຍຫລັງທີ່ປະເທດຈີນໃໝ່ ໄດ້ຮັບ ການສະຖາປະນາເປັນ
ຕົ້ນມາ, ກອງທັບປະຊາຊົນຈີນ ໄດ້ສືບທອດມູນເຊື້ອອັນດີງາມ ເພື່ອປົກປັກຮັກສາ
ຄວາມເປັນເອກະລາດ,
ອະທິປະໄຕ, ກຽດສັກສີຂອງຊາດ, ໄດ້ຕັ້ງໜ້າສະ ໜັບສະໜູນ ແລະ ເຂົ້າຮ່ວມການສ້າງສາເສດຖະ
ກິດຂອງຊາດ, ໄດ້ກາຍເປັນ ກຳລັງສຳ ຄັນຂອງການປົກປັກຮັກສາສັນຕິພາບໂລກ, ເປັນກຳລັງປ້ອງກັນຢ່າງເຂັ້ມແຂງໃນການພັດທະ ນາໂດຍສັນຕິຂອງຈີນ,
ກອງທັບປະຊາຊົນຈີນ ໄດ້ປະຕິບັດນະໂຍ ບາຍປ້ອງກັນປະເທດທີ່ຖືການປ້ອງກັນເປັນຫລັກຢ່າງເດັດ ດ່ຽວ,
ເພີ່ມທະວີການຮ່ວມມືກັບບັນດາກອງທັບຂອງທົ່ວໂລກ, ປະຕິບັດຄວາມຮັບຜິດຊອບ ແລະ
ພັນທະສາກົນ, ໄດ້ປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ ແລະ ຄວາມມີສະຖຽນລະພາບຂອງພາກພື້ນ
ແລະ ສາກົນ.
ທ່ານຍັງກ່າວຕື່ມວ່າ: ປະເທດລາວ ແລະ
ປະເທດຈີນມີສາຍ ພູສາຍນ້ຳຕິດຈອດກັນ.
ມິດຕະພາບ ລະຫວ່າງປະ ຊາຊົນທັງສອງຊາດໄດ້ມີຂຶ້ນແຕ່ໃດໆມາ. ໃນປີຜ່ານມາພາຍໃຕ້ຄວາມເອົາໃຈໃສ່
ແລະ ການຊຸກຍູ້ຂອງຜູ້ນຳສອງພັກ, ສອງລັດ ແລະ ສອງກອງທັບ, ກອງທັບຈີນ ແລະ ລາວ
ໄດ້ດຳເນີນການຮ່ວມມືທີ່ກ້ວາງຂວາງ ແລະ ເລິກເຊິ່ງໃນບັນດາຂະແໜງການ ແລະ
ໄດ້ຮັບຜົນສຳເລັດອັນອຸດົມສົມບູນ, ກອງທັບປະຊາຊົນຈີນຍີນດີເພີ່ມທະວີການຮ່ວມມືກັບກອງທັບປະຊາຊົນລາວ
ເພື່ອລົງເລິກການໄປມາຫາສູ່ກັນໄມຕີຈິດມິດຕະພາບລະຫວ່າງສອງປະເທດໃນຂົງເຂດປ້ອງກັນຊາດ
ແລະ ການກໍ່ສ້າງກຳລັງກອງ ທັບ, ຊຸກຍູ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ຈີນ-ລາວ
ໃຫ້ກ້າວສູ່ລວງເລິກຢ່າງບໍ່ຢຸດຢັ້ງ.

No comments:
Post a Comment