Ad

Ad

18 September 2013

ຊົມເຊີຍສະພາບການສັນຈອນຢູ່ນະຄອນຫລວງໄລຍະນີ້ດີຫລາຍບັນຫາແອອັດຫລຸດຜ່ອນລົງ ( ຄໍລຳ ແລກປ່ຽນຄຳເຫັນ )



ໂດຍ : ທ່ຽງທຳ
    ກ່ອນອື່ນກໍຂໍສະແດງຄວາມ ຍ້ອງຍໍຊົມເຊີຍເຈົ້າໜ້າທີ່ຈະລາຈອນ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ທີ່ສາມາດຈັດສັນ ແລະ ຄວບຄຸມການສັນຈອນຕາມເສັ້ນທາງຕ່າງໆໃນນະຄອນຫລວງວຽງຈັນ ທີ່ຢູ່ໃນສະພາບແອອັດ ມາເປັນເວລານານສົມຄວນ ແລ້ວນັ້ນ ໂດຍສະເພາະໃນຊົ່ວໂມງເລັ່ງດ່ວນເຂົ້າການ-ເລີກການ, ແຕ່ມາ ຮອດປັດຈຸບັນນີ້ ໄດ້ປ່ຽນແປງດີຂຶ້ນສະພາບແອອັດ ຫລຸດຜ່ອນລົງເຊິ່ງທັງໝົດນີ້ຕົ້ນຕໍກໍແມ່ນຄວາມພະຍາຍາມຂອງເຈົ້າໜ້າທີ່ກ່ຽວຂ້ອງໃນການຈັດສັນບາງເສັ້ນທາງຈະລາຈອນ ຄືນໃໝ່, ເຖິງວ່າເບື້ອງຕົ້ນຍິ່ງເຮັດໃຫ້ການສັນຈອນແອອັດ, ແຕ່ສິ່ງນັ້ນໄດ້ຄ່ອຍໆປັບປຸງແກ້ໄຂດີຂຶ້ນ.
    ກໍດັ່ງພວກເຮົາພົບເຫັນ, ສະພາບການສັນຈອນໃນເສັ້ນທາງເສດຖາທິຣາດ, ພາຍຫລັງມີການປ່ຽນແປງການສັນຈອນຕາມ ເສັ້ນທາງແຄມຂອງມາເປັນເສັ້ນທາງລວງດຽວທີ່ສາມາດແລ່ນຂຶ້ນມາໄດ້ແຕ່ເບື້ອງທາດຂາວມາຫາປາກປ່າສັກເທົ່ານັ້ນ ແລະ ເຮັດ ໃຫ້ຈຳນວນລົດທີ່ລ່ອງລົງມາແຕ່ເສັ້ນທາງສຸພານຸວົງ ຈຳເປັນຕ້ອງໄດ້ນຳໃຊ້ເສັ້ນທາງເສດຖາທິຣາດ ເຮັດໃຫ້ສະພາບລົດເພີ່ມຂຶ້ນ ເປັນຈຳນວນຫລາຍແລ້ວເກີດຄວາມແອອັດ ແລະ ຕິດເປັນໄລຍະຍາວ ເຮັດໃຫ້ສະພາບການສັນຈອນເກີດຄວາມສັບສົນ, ແຕ່ ດ້ວຍຄວາມພະຍາຍາມສຸມໃສ່ຄວບຄຸມການສັນຈອນ, ພ້ອມເປີດເສັ້ນທາງຕັດໃໝ່ແຄມຂອງລົງໄປດອນຈັນອອກສູ່ຫລັກ 3 ແລ້ວຄ່ອຍໆເຮັດໃຫ້ການສັນຈອນຢູ່ເຂດນີ້ມີສະພາບປົກກະຕິດີຂຶ້ນ ແລະ ຫລາຍຈຸດອື່ນໆກໍມີເຈົ້າໜ້າທີ່ຄອຍບໍລິການໃນຊົ່ວ ໂມງເລັ່ງດ່ວນ ທັງເຊົ້າທັງແລງກໍໄດ້ຊ່ວຍໃຫ້ການສັນຈອນໃນຕົວເມືອງຫລວງດີຂຶ້ນເມື່ອທຽບໃສ່ ລຍະກ່ອນ, ເຖິງວ່າຈຳນວນ ລົດລາງພາຫະນະຍັງມີເພີ່ມຂຶ້ນຫລາຍ. ຈາກຜົນສຳເລັດນີ້ກໍຈະເປັນບົດຮຽນໃຫ້ແກ່ວຽກງານອື່ນໆ ຖ້າອັນໃດເຈົ້າໜ້າທີ່ກ່ຽວ ຂ້ອງຫາກມີຄວາມຂະຫຍັນ ແລະ ເອົາໃຈໃສ່ຢ່າງຈິງໃຈກໍຈະປະສົບຜົນສຳເລັດເຊັ່ນດຽວກັນ.

No comments:

Post a Comment