ສປປ ລາວ ໄດ້ຈັດພິທີສະເຫລີມສະຫລອງວັນທີ
1 ສິງຫາ ວັນມີຜົນບັງຄັບໃຊ້ສົນທິສັນຍາ
ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຂຶ້ນໃນວັນທີ 3 ສິງຫາ 2013 ຢູ່ທີ່ຫໍວັດທະນະທຳແຫ່ງຊາດໂດຍມີ
ທ່ານ ບຸນເຮືອງ ດວງ ພະຈັນ ລັດຖະ ມົນຕີປະຈຳຫ້ອງວ່າການລັດຖະບານ, ຫົວໜ້າຄະນະພັດ
ທະນາຊົນນະບົດ ແລະ ລຶບ ລ້າງຄວາມທຸກຍາກຂັ້ນສູນກາງ,
ປະທານຄະນະກຳມະການຄຸ້ມຄອງແຫ່ງຊາດ
ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ.ລາວ, ທ່ານ ມິນຟາມ
ຜູ້ຕາງ ໜ້າອົງການ ສປຊ ເພື່ອການພັດ ທະນາປະຈຳລາວ, ມີບັນດາລັດ ຖະມົນຕີວ່າການ,
ຊ່ວຍວ່າການ, ບັນດາຜູ້ຕາງໜ້າອົງການຈັດຕັ້ງ ສາກົນປະຈຳລາວ ແລະ ພະນັກ ງານ ແລະ
ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.
ທ່ານ ບຸນເຮືອງ ດວງພະຈັນ
ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ
ຂອງສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫ່ວານ ຫລື ສົນທິສັນຍາ
“ໂອດສະໂລ” ແມ່ນໝາກຜົນແຫ່ງຄວາມພະຍາຍາມຂອງວົງຄະນາຍາດສາກົນ
ທີ່ຈະປົດປ່ອຍ
ມວນມະນຸດອອກຈາກໄພຂົ່ມຂູ່ຂອງລະເບີດ
ທີ່ສ້າງຜົນກະທົບອັນຮ້າຍແຮງ ແລະ ຍືດເຍື້ອຍາວນານ
ໂດຍສະເພາະຕໍ່ປະຊາຊົນ ພົນລະເຮືອນຜູ້ບໍລິສຸດ ລວມທັງແມ່ຍິງ ແລະ ເດັກ ນ້ອຍ,
ຕະຫລອດຫລາຍສັດຕະວັດທີ່ຜ່ານມາ ລະເບີດລູກຫ່ວານໄດ້ທຳລາຍຊີວິດ ແລະ
ເປັນອຸປະສັກອັນໃຫຍ່ຫລວງ ໃນການສ້າງສາພັດທະນາຢູ່ຫລາຍໆປະເທດໃນໂລກ,
ສະເພາະຢູ່ ສປປ.ລາວ ເຖິງວ່າສົງຄາມໄດ້ຊິ້ນສຸດເກືອບ 40 ປີ
ແລ້ວກໍຕາມແຕ່ລະເບີດບໍ່ທັນແຕກ ທີ່ຕົກຄ້າງແຕ່ປາງສົມຄາມ ຍັງເຂັ່ນຂ້າ
ແລະ ຂັດຂວາງການທຳມາຫາກິນຂອງປະຊາຊົນລາວບັນ ດາເຜົ່າ ພ້ອມນັ້ນ
ກໍຍັງເປັນອຸປະ ສັກຕໍ່ການສ້າງສາພັດທະນາປະເທດຊາດ 37% ຂອງເນື້ອ
ທີ່ທົ່ວປະເທດ ຫລື 87.000 ກິໂລຕາແມັດ ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ,
ສະເພາະຜົນກະ ທົບຈາກລະເບີດລູກຫວ່ານອີງຕາມການຄິດໄລ່ຈາກຂໍ້ມູນການ
ຖີ້ມລະເບີດ ແມ່ນມີປະມານ 8.470 ກິໂລຕາແມັດ, ລັດຖະບານ ແຫ່ງ ສປປ.
ລາວໄດ້ຖືເອົາບັນຫາການແກ້ໄຂລະເບີດບໍ່ທັນແຕກ
ເປັນບັນຫາບູລິມະສິດອັນດັບໜຶ່ງ ຕິດພັນກັບການພັດທະນາຊົນ ນະບົດ ແລະ
ແກ້ໄຂຄວາມ ທຸກຍາກນອກ ນັ້ນ ຍັງໄດ້ຮ່ວມກັບອົງການ ສປຊ ເພື່ອການພັດທະນາຮັບ
ຮອງເອົາການຫລຸດຜ່ອນຜົນກະທົບຈາກລະເບີດບໍ່ທັນແຕກ
ເປັນເປົ້າໝາຍສະຫັດສະວັດເພື່ອການພັດທະ ນາ ອັນດັບທີ 9
ເປັນເປົ້າໝາຍເພີ່ມສຳ ລັບ ສປປ.ລາວ ແລະ ປີກາຍນີ້ ສປປ. ລາວ
ໄດ້ຮັບຮອງເອົາສັນຍາລັກ ຫລື ໂລໂກຂອງເປົ້າໝາຍທີ 9
ຢ່າງເປັນທາງການແລ້ວ, ກອງປະຊຸມຄັ້ງທຳອິດຂອງລັດພາຄີສົນທິສັນ ຍາໂອດສະໂລ
ທີ່ ສປປ.ລາວ ເປັນເຈົ້າພາບນັ້ນ ໄດ້ຮັບຮອງເອົາຖະແຫລງການວຽງຈັນ ແລະ
ແຜນປະຕິ ບັດງານວຽງຈັນ ທີ່ໄດ້ກຳນົດທິດທາງອັນລະ ອຽດ
ເພື່ອຈັດຕັ້ງປະຕິບັດສົນທິ ສັນຍາດັ່ງກ່າວໃຫ້ປະກົດຜົນເປັນຈິງ. ສຳລັບ ສປປ.ລາວ
ກໍມີຄວາມຄືບໜ້າຫລາຍດ້ານ ໃນການຈັດຕັ້ງປະຕິບັດແຜນປະຕິບັດງານວຽງຈັນ
ໂດຍສະເພາະໃນ 6 ເດືອນຕົ້ນປີ 2013 ແມ່ນສາ ມາດກວດກູ້ເນີ້ທີ່ທັງໝົດ
1.880 ເຮັກຕາ, ທຳ ລາຍລະເບີດໄດ້ 37.127
ໜ່ວຍ, ໃນນັ້ນ ມີລະເບີດລູກຫວ່ານ 20.809 ໜ່ວຍ, ໂບມໃຫຍ່ 136 ໜ່ວຍ, ມິນ 22 ໜ່ວຍ
ແລະ ລະເບີດຊະນິດອື່ນໆໄດ້ 16.160 ໜ່ວຍ. ສັງລວມແລ້ວ ການເກັບກູ້ນັບແຕ່ປີ
1996 ເປັນຕົ້ນມາສາ ມາດກວດເນື້ອທີ່ໄດ້ທັງໝົດ 39.821 ເຮັກຕາ ແລະ
ທຳລາຍລະເບີດຊະນິດຕ່າງໆໄດ້ທັງໝົດ 1.345.431 ໜ່ວຍ, ພ້ອມນີ້
ຍັງໄດ້ເອົາໃຈໃສ່ວຽກງານສຶກສາອົບ ຮົມ
ກ່ຽວກັບການຫລຸດຜ່ອນຄວາມສ່ຽງຈາກລະເບີດບໍ່ທັນແຕກ ດ້ວຍຫລາຍຮູບການ ໂດຍມີຜູ້ເຂົ້າຮັບການສຶກສາທັງໝົດ
2.824. 148 ຄົນ, ໃນນີ້ ຜູ້ໃຫຍ່ 1.412.226 ຄົນ ແລະ ເດັກນ້ອຍ 1.411.922 ຄົນ
ຊຶ່ງໄດ້ເຮັດໃຫ້ ຈຳ ນວນຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກຫລຸດລົງ
ຈາກ 300 ຄົນ, ເປັນ 56 ຄົນ ໃນປີ
2012 ແລະ 6 ເດືອນຕົ້ນປີ 2013 ມີ 16
ຄົນ ຖືໄດ້ວ່າຄາດໝາຍສະຫັດສະວັດໃນດ້ານນີ້ ແມ່ນປະຕິບັດໄດ້ລື່ນຄາດ ໝາຍ.
ໃນໂອກາດນີ້ ທ່ານ ບຸນເຮືອງ ດວງພະຈັນ
ກໍໄດ້ໃຫ້ກຽດຕັດແຖບຜ້າ ແລະ ຢ້ຽມຊົມງານວາງ
ສະແດງຈາກພາກສ່ວນອົງການປະຕິບັດງານ ແລະ
ບໍລິສັດເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ.ລາວ ເຊັ່ນ: ໜ່ວຍງານກູ້ລະເບີດ,ໂຄສະນາສຶກສາຄວາມສ່ຽງ
ຈາກລະເບີດບໍ່ທັນແຕກ, ການຊ່ວຍເຫລືອຜູ້ຖືກເຄາະຮ້າຍ ແລະ ອື່ນໆ.

No comments:
Post a Comment