Ad

Ad

5 August 2013

ຍ່າງເພື່ອສຸຂະພາບສະຫລອງການສ້າງຕັ້ງອາຊຽນຄົບຮອບ 46 ປີ



               ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 3 ສິງຫານີ້ຢູ່​​​ອະນຸອາ​ວະລີ​ປະຕູ​ໄຊ ນະຄອນ ຫລວງ​ວຽງ​ຈັນ, ກະຊວງ ການ​ຕ່າງປະ​ເທດ​ແຫ່ງ​ສາ ທາລະນະ​ລັດ ປະຊາທິປະ​ໄຕ​ ປະ ຊາຊົນ​ລາວ ​ໄດ້​ຈັດ​ພິທີ​ຍ່າງ​ເພື່ອ​ສຸຂະພາບສະ​ເຫລີ​ມສະຫລອງ​ວັນ ຄົບຮອບ 46 ປິ​ ການ​ສ້າງຕັ້ງອາ​ຊຽນ (8/8/1967-8/8/2013) ​ແລະ ວັນ​ຄົບຮອບ​ 16 ປີ​ ທີ່ ສປປ ລາວ ​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ (23/7/1997-23/7/2013) ​ໂດຍ​ມີທ່ານ ດຣ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ,ລັດຖະ ມົນຕີ​ວ່າການ​ກະຊວງ​ການ​ຕ່າງ ປະ​ເທດ,ມີ​ບັນດາ​ລັດຖະມົນຕີ​ວ່າ ການ,ບັນດາ​ທູຕານຸທູດ ​ແລະ ຜູ້ ຕາງໜ້າ​ອົງການ​ຈັດຕັ້ງສາກົນ​ປະ​ຈຳລາວ ​ພ້ອມ​ດ້ວຍ​ພະນັກ ງານ​ວິຊາ​ການ ​ແລະ ມວນຊົນ ຊາວ​ນະຄອນຫລວງວຽງ​ຈັນເຂົ້າ ຮ່ວມ​ຢ່າງຟົດຟື້ນ.
        ການ​ຍ່າງ​ເພື່ອ​ສຸຂະພາບ​ໃນ​ຄັ້ງນີ້​ ແມ່ນໜຶ່ງ​ໃນ​ບັນດາ​ກິດຈະ​ກຳ​ ເພື່ອ​ສະ​ເຫລີ​ມສະຫລອງສອງ ວັນ ສຳຄຳດັ່ງກ່າວ ຊຶ່ງ​ເປັນ​ຂີດ​ໝາຍ​ອັນ​ສຳຄັນ​ຂອງ​ວຽກ​ງານ​ການ​ຕ່າງປະ​ເທດ ຂອງ ສປປ ລາວ​ ​ໃນ​ຄວາມ​ພະຍາຍາມ​ເຊື່ອມ​ໂຍງ​ເສດຖະກິດ​ຂອງ​ຕົນ ​ເຂົ້າ​ກັບ​ເສດຖະກິດ​ພາກພື້ນ ​ແລະ ສາກົນ​ເທື່ອ​ລະ​ກ້າວ ​ໃນ​ທ່າມ​ກາງ​ບັນ ຍາກາດທີ່​ບັນດາ​ປະ​ເທດ​ອາ​ຊຽນ​ກຳລັງ​ສຸມ​ໃສ່​ຈັດຕັ້ງປະຕິບັດ​ກິດ ຈະ​ກຳ​ຕ່າງໆ ຂອງ​ແຜນ​ງານ ສ້າງ​ປະຊາ​ຄົມ​ຂອງ​ຕົນ ​ເພື່ອ​ໃຫ້​ສຳ​ເລັດ​ໃນ​ທ້າຍ​ປີ 2015.

No comments:

Post a Comment