Ad

Ad

10 September 2013

ຈີນຈະຊ່ວຍເຫລືອລ້າໂຄງການ ATM ຂ້າມລະບົບແກ່ລາວ



     ທ່ານ ສອນໄຊ ສິດພະໄຊ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ໃຫ້ ກຽດຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງ ທະນາຄານພັດທະນາແຫ່ງຊາດຈີນ (CDB) ເຊິ່ງນຳໂດຍທ່ານ ຈົງ ສື ຈຸນ (Zhong shijun) ຮອງຜູ້ອຳນວຍການທະນາຄານ ພັດທະນາແຫ່ງຊາດຈີນ ສາຂາແຂວງຢຸນໜານ ສປ ຈີນ ໃນວັນທີ 6 ກັນຍາ ນີ້ ຢູ່ສຳ ນັກງານທະນາຄານແຫ່ງ ສປປ ລາວ ນະ ຄອນຫລວງວຽງຈັນ ແລະ ໃນໂອກາດ ການເຂົ້າພົບປະຂອງຄະນະຜູ້ແທນຂັ້ນ ສູງຂອງທະນາຄານພັດທະນາແຫ່ງຊາດຈີນໃນ ເທື່ອນີ້ ໄດ້ມີການລາຍ ງານບັນດາໜ້າວຽກທີ່ທັງສອງ ຝ່າຍຈະໄດ້ພ້ອມກັນຈັດຕັ້ງປະຕິ ບັດໃນໄລຍະຕໍ່ໜ້າກ່ຽວກັບໂຄງການ Laos ATM Pool Switch ເຊິ່ງເປັນໂຄງການຊ່ວຍເຫລືອລ້າ ຈາກລັດຖະບານ ສປ ຈີນ ໃຫ້ແກ່ລັດຖະບານລາວໂດຍຈະ ມີການລົງນາມເອກະສານຕ່າງໆທີ່ກ່ຽວຂ້ອງໃນແຕ່ລະໄລຍະເພື່ອໃຫ້ໂຄງການດັ່ງກ່າວໄດ້ຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳຂຶ້ນ
ໂດຍໄວ. ພ້ອມນັ້ນຝ່າຍທະນາຄານພັດທະນາແຫ່ງຊາດຈີນກໍຈະນຳສະເໜີໃຫ້ກະຊວງອຸດສາຫະກຳ ແລະ ການຄ້າຈີນເພື່ອອະ ນຸມັດໂຄງການດັ່ງກ່າວໃຫ້ໄວເທົ່າທີ່ຈະໄວໄດ້ເພາະໂຄງການນີ້ທະນາຄານແຫ່ງ ສປປ ລາວ ແມ່ນມີຄວາມຈຳເປັນທີ່ສຸດໃນປັດ ຈຸບັນນີ້.
    ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ໃນຖານະຫົວ ໜ້າຄະນະຊີ້ນຳໂຄງການຂອງຝ່າຍທະນາຄານແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ໂຄງການດັ່ງກ່າວ, ເມື່ອໂຄງການຖືກສ້າງສຳເລັດແລ້ວ ມັນຈະສົ່ງຜົນອັນດີໃຫ້ແກ່ການພັດທະນາລະບົບຊຳລະ ສະສາງນ ສປປ ລາວ ແລະ ທັງ ເປັນການຫລຸດຜ່ອນຕົ້ນທຶນມະ ຫາສານຂອງບັນດາທະນາຄານ ຕໍ່ການສ້າງຕູ້ ATM, ຈຳກັດ ເນື້ອທີ່ ແລະ ທັງເຮັດໃຫ້ການບໍລິການມີຄວາມສະດວກ-ເນື້ອທີ່ງົດງາມນຳອີກ.

No comments:

Post a Comment