ໃນຂະນະທີ່ໂລກນັບມື້
ນັບມີການພັດທະນານັ້ນ,ສື່ມວນຊົນລາວມີພາ ລະບົດບາດອັນໃຫຍ່ຫຼວງເຂົ້າໃນການສະໜອງ
ຂໍ້ມູນຂ່າວສານ ແລະ ສາລະຄວາມຮູ້ຕ່າງໆກ່ຽວສະພາບການພັດທະນາເສດ ຖະກິດ - ສັງ
ຄົມ ທັງພາຍໃນ ແລະ ຕ່າງປະເທດ
ໃຫ້ປະຊາຊົນລາວບັນດາເຜົ່າໄດ້ຮັບຮູ້ໄດ້ຢ່າງທັນຍຸກ,
ທັນເຫດການ.ພ້ອມກັນນັ້ນ,ສື່ມວນຊົນລາວຍັງເປັນເວທີໃນການໂຄສະນາເຜີຍແຜ່ແນວ
ທາງນະໂຍບາຍຂອງພັກ,ສົ່ງເສີມປະຊທິປະໄຕ ແລະ ເສີມຂະ
ຫຍາຍຄວາມສາມັກຄີພາຍໃນຊາດ,ພາຍໃນປະຊາຊົນລາວບັນດາເຜົ່າແຕ່ຍັງມີບາງບັນຫາທີ່ຈະຕ້ອງໄດ້ຮັບການປັບປຸງ,
ແກ້ໄຂ ແລະ ພັດ ທະນາຕົນເອງໄປສູ່ບາດກ້າວໃໝ່
ທັງຍັງມີຄວາມຈຳເປັນຕ້ອງໄດ້ຫັນຮູບແບບການບໍລິການໄປສູ່ລະບົບດີຈີຕອລ
ໃນຍຸກໂລກາພິ ວັດ.
ທ່ານ ປີ່ນປາຖະໜາ ພັນທະ ມາລີ
ຫົວໜ້າກົມສື່ມວນຊົນ ກະ ຊວງຖະແຫຼ່ງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ
ໃຫ້ສຳພາດຕໍ່ໜັງສືພິມລາວພັດທະນາວ່າ: ນັບແຕ່ໜັງສືພິມ“ລາວອິດສະລະ”
(ໜັງສືພິມສະບັບທຳອິດຂອງລາວ)ໄດ້ຮັບການ
ສ້າງຕັ້ງຂຶ້ນໃນວັນທີ 13 ສິງຫາ 1950
ເປັນຕົ້ນມາ ສື່ມວນຊົນລາວໄດ້ມີບາດ ກ້າວເຕີບໃຫຍ່ຂະຫຍາຍຕົວຢ່າງໄວວ່າ
ທັງໃນດ້ານຄຸນນະພາບ ແລະ ປະລິມານສະແດງອອກ ສຳນັກພິມ, ສະຖານີວິທະຍຸ ແລະ
ເຄື່ອ ຄາຍໂທລະພາບໄດ້ນັບມື້ເພີ່ມຂຶ້ນ ເຊິ່ງສາມາດສະໜອງ ແລະ
ກະຈ່າຍຂໍ້ມູນຂ່າວສານໄປໃນທົ່ວພື້ນ ທີ່ຂອງປະເທດ. ການເຕີບໃຫຍ່
ຂະຫຍາຍຕົວຂອງສື່ມວນຊົນຂະແໜງການຕ່າງໆທີ່ກ່າວມາຂ້າງເທິງນັ້ນ
ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ,
ລະບຽບກົດໝາຍຂອງລັດ,ເສີມຂະຫຍາຍລະບອບໃໝ ປະຊາ ທິປະໄຕ
ປະຊາຊົນ,ຕໍ່ສູ້ຕ້ານທຸກຖ້ອຍທຳນອງບິດເບື່ອນຂອງອິດທິກຳລັງປໍລະປັກ,ປຸກລະດົມ
ຂົນ ຂວາຍນ້ຳໃຈຄວາມສາມັກຄີ ແລະນ້ຳໃຈຮັກຊາດພາຍໃນຊາດ,
ພາຍໃນປະຊາຊົນລາວບັນດາເຜົ່າ ໃຫ້ມີຄວາມໜັກແໜ້ນ,ເຂັ້ມແຂງ,ເດັດດຽວປົກປັກຮັກສາ
ແລະ ສ້າງສາພັດທະນາປະເທດຊາດກ້າວໄປສູ່ເສັ້ນທາງວັດທະນາຖາ ວອນຢ່າງແທ້ຈິງ.
ສື່ມວນຊົນລາວ ຍັງເປັນຜູ້
ຜັ່ນຂະຫຍາຍ ແລະ ເຜີຍແຜ່ແນວ
ທາງນະໂຍບາຍຂອງພັກ,ເນື້ອໃນມະຕິກອງປະຊຸມໃຫຍ່ຕ່າງໆຂອງລັດ,ຂະນະດຽວກັນກໍຍັງເປັນຜູ້
ສະໜອງຂໍ້ມູນຂ່າວສານ ແລະສາ
ລະໜ້າຮູ້ຕ່າງໆໃຫ້ປະຊາຊນລາວບັນດາເຜົ່າໃນທົ່ວປະເທດໄດ້ຮັບຮູ້ ແລະ
ເຂົ້າໃຈໂລກພາຍນອກຫຼາຍຂຶ້ນ. ເປັນຕົວແທນໃນການໂຄສະ
ນາເຜີຍແຜ່ຜົນສຳເລັດຂອງການ ຈັດຕັ້ງປະຕິບັດວຽກງານຕ່າງໆ
ໃນແຕ່ລະໄລຍະໂດຍຜ່ານໜັງ ສືພິມ,ວາລະສານ,ວິທະຍຸ,ໂທລະ ພາບ ແລະ ເຄື່ອຄ່າຍອິນເຕີເນັດ
ຕາມ 4 ລັກສະ ນະຄື:ລັກສະນະຄວາມຈິງ,ລັກສະນະສຶກສາອົບ ຮົມ,ລັກສະນະນຳພາ -
ແນະນຳສັງຄົມ ແລະ ລັ ສະນະຕໍ່ສູ້.ເພື່ອສົ່ງເສີມສັນຕິພາບ,ສະຖຽນລະພາບ ແລະ
ຄວາມສະຫງົບສຸກມາໃຫ້ປະຊາຊົນລາວ
ເຊິ່ງຍາມໃດສື່ມວນຊົນລາວກໍຄຽງບ່າຄຽງໄຫຼ
ນຳພາປະເທດຊາດກ້າວໄປສູ່ຄວາມກ້າວໜ້າເທື່ອລະກ້າວ ທັງ ໄດ້ປະ ກອບສ່ວນອັນໃຫຍ່ຫຼວງເຂົ້າໃນການສົ່ງເສີມ
ແລະ ນຳພາປະຊາຊົນລາວບັນດາເຜົ່າທຳການຜະລິດ ເພື່ອປັບປຸງຄຸນນະ ພາບ ແລະ
ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນເລື້ອຍໆພ້ອມນັ້ນຍັງປະ
ກອບສ່ວນເຂົ້າໃນການສົ່ງເສີມຄວາມເຂົ້າອົກເຂົ້າໃຈລະຫວ່າງບັນດາປະເທດເພື່ອມິດ
ແລະ ອົງການຈັດຕັ້ງສາກົນ.
ເຖິງວ່າສື່ມວນຊົນລາວໄດ້ມີບາດກ້າວທີ່ເຕີບໃຫຍ່ຂະຫຍາຍຕົວກໍຕາມ
ແຕ່ຍັງມີຂໍ້ຄົງ ຄ້າງຫຼາຍບັນຫາທີ່ຕ້ອງໄດ້ປັບປຸງ ແລະ ແກ້ໄຂ
ເຊິ່ງໃນນັ້ນຈະໄດ້ປັບປຸງເນື້ອໃນ, ຮູບແບບ, ວິທີການ ແລະ
ກົນໄກການສະໜອງຂໍ້ມູນຂ່າວສານໃຫ້ແທດເໝາະ ແລະ ທັນກັບສະພາບການພັດທະ
ນາໂລກ.ຍົກລະດັບຄວາມຮູ້, ຄວາມສາມາດ ແລະ
ທັກສະການນຳໃຊ້ເຄື່ອງມືຕ່າງໆຂອງພະນັກ ງານໃຫ້ດີຂຶ້ນກວ່າເກົ່າ.
ຍົກສູງຄວາມສາມາດ ແລະ ເພີ່ມທະວີໃນການກຸ້ມຕົນເອງ,ເພິ່ງຕົນເອງ ແລະ
ສ້າງຄວາມເຂັ້ມແຂງດ້ວຍຕົນເອງພາຍໃນອົງກອນ
ໄປຄຽງຄູ່ກັບການຍົກລະດັບຄວາມຮູ້, ຄວາມສາມາດດ້ານວິຊາສະເພາະ ແລະ
ລະດັບວັດທະ ນະທຳຂອງພະນັກງານ ໃນຂະນະທີ່ສະ
ພາບການພັດທະນາເຕັກນິກໃນດ້ານຕ່າງໆຂອງໂລກນັບມື້ມີການພັດທະນາຢ່າງບໍ່ຢຸດຢັ້ງ.
ກ່ຽວກັບວຽກງານການພັດທະນາສື່ໄປສູ່ລະບົບດີຈີຕອລ ນັ້ນ
ສື່ມວນຊົນລາວມີຄວາມຈຳເປັນທີ່
ຈະຕ້ອງໄດ້ພັດທະນາຮູບແບບການສະໜອງຂໍ້ມູນຂ່າວ
ສານຕ່າງໆຜ່ານທາງລະບົບອອນໄລ ແລະ ເຄື່ອ ຄາຍອິນເຕີເນັດເທື່ອລະກ້າວ
ໃນຂະນະທີ່ຜູ້ໃຊ້ບໍລິ
ການກຳລັງຫັນໄປບໍລິໂພກຂໍ້ມູນຂ່າວສານທາງໂລກອອນໄລ. ນອກນັ້ນ ຄວາມຮູ້,
ຄວາມເຂົ້າໃຈຂອງປະຊາຊົນລາວບັນດາເຜົ່າກ່ຽວກັບລະບົບຄອມພິວເຕີກໍນັບມືນັບເພີ່ມຂຶ້ນຢ່າງຈະແຈ້ງ.

No comments:
Post a Comment