ໃນວັນທີ 2 ສິງຫານີ້ ຢູ່ສຳ
ນັກງານທະໃຫຍ່ທະນາຄານລາວກໍ່ສ້າງ ຈຳກັດ ບ້ານ ໂພນສີນວນ ເມືອງ ສີສັດຕະນາກ ນະຄອນ ຫຼວງວຽງຈັນ ໄດ້ມີພິທີມອບໂຊກໃຫ້ລູກຄ້າໃນໂຄງການເປີດບັນຊີໂຊກ
ລົ່ນທັບກັບທະນາຄານລາວ ກໍ່ສ້າງ,ທີ່ໄດ້ຈັບ ສະຫຼາກໃນເດືອນກໍລະກົດທີ່ຜ່ານມາ, ສຳລັບລາງວັນທີນຳມາ
ມອບຄັ້ງນີ້ປະກອບມີ 9 ລາງວັນຄື: ລາງວັນທີ 1 ລົດ ໃຫຍ່ປາໂດ ແລນໂກເຊິຈຳນວນ 1 ລາງວັນ
ແລະ ຜູ້ໂຊກດີທີ່ໄດ້ຮັບ ແມ່ນ ທ່ານ ມາລາ ບຸນມະນີວອນ, ບ້ານຈອມມະນີ, ເມືອງໄຊເສດ ຖານະຄອນຫຼວງວຽງ
ຈັນ, ລາງວັນ ທີ 2 ລົດໃຫຍ່ ຮຸນໄດ ໂຊນາຕ່າຈຳ ນວນ 1 ລາງວັນ ແລະ ຜູ້ໂຊກດີທີ່
ໄດ້ຮັບແມ່ນ ບໍລິສັດ LAO-ASIA ແລະ ລາງວັນທີ 3 ສາຍຄໍຄຳໜັກ 3 ບາດຈຳນວນ 5 ລາງວັນ, ລາງວັນທີ 4 ລົດຈັກ ຟີໂນ່ 3 ລາງວັນ, ລາງທີ 5 pagekage ທ່ອງທ່ຽວ 6 ວັນ 5 ຄືນ
ປັກກິ່ງ,ຈຳນວນ 10 ລາງວັນ, ລາງ ວັນທີ6 NEW ipad ຈຳນວນ 3 ລາງວັນ ,ລາງວັນທີ 7 iphone
4s ຈຳນວນ 3 ລາງວັນ, ລາງວັນທີ 8 ບັນຊີ ເງິນຝ່າກ ປະ ຈຳມູນຄ່າ 5 ລ້ານກີບ,ຈຳ ນວນ 9
ລາງວັນ ແລະ ລາງວັນທີ 9 ບັນຊີ ເງິນຝາກປະຈຳ 3 ລ້ານກີບຈຳນວນ 10 ລາງວັນ, ໃຫ້ ກຽດມອບລາງວັນຄັ້ງນີ້ແມ່ນ
ທ່ານ ຫວັນ ຢ່າງ, ຜູ້ອຳນວຍການໃຫຍ່ ທະນາຄານລາວກໍ່ສ້າງ, ມີພະນັກງານ ແລະ
ລູກຄ້າເຂົ້າ ຮ່ວມເປັນຈຳນວນຫຼາຍ.
ສຳລັບໂຄງການມອບໂຊກ
ດັ່ງກ່າວເລີ່ມມາແຕ່ເດືອນ ກໍລະ ກົດ ປີ 2012 ຈົນເຖິງ ເດືອນກໍລະ ກົດ ປີ 2013 ນີ້ ແລະ
ຖີວ່າເປັນ ພາກທີ 1 ຂອງໂຄງການດັ່ງກ່າວ ໃນການ ຄືນກຳໄລໃຫ້ລູກຄ້າ,ສຳ ລັບ ພາກທີ 2
ແມ່ນຈະເລີ່ມແຕ່ ເດືອນ ກໍລະກົດ 2013 ຈົນເຖິງ ປີ 2014,ສຳ ລັບ ກະຕິກາການຊິງ ລາງວັນ ແມ່ນ:
ພຽງແຕ່ທ່ານເປີດ ບັນຊີຝາກປະຈຳ 12 ເດືອນຂື້ນ ໄປ,ເລີ່ມຕົ້ນເງິນ ຝາກ 1 ລ້ານກີບ, 5
ພັນບາດ ຫຼີ 100 ໂດລາ, ມີສິດຮັບຄູປອງຊີງໂຊກ 1 ໃບ,ພ້ອມຮັບ ດອກເບ້ຍລາຍເດືອນ ແລະ ດອກ
ເບ້ຍຄົບກຳ ນົດ, ຖ້າຫາກຝາກ 2 ປີ, ທ່ານຈະໄດ້ຮັບຄູປ່ອງຊີງໂຊກ 2 ເທົ່າ, ຝາກ 3 ປີ
ກະຈະໄດ້ຄູນ ປ່ອງຊີງໂຊກ 3 ເທົ່າແລະ ເພີ່ມຂື້ນເລື່ອຍຕາມປີຝາກຂອງລູກຄ້າ,
ສຳລັບພະນັກງານ,ຜົວ,ເມຍ ແລະ ລູກແມ່ນບໍ່ມີສິດຊີງ ໂຊກໃນພາກທີສອງນີ້.

No comments:
Post a Comment