Ad

Ad

17 September 2013

ກອງປະຊຸມລັດຖະບານປະຈຳສົກປີ 2012-2013



           ໃນວັນທີ 16 ກັນຍາ 2013 ກອງປະຊຸມລັດຖະບານປະຈຳສົກປີ 2012- 2013 ໄດ້ໄຂຂຶ້ນຢ່າງເປັນທາງການທີ່ຫ້ອງ ວ່າການລັດຖະບານ. ພາຍໃຕ້ການເປັນປະ ທານຂອງ ທ່ານ ນາຍົກລັດຖະມົນຕີທອງສິງ ທຳມະວົງ. ເຂົ້າ ຮ່ວມກອງປະຊຸມ ດັ່ງ ກ່າວມີບັນດາທ່ານຮອງນາຍົກລັດຖະມົນຕີ, ບັນດາສະມາຊິກລັດຖະບານ, ເຈົ້າຄອງ ນະຄອນຫຼວງ, ບັນດາເຈົ້າແຂວງ, ຫົວ ໜ້າ, ຮອງຫົວໜ້າອົງການຈັດຕັ້ງພັກ, ສູນ ກາງແນວລາວສ້າງຊາດບັນດາອົງການຈັດຕັ້ງມະຫາຊົນອ້ອມຂ້າງສູນກາງພັກ- ລັດ ຖະບານ, ສະພາແຫ່ງຊາດ, ອົງການຕຸລາ ການ. ກອງປະຊຸມຈະໄດ້ປຶກສາຫາລືບັນດາບັນຫາສຳຄັນດັ່ງນີ້:
        ຕີ​ລາຄາ​​ເບື້ອງຕົ້ນ​ໝົດ​ປີ​ ຜົນ ​ການຈັດ​ຕັ້ງ​ປະຕິ​ບັດແຜນພັດທະ ນາ​ເສດ​ຖະກິດ-ສັງຄົມ ສົກ​ປີ 2012- 2013 ແລະ ສະ​ເໜີ​ແຜນ​ວຽກ​ຄາ​ດໝາຍ​ໃຫຍ່ ຂອງແຜນ ພັດທະນາ​ເສດ​ຖະກິດ-ສັງຄົມ ສົກ​ປີ 2013-2014.       
 
       ແນະນຳ​ການຈັດຕັ້ງປະຕິບັດ ​ດຳລັດ​ຂອງ​ລັດຖະບານວ່າ​ດ້ວຍ ການຈັດຕັ້ງປະຕິບັດ ແຜນພັດທະນາ​ເສດ​ຖະກິດ-ສັງຄົມ ​ແລະແຜນ​ ງົບປະມານ​ແຫ່ງ​ລັດ ສົກ​ປີ 2013- 2014,ການ​ປັບປຸງ​ດຳລັດ288/ນຍ ກ່ຽວກັບ​ແຜນພັດທະນາ​ເສດ​ຖະກິດ-ສັງ ຄົມ 5 ປີ ຄັ້ງທີ VII, ຮັບຟັງບົດລາຍງານລາຍງານກ່ຽວ​ກັບ​ມາດ​ຕະການ​ການ​ເກັບ​ລາຍ​ຮັບງົບປະມານ​ສົກ​ປີ 2013-2014; ສະພາບການຈັດຕັ້ງປະຕິບັດລະບົບກົງຈັກການຈັດຕັ້ງ​ພາສີ, ສ່ວຍສາອາກອນ ແລະ ຄັງເງິນແຫ່ງຊາດຂຶ້ນກັບການຄຸ້ມຄອງຕາ​ມສາຍ​ຕັ້ງ ແລະ ຮ່າງຄຳສັ່ງຂອງນາຍົກລັດຖະມົນຕີວ່າດ້ວຍມາດຕະການປະຢັດ ແລະ ຕ້ານການຟູມເຟືອຍ.
       ບົດລາຍງານ​ລາຍ​ງານກ່ຽວ​ກັບ​ໂຄງການ​ຄ້ຳປະກັນ​ຄວາມ​ໝັ້ນຄົງ​ທາງ​ດ້ານ​ສະບຽງ​ອາຫານ ແລະ ການ​ຜະລິດ​ເຂົ້າ​ເປັນ​ສິນຄ້າ​ສົ່ງ​ອອກ.
       ບົດລາຍງານກ່ຽວ​ກັບ ​“ ຍຸດ ທະສາດການ​ພັດທະນາພື້ນຖານ​ໂຄງ​ລ່າງດ້ານ​ການຄົມມະນາ ຄົມ-ຂົນສົ່ງ​ ” ທາງບົກ, ທາງລົດ ໄຟ, ທາງອາກາດ ແລະ ທາງນ້ຳ ຂອງ​ ສປປ ລາວ.
          ບົດລາຍງານຜົນການສຳ ມະນາ ກ່ຽວ​ກັບ​ການ​ປັບປຸງ​ກົດ ໝາຍ ວ່າດ້ວຍລັດຖະບານ,​ ກົດ ໝາຍ ວ່າ​ດ້ວຍການ​ປົກຄອງ​ທ້ອງ​ຖິ່ນ ແລະ ຮ່າງ​ກົດໝາຍ​ ວ່າ​ດ້ວຍ​ນະຄອນ ແລະ ​ເທດສະບານ.
        ກອງປະຊຸມລັດຖະບານ ປະ ຈຳສົກປີ 2012-2013 ນີ້ແມ່ນຈະ ໄດ້ດຳເນີນເປັນເວລາ 5 ວັນເຕັມ ເຊິ່ງຈະໄດ້ປິດລົງໃນ ວັນທີ 20 ກັນຍານີ້.

No comments:

Post a Comment