Ad

Ad

17 September 2013

ກອງປະຊຸມບັນດາລັດຖະມົນຕີທ່ອງທ່ຽວໃນຂອບການຮ່ວມມືລຸ່ມແມ່ນ້ຳເອລາວະດີ, ແມ່ນ້ຳເຈົ້າພະຍາ, ແມ່ນ້ຳຂອງຄັ້ງທີ 1 ຢູ່ນະຄອນໂຮ່ຈີມິນ



          ລະຫວ່າງວັນທີ 10-12 ກັນຍານີ້, ທ່ານ ສຈ. ດຣ ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວພ້ອມ ດ້ວຍຄະນະໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມບັນດາລັດຖະມົນຕີທ່ອງ ທ່ຽວໃນ ຂອບການຮ່ວມມືລຸ່ມແມ່ນ້ຳເອລາວະດີ, ແມ່ນ້ຳເຈົ້າພະຍາ, ແມ່ນ້ຳຂອງຄັ້ງ ທີ 1 (The 1st Meeting of ACMECS Tourism Minister) ທີ່ນະຄອນໂຮ່ ຈີມິນ ຊຶ່ງລວມມີບັນດາທ່ານລັດຖະມົນຕີທີ່ຮັບຜິດຊອບວຽກງານທ່ອງທ່ຽວຈຳນວນ 5 ປະເທດ ເຂົ້າຮ່ວມ ຄື:ລາຊະອານາຈັກກຳປູເຈຍ, ສປປ ລາວ,  ສະຫະພາບມຽນມາ, ລາຊະອານາຈັກໄທ ແລະ ສສ ຫວຽດ ນາມ. ກອງ ປະຊຸມລັດຖະມົນຕີທ່ອງທ່ຽວ 5 ປະເທດ ໄດ້ສະຫຼຸບລວມວ່າໃນປີ 2012 ຜ່ານມາທັງ 5 ປະເທດ ໄດ້ຕ້ອນຮັບ ນັກທ່ອງທ່ຽວ ເຖິງ37ລ້ານຄົນ(ເພີ່ມ ຂຶ້ນ 18% ທຽບໃສ່ ປີ 2011).                

        ກອງປະຊຸມຍັງໄດ້ທົບທວນຄືນວຽກງານການຮ່ວມມືດ້ານທ່ອງທ່ຽວໃນຂອບການຮ່ວມມືລຸ່ມແມ່ນ້ຳເອລາວະດີ, ແມ່ນ້ຳ ເຈົ້າພະຍາ, ແມ່ນ້ຳຂອງຕາມທິດທາງທີ່ໄດ້ກຳນົດໄວ້ໃນ “ຖະແຫຼງການວຽງຈັນ” ຂອງກອງປະຊຸມສຸດຍອດ ACMECS ຄັ້ງທີ 5 ແລະ ແຜນການດຳເນີນງານ 2013- 2015 ເຊັ່ນ: ວຽກງານຮ່ວມມືສົ່ງເສີມການທ່ອງທ່ຽວ ແລະ ການຕະຫຼາດ, ຊຶ່ງບັນດາ 5 ປະເທດດັ່ງກ່າວນີ້ ກໍໄດ້ມີຄວາມຕັ້ງໜ້າເຂົ້າຮ່ວມກິດຈະກຳໃນຂອບວຽກການສະແດງທ່ອງທ່ຽວສາກົນນະຄອນໂຮ່ຈີມິນ (ITE HCMC) ແລະ ຕະຫຼາດການທ່ອງທ່ຽວໄທ (TTM +) ຊຶ່ງມີເປົ້າໝາຍຂອງການສົ່ງເສີມຫົວຂໍ້ “ 5 ປະເທດ- ຈຸດໝາຍ ປາຍທາງໜຶ່ງດຽວ”  ສ້າງເງື່ອນໄຂສະດວກໃຫ້ແກ່ການເດີນທາງ ທ່ອງທ່ຽວ, ໄທ ແລະ ກຳປູເຈຍກໍໄດ້ເລີ້ມນຳໃຊ້ລະບົບວີຊາ ໜຶ່ງດຽວ. ໃນປີ 2013 ຊຶ່ງກໍມີຂໍ້ສະດວກໃຫ້ແກ່ບັນດາປະເທດລຸ່ມແມ່ນ້ຳດັ່ງກ່າວນີ້ ເຊັ່ນ:ການເດີນທາງຕາມໜ້າດິນ, ທາງ ອາກາດກໍລ້ວນແລ້ວແຕ່ມີຂໍ້ສະດວກ. ການພັດທະນາບຸກຂະລາກອນຊັບພະຍາກອນມະນຸດ ແລະ ຮັບປະກັນຄວາມປອດໄພ ແກ່ນັກທ່ອງທ່ຽວເຊັ່ນ: ຈັດຕັ້ງຊຸດບຳລຸງສຳມະນາແລກປ່ຽນບົດຮຽນປະສົບການທາງດ້ານມາດຕະຖານໂຮງແຮມຕ່າງໆ ແລະ ການບໍລິການລວມທັງການສ້າງຕຳຫຼວດທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວ ແລະ ຮັບປະກັນຄວາມປອດໄພ. ຂະແໜງການ ຕິດຕໍ່ ແລະ ການຮ່ວມມືພາຍໃນ: ກົນໄກຮ່ວມມື 3 ຝ່າຍລະຫວ່າງຫວຽດນາມ-ລາວ-ກຳປູເຈຍ ກໍໄດ້ສ້າງຕັ້ງຂຶ້ນ ແລະ ວຽກ ງານອື່ນໆຫຼາຍໆຂະແໜງການທີ່ພົວພັນກັບວຽກງານບັນດາລຸ່ມແມ່ນ້ຳເຫຼົ່ານີ້ກໍໄດ້ຈັດຕັ້ງປະຕິບັດນຳກັນ.           
            ບັນດາລັດຖະມົນຕີຍັງໄດ້ອອກຖະແຫຼງການຮ່ວມເພື່ອຮັບປະກັນວຽກງານຮ່ວມມືກັນໃຫ້ໄດ້ຮັບຜົນດີ ແລະ ມີປະ ສິດທິຜົນພາຍໃຕ້ຫົວຂໍ້ “5 ປະເທດ-ຈຸດປະສົງເປົ້າໝາຍໜຶ່ງດຽວ” ໂດຍສົ່ງເສີມ ແລະ ຂະຫຍາຍໃຫ້ເພີ່ມຈຳນວນນັກທ່ອງ ທ່ຽວຫຼາຍໆຂຶ້ນແຕ່ລະປີຈົນເຖິງ 50 ລ້ານຄົນ ໃນ ປີ 2015 ແລະ ເນັ້ນໜັກໃຫ້ຈຳນວນນັກທ່ອງທ່ຽວລະຫວ່າງພາກພື້ນເພີ່ມ ຈຳນວນຫຼາຍຂຶ້ນກວ່າທີ່ຜ່ານມາ.                 
             ກອງປະຊຸມໄດ້ຕົກລົງເປັນເອກະພາບໃຫ້ສືບຕໍ່ຈັດຕັ້ງກອງປະຊຸມລັດຖະມົນຕີທ່ອງທ່ຽວບັນດາປະເທດ ACMECS ຢ່າງເປັນປົກກະຕິ 2 ປີ/ຄັ້ງຖັດ ຈາກກອງປະຊຸມສຸດຍອດ ACMECS ໂດຍແມ່ນລັດຖະມົນຕີທ່ອງທ່ຽວ ຂອງປະເທດເຈົ້າພາບທີ່ໄດ້ຈັດຕັ້ງກອງປະຊຸມສຸດຍອດດັ່ງກ່າວນັ້ນເປັນຜູ້ຮຽກປະຊຸມ.

No comments:

Post a Comment