Ad

Ad

18 September 2013

ທຸລະກິດທະນາຄານ ເອຊີລີດາ ລາວຂະຫຍາຍຕົວໄວ



     ບັນຍາກາດດ້ານຕະຫລາດ ເງິນຂອງລາວ ພ້ອມກັບຫລັກ ການເສລີພາບດ້ານການເງິນ ພວມເປັນທີ່ດຶງດູດຄວາມສົນໃຈ ໃຫ້ແກ່ບັນດາທະນາຄານສາກົນ ພາຍໃນ ແລະ ຕ່າງປະເທດທີ່ ຢາກເຂົ້າມາລົງທຶນ, ໃນທ້າຍປີ 2012 ການສ້າງຕັ້ງທະນາຄານ ເພີ່ມຂຶ້ນລວມ 31 ແຫ່ງໃນລາວ, ໃນນັ້ນມີ 4 ທະນາຄານດຳເນີນທຸ ລະກິດຂອງລັດ, 2 ແຫ່ງເປັນກາ ລົງທຶນຮ່ວມ, 9 ທະນາ ຄານທຸລະກິດເອກະຊົນ, 16 ສາຂາທະນາຄານຕ່າງປະເທດ ແລະ 57 ສະຖາບັນການເງິນຈຸລະພາກທີ່ດຳເນີນທຸລະກິດພາຍ ໃນປະເທດ, ມີການເຕີບໃຫຍ່ ແລະ ແຂ່ງຂັນຕັ້ງໜ້າທັງໃນຕົວເມືອງ ແລະ ຊົນນະບົດ.
    ທ່າມກາງການແຂ່ງຂັນລະຫວ່າງທະນາຄານທຸລະກິດ ແລະ ສະຖາບັນການເງິນຈຸລະພາກ. ທະນາຄານ ເອຊີລີດາລາວ ຈຳ ກັດເປັນທະນາຄານທີ່ປະສົບຜົນສຳເລັດສາມາດບໍລິຫານ, ຂະຫຍາຍເຄືອຂ່າຍສຳນັກງານໄດ້ທົ່ວເຂດພາກໃຕ້ຂອງລາວ ແລະ ບາງແຂວງພາກເໜືອພ້ອມສາມາດຍົກລະດັບຄວາມຮູ້ຄວາມສາມາດຂອງຜູ້ບໍລິຫານທ້ອງຖິ່ນ. ໄລ່ມາຮອດປັດຈຸບັນມີຍອດ ເງິນກູ້ເພີ່ມຂຶ້ນ 78% ທຽບໃສ່ປີ 2011 ແລະ ເປັນທະນາຄານດີເດັ່ນໃນການສະໜອງເງິນກູ້ໃຫ້ແກ່ລູກຄ້າລາຍຍ່ອຍ, ໃຫ້ແກ່ທຸ ລະກິດຂະໜາດກາງ ແລະ ຂະໜາດນ້ອຍຢ່າງເພິ່ງພໍໃຈ.

    ໃນປີ 2008, ທະນາຄານ ເອຊີລີດາ ໄດ້ເລີ່ມເປັນທີ່ຮັບຮູ້ຈາກສັງຄົມພາຍຫລັງມາດຳເນີນທຸລະກິດຢູ່ລາວ, ໃຊ້ເວລາບໍ່ ຮອດ 5 ປີ ທະນາຄານດັ່ງກ່າວກໍກາຍເປັນບ່ອນໄວ້ເນື້ອເຊື່ອໃຈຂອງປະຊາຊົນຫລາຍຂຶ້ນ ແລະ ມາຮອດປັດຈຸບັນທະນາຄານ ແຫ່ງນີ້ໄດ້ຂະຫຍາຍສາຂາໄປເກືອບທຸກແຂວງ ແລະ ກາຍເປັນທະນາຄານທີ່ມີບົດບາດສູງໃນຕະຫລາດການເງິນລາວໂດຍສະ ເພາະການປ່ອຍສິນເຊື່ອໃຫ້ປະຊາຊົນຢູ່ຫ່າງໄກສອກຫລີກພ້ອມທັງມີນະໂຍ ບາຍໃຫ້ຄຳປຶກສາແນະນຳຄວາມສ່ຽງ ແລະ ການ ບໍລິຫານການເງິນຢ່າງມີປະສິດທິຜົນ.
    ທ່ານ ນາຣິນ ພອນ ຜູ້ອຳນວຍການໃຫຍ່ທະນາຄານ ເອຊີລີດາ ລາວ ຈຳກັດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ກ່ອນການເປີດສາ ຂາຂອງທະນາຄານຕົນຢູ່ແຂວງ ອຸດົມໄຊວ່າ: ທະນາຄານ ເອຊີລີດາລາວ ເປັນທະນາຄານລົງທຶນຈາກກຳປູເຈຍເຂົ້າມາເປີດ ສຳ ນັກງານຢູ່ລາວໃນປີ 2008 ໂດຍປະຕິບັດຕາມລະບຽບຫລັກການ ແລະ ກົດໝາຍຂອງທະນາຄານແຫ່ງ ສປປ ລາວ ຢ່າງເຂັ້ມ ງວດ ແລະ ມາຮອດປັດຈຸບັນສາມາດເຮັດໃຫ້ບົດບາດຂອງທາງທະນາຄານພົ້ນເດັ່ນຂຶ້ນໃນ ສປປ ລາວ ໂດຍສະເພາະການບໍລິ ການລູກຄ້າ, ນະໂຍບາຍສິນເຊື່ອເງິນກູ້ໃຫ້ປະຊາຊົນທຸກຊົນຊັ້ນ ເຊິ່ງມາຮອດປັດຈຸບັນທະນາຄານສາມາດປ່ອຍສິນເຊື່ອໃຫ້ ແກ່ລູກຄ້າຫລາຍກວ່າ 16 ພັນຄອບຄົວລວມມີຊັບສິນຫລາຍກວ່າ 87 ລ້ານໂດລາ, ໄລ່ມາຮອດທ້າຍປີ 2012 ຜ່ານມາ, ທະ ນາຄານ ເອຊີລີດາ ລາວ ມີ 35 ຫ້ອງການ, 1 ສຳນັກງານໃຫຍ່, 7 ສາຂາ ແລະ 27 ໜ່ວຍບໍລິການ, ໃນນັ້ນ 25 ຫ້ອງການ ແມ່ນເຊື່ອມຕໍ່ດ້ວຍລະບົບອອນລາຍ, ມີຕູ້ ATM ຈຳ ນວນ 30 ກວ່າເຄື່ອງ ແລະ ຈະເພີ່ມເປັນ 45 ໜ່ວຍຢູ່ຕາມສາຂາ ຕ່າງໆ.
    ທ່ານ ນາຣິນ ພອນ ກ່າວວ່າ: ຈາກການພັດທະນາເສດຖະກິດຂອງ ສປປ ລາວ ໂດຍສະເພາະໃນເຂດຊົນນະບົດໄດ້ເປັນ ໂອກາດເຮັດໃຫ້ທະນາຄານ ເອຊີລີດາ ລາວ ໄດ້ຮັບຜົນສຳເລັດໃນແຜນທຸລະກິດຂອງຕົນ ຄືປີ 2012 ສາມາດປ່ອຍສິນເຊື່ອໃຫ້ ບັນດາທຸລະກິດຂະໜາດນ້ອຍ ແລະ ທຸລະກິດຍ່ອຍ. ນອກຈາກນີ້ ທະນາຄານໄດ້ມີການພັດທະນາໃໝ່ຫລາຍໆຮູບແບບບໍລິ ການເປັນຕົ້ນການໂອນເງິນລະຫວ່າງປະເທດ, ການບໍລິການຈ່າຍເງິນແກ່ພະນັກງານຜ່ານບັດ ATM ແລະ ອື່ນໆໄດ້ເປັນຢ່າງດີ.

No comments:

Post a Comment